DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ພະນັກງານ ກຊປ ໄດ້ຮັບການຝືກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບ ວຽກງານພິທີການທູດ

ໃນວັນທີ 08 ກໍລະກົດ 2022, ທີ່ຫ້ອງປະຊຸມຊັ້ນ 1, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ກົມພິທີການທູດ, ກະຊວງການຕ່າງປະເທດ ໄດ້ຈັດຝືກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບວຽກງານພິທີການທູດ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກາານຝຶກອົບຮົມຄັ້ງນີ້ ມີທ່ານ ຈັນຂາວ ພິລາລົມ, ຮອງຫົວໜ້າກົມພິທີການ, ກະຊວງການຕ່າງປະເທດ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ສູນ ແລະ ພະນັກງານວິຊາການ ຂອງກົມຊັບສິນທາງປັນຍາ ເຂົ້າຮ່ວມຢ່າງພ້ອມພຽງ.

​ຈຸດປະສົງ ເພື່ອຍົກລະດັບຄວາມຮູ້ທາງດ້ານວຽກງານ ພິທີການທູດ, ໃຫ້ແກ່ ພະນັກງານພາຍໃນ ກົມຊັບສິນທາງປັນຍາ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທີຜົນສູງ ​ແລະ ສາມາດນຳ​ມາ​ໝູນ​ໃຊ້​ເຂົ້າ​ໃນວຽກງານຕົວ​ຈິງ​ ໃຫ້ເກີິດດອກອອກຜົນໃຫ້ຫຼາຍຂື້ນກວ່າເກົ່າ.

ໃນການຝືກອົບຮົມໃນຄັ້ງນີ້ ຍັງເປັນເປີດໂອກາດໃຫ້ນັກສໍາມະນາກອນໄດ້ຮຽນຮູ້ ກ່ຽວກັບວິທີການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຕົວຈິງ ໃນການຕ້ອນຮັບແຂກ ພາຍໃນ ແລະ ສາກົນ, ການກະກຽມສະຖານທີ່ພົບປະ, ການກະກຽມສະຖານທີ່ໃນພິທີລົງນາມເຊັນສັນຍາ ຮ່ວມມືກັບພາກພື້ນ ແລະ ສາກົນ, ມາດລະຍາດໃນສັງຄົມ ແລະ ສາກົນ. ການຝືກອົບຮົມວຽກງານ ພິທີການທູດໃນຄັ້ງນີ້ ປະກອບມີ 3 ພາກ ຄື: ພາກທີ 1 ຄວາມຮູ້ພື້ນຖານ ກ່ຽວກັບວຽກງານພິທີການທູດ, ພາກທີ 2 ການກະກຽມຂຶ້ນແຜນຕ້ອນຮັບແຂກລະດັບສູງຕ່າງປະເທດ ແລະ ພາກທີ 3 ມາລະຍາດທາງສັງຄົມ ແລະ ສາກົນ.

ສໍາລັບ ພາກທີ 1 ຄວາມຮູ້ພື້ນຖານ ກ່ຽວກັບວຽກງານພິທີການທູດ ປະກອບມີ: ພິທີ, ພິທີການທູດ, ແຫຼ່ງກໍາເນີດຂອງລະບຽບຫຼັກການພິທີການທູດ, ຫຼັກການໃຫ້ຄວາມເຄົາລົບນັບຖືອະທິປະໄຕຊຶ່ງກັນ ແລະ ກັນ, ຫຼັກການສະເໝີພາບ ບໍ່ຈໍາແນກການພົວພັນ ແລະ ຫຼັກການຕອບສະໜອງຊຶ່ງກັນ ແລະ ກັນ; ພາກທີ 2 ການກະກຽມຂຶ້ນແຜນຕ້ອນຮັບແຂກລະດັບສູງຕ່າງປະເທດ, ການຕ້ອນຮັບແຂກຕ່າງປະເທດ, ການປະກອບຄະນະຮັບຕ້ອນ, ການກະກຽມເນື້ອໃນ, ການກະກຽມສະຖານທີ່, ສະຖານທີ່ຕ້ອນຮັບ ແລະ ສົ່ງຄະນະຜູ້ແທນ, ການກະກຽມຫ້ອງພົບປະ, ການກະກຽມສະຖານທີ່ທ່ຽວຊົມ, ການປະບັບປະດາ, ການກະກຽມພາຫະນະ, ເຄື່ອງທີ່ລະນຶກ, ການກະກຽມພິທີລົງນາມເຊັນສັນຍາ, ຂັ້ນຕອນການປະດັບຫຼຽນ, ພິທີມອບຮັບໜ້າທີ່ຜູ້ເກົ່າ ແລະ ຜູ້ໃໝ່, ຂັ້ນຕອນພິທີວາງສີລາລຶກ, ການຈັດງານລ້ຽງ ແລະ ພາກທີ 3 ມາລະຍາດທາງສັງຄົມ ແລະ ສາກົນ, ການຮູ້ຈັກຕໍ່າຈັກສູງ, ການນົບໄຫວ້, ການນຸ່ງຖື, ການຈັບມື ແລະ ການເຂົ້າຮ່ວມງານລ້ຽງ ແລະ ມາລະຍາດໃນການຮັບປະທານອາຫານ ອີກດ້ວຍ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາຊັບສິນທາງປັນຍາ