ຖິ່ນກຳເນີດ ຜະລິດຕະພັນ
- ສຳນວນຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ
- ຈະຍື່ນຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດໄດ້ຢູ່ໃສ?
- ເປັນຫຍັງຈຶ່ງຕ້ອງຈົດທະບຽນປົກປ້ອງຖິ່ນກຳເນີດ?
- ຂັ້ນຕອນການຍື່ນຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ
- ຄ່າທຳນຽມຈົດທະບຽນຖິ່ນກຳເນີດ
- ລົງທະບຽນ
- ຄຳຮ້ອງຂໍຈົດທະບຽນ ຖິ່ນກຳເນີດ (ແບບຟອມທີ່ກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີ ສະໜອງໃຫ້);
- ໃບມອບສິດ ທີ່ບົ່ງບອກຊື່ ແລະ ທີ່ຢູ່ຂອງຜູ້ຕາງໜ້າຂອງຕົນ ຢູ່ ສປປ ລາວ ໃນກໍລະນີທີ່ ຍື່ນຄຳຮ້ອງຂໍຜ່ານຜູ້ຕາງໜ້າ;
- ຮູບຂອບເຂດ ແລະ ທີ່ຕັ້ງຂອງຖິ່ນກຳເນີດທີ່ຈະແຈ້ງ;
- ບົດລາຍງານ ກ່ຽວກັບຂົງເຂດພູມສາດ ທີ່ຈະນຳໃຊ້ເປັນຖິ່ນ ກຳເນີດ;
- ສິນຄ້າ ທີ່ກ່ຽວຂ້ອງກັບຖິ່ນກຳເນີດ ແລະ ວິທີການກວດກາ ທີ່ຈະນຳໃຊ້;
- ບົດລາຍງານ ກ່ຽວກັບຈຸດເດັ່ນ ຂອງຖິ່ນກຳເນີດ ຊຶ່ງຜູ້ຮ້ອງ ຂໍສະເໜີໃຫ້ເປັນຖິ່ນກຳເນີດ ແລະ ຫຼັກຖານ ເພື່ອສະໜັບ ສະໜູນບົດລາຍງານນັ້ນ;
- ຫຼັກຖານຢັ້ງຢືນການປົກປ້ອງຖິ່ນກຳເນີດ ຢູ່ໃນປະເທດຕົ້ນ ກຳເນີດ ໃນກໍະນີທີ່ຄຳຮ້ອງຂໍຈົດທະບຽນນັ້ນ ໄດ້ອີງໃສ່ການ ປົກປ້ອງຢູ່ຕ່າງປະເທດ;
- ໃບຮັບເງິນການຊຳລະຄ່າທຳນຽມຕາມລະບຽບການ.
ສູນບໍລິການຊັບສິນທາງປັນຍາ
ກົມຊັບສິນທາງປັນຍາ
- ເນື່ອງຈາກວ່າ ຖິ່ນກໍາເນີດແມ່ນ ສິ່ງສະທ້ອນໃຫ້ເຫັນເຖິງ ພູມປັນຍາທີ່ມີມາເປັນເວລາຫຼາຍປີ ແລະ ມີການຖ່າຍທອດ ຈາກຮຸ້ນສູ່ຮຸ້ນ (ເປັນຊັບສິນທາງປັນຍາຂອງຊຸມຊົນ);
- ແມ່ນຄຸນຄ່າທາງດ້ານວັດທະນະທໍາ-ສັງຄົມ;
- ຊ່ວຍໃຫ້ມີການອະນຸລັກລະບົບນິເວດ, ວັດທະນະທໍາ ແລະ ຍັງຊ່ວຍປະກອບສ່ວນພັດທະນາຊົນນະບົດ;
- ເພີ່ມມູນຄ່າສິນຄ້າ (ສິນຄ້າມີການຮັບຮອງຄຸນນະພາບ);
- ປົກປ້ອງຜູ້ບໍລິໂພກ ຈາກການແອບອ້າງຊື່ ແລະ ຊື່ສຽງຂອງ ຖິ່ນກໍາເນີດ;
- 'ປົກປ້ອງຈາກການຫັນປ່ຽນຮູບແບບການຜະລິດ (Delocalization).
ອາຍຸການປົກປ້ອງການຈົດທະບຽນຖິ່ນກຳເນີດ
ນັບແຕ່ວັນໄດ້ຮັບໃບຢັ້ງຢືນການຈົດທະບຽນ, ຖິ່ນກຳເນີດຈະໄດ້ຮັບການປົກປ້ອງຕະຫຼອດໄປ ແລະ ຈ່າຍຄ່າທຳນຽມເທື່ອດຽວ
ຄ່າທຳນຽມຈົດທະບຽນຖິ່ນກຳເນີດແມ່ນ 200,000 ກີບ/ໜຶ່ງຄຳຮ້ອງ