ໃນຕອນບ່າຍຂອງວັນທີ 24 ພຶດສະພາ ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າປ້ອມແປງເຄື່ອງໝາຍການຄ້າ, ໂດຍການໃຫ້ກຽດເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນຳວຽກງານ ຄຸ້ມຄອງ-ກວດກາ ວຽກງານຊັບສິນທາງປັນຍາ ຂັ້ນນະຄອນຫຼວງວຽງຈັນ, ທ່ານ ທະວີໄຊ, ເໝົາຊົມພູ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ຜູ້ຕາງໜ້າຈາກກົມຊັບສິນທາງປັນຍາ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະ, ຫົວໜ້າຫ້ອງການເຕັກໂນໂລຊີເມືອງ, ຄະນະກຳມະການຄຸ້ມຄອງ-ກວດກາວຽກງານຊັບສິນທາງປັນຍາ ຈາກ 4 ພາກສ່ວນ ຄື ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ພະແນກ ຍຸຕິທຳ ນະຄອນຫຼວງວຽງຈັນ, ອົງການໄອຍະການ ນະຄອນຫຼວງວຽງຈັນ, ຕຳຫຼວດເສກຖະກິດ ກໍໄດ້ເຂົ້າຮ່ວມໃນຄັ້ງນີ້.
ຈຸດປະສົງຂອງການຈັດພິທີທຳລາຍສິນຄ້າປອມແປງໃນຄັ້ງນີ້ ກໍເພື່ອຄຸ້ມຄອງ ແລະ ປົກປ້ອງສິດຂອງເຈົ້າຂອງເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນແລ້ວ ຕາມລະບຽບກົດໝາຍ, ເຮັດໃຫ້ຜູ້ຊົມໃຊ້ ສາມາດເຂົ້າເຖິງສິນຄ້າແທ້ຈິງຂອງເຈົ້າຂອງເຄື່ອງໝາຍການຄ້າ, ຕ້ານ ແລະ ສະກັດກັ້ນສິນຄ້າປອມແປງ ເຄື່ອງໝາຍການຄ້າ ເຂົ້າສູ່ວົງຈອນທາງການຄ້າ, ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດສິດດ້ານຊັບສິນທາງປັນຍາໃຫ້ມີປະສິດທິຜົນ.
ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ມີ ເຄື່ອງເກັບໄຟສຳຮອງ ຈຳນວນ 286 ອັນ, ສາຍສາກໂທລະສັບ ຈຳນວນ 80 ອັນ, ຊຸດຫູຟັງ ຈຳນວນ 30 ອັນ, ຊົບໃສ່ໂທລະສັບ ຈຳນວນ 71 ອັນ, ແບັດເຕີລີ້ ຈຳນວນ 1,051 ອັນ, ຫົວປັກສຽບ ຈຳນວນ 109 ອັນ, ໂທລະພາບຊຳຊຸງ ຈຳນວນ 10 ເຄື່ອງ (ຂະໜາດ 24 ນິ້ວ, 32 ນິ້ວ, 42 ນິ້ວ ແລະ 48 ນິ້ວ), ແປ້ງນົວກາຈອງ, ຈຳນວນ 20 ຖົງ, ກະເປົາຍີ່ຫໍ້ ລອງແຊມ ຈຳນວນ 37 ໜ່ວຍ.
ແຫຼ່ງຂໍ້ມູນ: ພະແນກແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ