ໃນວັນທີ 20 ທັນວາ 2021 ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ), ໄດ້ເປີດພິທີການແບ່ງຂັ້ນຄຸ້ມຄອງ ໃນການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວ ຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາດ້ານບໍລິຫານ ແລະ ກໍໄດ້ມີພິທີເຊັນສັນຍາວ່າດ້ວຍ ການບໍລິການຊຳລະຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບ ການຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງ ໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທາງເອເລັກໂຕຼນິກ (ອອນລາຍ) ຜ່ານລະບົບ Bill Payment ລະຫວ່າງ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ລົງນາມ ໂດຍ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ຫົວ ໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນັນທະລາດ ແກ້ວປະເສີດ, ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໂດຍໃຫ້ກຽດເປັນສັກຄີພະຍານຂອງ ທ່ານ ປອ. ຄຳແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານ ຫົວໜ້າຫ້ອງການ, ກົມ, ສະຖາບັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.
ເລີ່ມແຕ່ປີ 2019 ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບການຮັບ ແລະ ການຍື່ນຄຳຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທາງເອເລັກໂຕຼນິກ (ອອນລາຍ), ທາງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ໃນການສ້າງລະບົບນີ້ຂຶ້ນ ຊຶ່ງລະບົບນີ້ແມ່ນເປັນລະບົບສາກົນ ເຊື່ອມຕໍ່ກັບ ລະບົບຄົ້ນຫາຂໍ້ມູນຂໍຈົດທະບຽນຊັບສິນອຸດສາຫະກຳ ສາກົນແລະ ອາຊຽນ ເຊັ່ນ: WIPO Global Brand Database, WIPO Patent scope, WIPO Global Design Database, Asean TM View, Asean Patent scope, Asean Design Viewໃນປີ 2020 ກົມຊັບສິນທາງປັນຍາ ກໍໄດ້ສົ່ງພະນັກງານວິຊາການໄປເບິ່ງການຈັດຕັ້ງປະຕິບັດລະບົບຕົວຈິງທີ່ປະເທດກຳປູເຈຍ ແລະ ປະເທດມຽນມາ. ພ້ອມກັນນັ້ນ ກໍໄດ້ຮ່ວມກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນການກະກຽມ ພັດທະນາລະບົບການຊໍາລະຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານການຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທາງເອເລັກໂຕຼນິກ (ອອນລາຍ) ຜ່ານລະບົບ Bill Payment.
ມາຮອດປີ 2021 ໄດ້ສຳເລັດໃນການທົດລອງລະບົບ ແລະ ຈັດຝຶກອົບຮົມຕື່ມອີກໃຫ້ແກ່ ພະນັກງານວິຊາການທີ່ກ່ຽວຂ້ອງ ພາຍໃນກົມ ແລະ ໄດ້ຈັດໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ໂດຍຜ່ານລະບົບກອງປະຊຸມທາງໄກ ໃນລະຫວ່າງວັນທີ 14-15 ທັນວາ 2021 ຜ່ານມານີ້. ລະບົບນີ້ຈະເປັນການອໍານວຍຄວາມສະດວກ ແລະ ປະຢັດເວລາ ໃຫ້ ຜູ້ປະກອບການ ແລະ ເຈົ້າຂອງສິດ ໃນການຍື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີຂໍແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທັງພາຍໃນ ແລະ ຕ່າງປະເທດ.
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖືເອົາວຽກງານການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ກົມຊັບສິນທາງປັນຍາ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ເປັນໜຶ່ງໃນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນແຜນບູລິມະສິດຂອງກົມ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ທ້ອງຖິ່ນ, ຊຶ່ງກົມຊັບສິນທາງປັນຍາ ກໍໄດ້ສຸມໃສ່ ແລະ ເອົາໃຈໃສ່ໃນວຽກງານດັ່ງກ່າວ ຢ່າງຕັ້ງໜ້າຈົນສຳເລັດຜົນ ໃນການຜັນຂະຫຍາຍ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021 ແລະ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ທັງເປັນການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງໃນຂະແໜງອຸດສາຫະກຳ ແລະ ການຄ້າ ແນໃສ່ປະກອບສ່ວນສົ່ງເສີມວຽກງານຊັບສິນທາງປັນຍາ ໃຫ້ມີການຂະຫຍາຍຕົວສູງຂຶ້ນ.
ບົດຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ