ການຈົດທະບຽນຖິ່ນກໍາເນີດແມ່ນການຊຸກຍູ້-ສົ່ງເສີມການຟື້ນຟູ ແລະ ປົກປ້ອງພູມປັນຍາທ້ອງຖິ່ນແບບດັ້ງເດີມຂອງຜະລິດສິນຄ້າເອກະລັກທີ່ຕິດພັນກັບວັດທະນາທໍາ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າ ໃຫ້ກາຍເປັນຊັບສິນທາງປັນຍາຂອງປະຊາຊົນໃນທ້ອງຖິ່ນ ພ້ອມທັງເປັນການປົກປ້ອງພູມປັນຍາຂອງທ້ອງຖິ່ນ ໂດຍສະເພາະແມ່ນການປົກປ້ອງຖິ່ນກໍາເນີດເປັນປັດໃຈພາໃຫ້ສິນຄ້າຂອງທ້ອງຖິ່ນມີເອກະລັກສະເພາະໜຶ່ງດຽວໃນໂລກ. ຊຶ່ງຜະລິດຕະພັນຜ້າໄໝຫຼວງພະບາງກໍເປັນອີກຜະລິດຕະພັນໜຶ່ງທີ່ມີລາຍຜ້າໄໝດັ້ງເດີມ, ການຕໍ່າຜ້າໄໝແມ່ນນຳໃຊ້ເຕັກນິກພື້ນບ້ານແບບດັ້ງເດີມ ແຕ່ມີຄຸນລັກສະນະສະເພາະ, ມີຄວາມອ່ອນນຸ້ມ ແລະ ເງົາງາມ ຍ້ອນການຍ້ອມສີແບບທໍາມະຊາດ ແລະ ຍັງມີປະຫວັດຄວາມເປັນມາທີ່ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງຊາວຫຼວງພະບາງມາແຕ່ດົນນານ. ຍ້ອນເຫັນໄດ້ເຖີງຄວາມໝາຍຄວາມສຳຄັນດັ່ງກ່າວ ສະມາຄົມຜ້າໄໝຫຼວງພະບາງຈຶ່ງໄດ້ຍື່ນຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດຕໍ່ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເດືອນກຸມພາ 2020 ຜ່ານມາ.
ໃນວັນທີ 23 ກັນຍາ 2020 ນີ້, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫຼວງພະບາງໃຫ້ສະມາຄົມສົ່ງເສີມຜ້າໄໝຫຼວງພະບາງ ຢ່າງເປັນທາງການ ຊຶ່ງພິທີດັ່ງກ່າວຈັດຂຶ້ນທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ຊຶ່ງມອບໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮັບໂດຍທ່ານ ນາງ ສົມຈິດ ຈະເລີນຜົນ, ປະທານສະມາຄົມສົ່ງເສີມຜ້າໄໝຫຼວງພະບາງ ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ສຸກັນ ບຸນຍົງ, ຮອງເຈົ້າແຂວງໆ ຫຼວງພະບາງ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກໍາເນີດຜ້າໄໝຫຼວງພະບາງ ກໍແມ່ນເພື່ອປົກປ້ອງຊື່ສຽງຂອງຜ້າໄໝຫຼວງພະບາງ ທັງເປັນການປົກປ້ອງພູມປັນຍາຊຸມຊົນໃນທ້ອງຖິ່ນແບບດັ້ງເດີມ ທີ່ເປັນມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນ ຊຶ່ງການມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫຼວງພະບາງຄັ້ງນີ້ ຈະເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງຜ້າໄໝຫຼວງພະບາງໄວ້ ພາຍຫຼັງການຈົດທະບຽນ ແລະ ຈະມີການກວດກາທຸກຂັ້ນຕອນການຜະລິດໂດຍສະມາຄົມສົ່ງເສີມຜ້າໄໝຫຼວງພະບາງຢ່າງເປັນລະບົບຄົບຊຸດ ໂດຍຈະຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະຂອງຜ້າໄໝຫຼວງພະບາງຈາກໜ່ວຍງານຢັ້ງຢືນ ພາຍໃນປະເທດ ຫຼື ສາກົນ. ນອກຈາກນັ້ນ, ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຍັງຈະເຮັດໃຫ້ຜ້າໄໝ ຫຼວງພະບາງ ມີມູນຄ່າເພີ່ມສູງຂຶ້ນ ເນື່ອງຈາກຜ້າໄໝຫຼວງພະບາງ ຈະຕ້ອງໄດ້ຜ່ານການກວດກາຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ ແລະ ໄດ້ຮັບການຢັ້ງຢືນຈາກໜ່ວຍງານທີ່ກ່ຽວຂ້ອງທີ່ໄດ້ຮັບຮອງຕາມມາດຕະ ຖານສາກົນ ທີ່ຄຸ້ມຄອງໂດຍກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງຈະສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ແລະ ວາງຈໍາໜ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກໄປຕ່າງປະເທດໄດ້ ເພື່ອເປັນການຮັບປະກັນຕໍ່ຜູ້ບໍລິໂພກວ່າເປັນສິນຄ້າມີຄຸນນະພາບທີ່ເປັນເອກະລັກ ແລະ ແຫຼ່ງທີ່ມາທີ່ແທ້ຈິງຂອງສິນຄ້າ.