ຜູ້ທີ່ສາມາດຍື່ນສຳນວນຄຳຮ້ອງຂໍ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ສາມາດຍື່ນຄຳຮ້ອງຂໍ ສິດທິບັດ, ອະນຸສິດທິບັດ ຫຼື ຂໍຈົດທະບຽນຊັບສິນອຸດສາຫະກຳ ຕໍ່ ສູນບໍລິການຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ອົງການຈົດທະບຽນຊັບສິນອຸດສາຫະກຳສາກົນ ທີ່ ສປປ ລາວ ເປັນພາຄີ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຢູ່ຕ່າງປະເທດ ຊຶ່ງມີຈຸດປະສົງຂໍຈົດທະບຽນຊັບສິນອຸດ ສາຫະກຳ ຢູ່ ສປປ ລາວ ຕ້ອງໄດ້ມີຕົວແທນ ທີ່ຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ.