DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຝຶກອົບຮົມ “ການສ້າງຊັບສິນທາງປັນຍາ ເພື່ອສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ຈັດຝຶກອົບຮົມ ໃນຫົວຂໍ້ “ການສ້າງຊັບສິນທາງປັນຍາ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ໄລຍະທີ 1)” ຜ່ານລະບົບກອງປະຊຸມທາງໄກອອນລາຍ ໃນລະຫວ່າງວັນທີ 03-04 ພະຈິກ 2022, ທີ່ຫ້ອງປະຊຸມຊັ້ນ 4, ກົມຊັບສິນທາງປັນຍາ ອຄ, ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວຫນ້າກົມຊັບສິນທາງປັນຍາ ອຄ.

ໃນການຝຶກອົບຮົມຄັ້ງນີ້ ມີທ່ານ Daniul Islam,  ທີ່ປຶກສາ, ພະແນກສໍາລັບປະເທດດ້ອຍພັດທະນາ, ຈາກອົງການຊັບສິນທາງປັນຍາໂລກ (WIPO), ມີນັກວິທະຍາກອນຈາກ ອົງການຊັບສິນທາງປັນຍາໂລກ, ຈາກ ສປ ເກົາຫຼີ, ມີນັກສໍາມະນາກອນຈາກບັນດາຫົວໜ່ວຍທຸລະກິດ ວິສະຫະກິດຂະໜາດນ້ອຍ ແລະ ກາງ ທີ່ມາຈາກ ແຂວງ/ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາເຂົ້າຮ່ວມ 40 ກວ່າທ່ານ.

ໃນໂອກາດນີ້ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ກໍໄດ້ໃຫ້ກຽດກ່າວເປີດ ການຝຶກອົບຮົມໃນຄັ້ງນີ້ ວ່າ: ການຝຶກອົບຮົມ ໃນຫົວຂໍ້ ການສ້າງຊັບສິນທາງປັນຍາ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ໄລຍະທີ 1) ນີ້, ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ຈາກອົງການຊັບສິນທາງປັນຍາໂລກ ພາຍໃຕ້ໂຄງການ (LDC Graduation Package) ເພື່ອຊ່ວຍໃຫ້ ສປປ ລາວ ໃນການກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ຊຶ່ງໜຶ່ງໃນບັນຫາທີ່ສໍາຄັນ ແມ່ນການສົ່ງເສີມ ວິສະຫະກິດ ຂະໜາດນ້ອຍ ແລະ ກາງ ໃຫ້ສາມາດສ້າງ ແລະ ນໍາໃຊ້ຊັບສິນທາງປັນຍາຂອງຕົນ ເຂົ້າໃນຂະບວນການຜະລິດສິນຄ້າ ແລະ ການບໍລິຫານທຸລະກິດ ແນ່ໃສ່ສ້າງຄວາມສາມາດແຂ່ງຂັນທາງດ້ານທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ຊຶ່ງເປັນການປະກອບ ສ່ວນເຂົ້າໃນວາລະແຫ່ງຊາດ ທີ່ເລັ່ງໃສ່ສົ່ງເສີມການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງ, ສາມາດຫຼຸດຜ່ອນການ ນໍາເຂົ້າສິນຄ້າ ແລະ ເງິນຕາ ຈາກຕ່າງປະເທດ ເພື່ອສົ່ງເສີມ ແລະ ສ້າງເສດຖະກິດຂອງລາວ ໃຫ້ພັດທະນາ ແບບຍື່ນຍົງ ແລະ ສີຂຽວ ສາມາດແຂ່ງຂັນກັບຕ່າງປະເທດໄດ້, ໂດຍສະເພາະ ພາຍຫຼັງທີ່ ສປປ ລາວ ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ. ຊຶ່ງກົມຊັບສິນທາງປັນຍາ ກໍໄດ້ອອກນະໂຍບາຍ ແນວຄວາມຄິດລິເລີ່ມ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ” ເພື່ອເປັນການກະຕຸກຊຸກຍູ້ວຽກງານຊັບສິນທາງປັນຍາເຂົ້າໃນວິສະຫະກິດ ຂະໜາດນ້ອຍ ແລະ ກາງ ໃຫ້ຫຼາຍຂຶ້ນ, ໂດຍສະເພາະ ເຄື່ອງໜາຍການຄ້າ ແລະ ການຫຸ້ມຫໍ່ຜະລິດຕະພັນໃຫ້ເປັນທີ່ປະຈັກຕາ ແລະ ໂດດເດັ່ນຍິ່ງຂຶ້ນ.

ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນຈະເນັ້ນໃສ່ເນື້ອໃນ ເຊັ່ນ: 1, ເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ບັນດາວິສະຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບເຄື່ອງມືທາງດ້ານຊັບສິນທາງປັນຍາ  ເປັນຕົ້ນ ເຄື່ອງໝາຍການຄ້າ, ເຄື່ອງໝາຍລວມໝູ່, ເຄື່ອງໝາຍຮັບຮອງ, ແບບອຸດສາຫະກໍາ, ການອອກແບບ, ການຫຸ້ມຫໍໍ່, ຖິ່ນກໍາເນີດ, ການໂຄສະນາສິນຄ້າ ແລະ ການຂາຍສິນຄ້າຜ່ານລະບົບດິຈິຕ໋ອນ ແລະ ຍຸດທະສາດດ້ານຊັບສິນທາງປັນຍາ. ໂດຍລວມແລ້ວ ແມ່ນເພື່ອກະກຽມຄວາມພ້ອມໃນການແຂ່ງຂັນຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ; 2. ແມ່ນເພື່ອເກັບກໍາຂໍ້ມູນ ຄວາມຕ້ອງການຂອງບັນດາ ຜູ້ຕາງໜ້າຈາກວິສະຫະກິດ ຂະໜາດນ້ອຍ ແລະ ກາງ ໃນຂອບເຂດທົ່ວປະເທດ ໃຫ້ແກ່ ກົມຊັບສິນທາງປັນຍາ ແລະ ອົງການຊັບສິນທາງປັນຍາໂລກ ເພື່ອນໍາໄປເປັນຂໍ້ມູນ ໃນການວາງແຜນໂຄງການຊ່ວຍເຫຼືອໃນຂັ້ນຕອນຕໍ່ໄປ.

ໃນການຝຶກອົບຮົມ ຜູ້ເຂົ້າຮ່ວມຈະໄດ້ມີການຄົ້ນຄວ້າ, ປະກອບຄໍາເຫັນ ແລະ ແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນວາລະສົນທະນາແບ່ງກຸ່ມ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ກັບບັນດາວິທະຍາກອນຈາກ ອົງການຊັບສິນທາງປັນຍາໂລກ ແລະ ສ. ເກົາຫຼີ. ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສາມາດຍາດແຍ່ງເອົາບົດຮຽນນໍາຊ່ຽວຊານ, ເພື່ອນຳມາຈັດຕັ້ງຜັນຂະຫຍາຍ ແລະ ນໍາມາໜູນໃຊ້ເຂົ້າໃນການສົ່ງເສີມ ແລະ ພັດທະນາທຸລະກິດຂອງຕົນໃຫ້ປະກົດຜົນເປັນຈິງ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ