DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ພິທີຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ ຊາປາກຊ່ອງ ຂອງສະມາຄົມສົ່ງເສີມຊາປາກຊ່ອງທີ່ແຂວງຈຳປາສັກ

ພິທີຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນິດ ຊາປາກຊ່ອງ ຂອງສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ກຸມພາ 2020 ທີ່ຫ້ອງປະຊຸມຫ້ອງວ່າການສຳນັກງານປົກຄອງແຂວງຈຳປາສັກ ແລະ ໄດ້ຮັບກຽດການເຂົ້າຮ່ວມເປັນປະທານ ຮ່ວມຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ທ່ານ ບົວສອນ ວົງສອງຄອນ, ຮອງເຈົ້າແຂວງໆ ຈໍາປາສັກ.

ພິທີດັ່ງກ່າວ ເປັນການຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ ຊາປາກຊ່ອງ ຂອງສະມາຄົມສົ່ງເສີມ ຊາປາກຊ່ອງ ເພື່ອປົກປ້ອງ ຖິ່ນກຳເນີດຂອງ ຊາປາກຊ່ອງ ໄວ້ໃຫ້ມີຄວາມຍືນຍົງຢູ່ພາຍໃນພາກພື້ນ ແລະ ສາກົນ, ເພື່ອເຮັດໃຫ້ຊາປາກຊ່ອງ ຮັກສາໄວ້ ລົດຊາດທີ່ເປັນເອກກະລັກສະເພາະ, ເປັນສິນຄ້າພາຍໃນ ແລະ ສົ່ງອອກຕ່າງປະເທດ, ສາມາດສ້າງມູນຄ່າເພີ່ມຂອງ ສິນຄ້າຖິ່ນກໍາເນີດໄດ້ອີກດ້ວຍ.

ທ່ານ ແສງທອງ ມະນີຊັບ, ປະທານສະມາຄົມສົ່ງເສີມຊາປາກຊ່ອງ ແລະ ຕາງໜ້າສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ລາຍງານການກະກຽມຄວາມພ້ອມຂອງ ການຈົດທະບຽນຖິ່ນກຳເນິດຊາປາກຊ່ອງ ໂດຍຫຍໍ້ຕໍ່ທີ່ປະຊຸມຮັບຊາບ ວ່າ: ຊາປາກຊ່ອງ ແມ່ນຊາທີ່ປູກໃນຂອບເຂດເມືອງປາກຊ່ອງ, ມີລົດຊາດເປັນເອກະລັກສະເພາະ ຊຶ່ງສ່ວນຫຼາຍແມ່ນປຸກຢູ່ເຂດ ບ້ານຫຼັກ 38 ແລະ ຫຼັກ 45 ຊຶ່ງລວມສະມາຊິກທັງໝົດ 112 ຄອບຄົວ ແລະ ສອງບໍລິສັດສະເໜີຂໍເຂົ້າເປັນສະມາຊິກ ໃນນັ້ນ ມີທັງຜູ້ຜະລິດ ແລະ ຜູ້ປະກອບການຊາ.

ທ່ານ ກ່າວວ່າ: ໃນທ້າຍປີ 2018 ໄດ້ມີກອງປະຊຸມວິຊາການກ່ຽວກັບການກະກຽມເງື່ອນໄຂ ເພື່ອສ້າງຕັ້ງສະມາຄົມຊາປາກຊ່ອງ ໂດຍແມ່ນ ກົມຊັບສິນທາງປັນຍາ, ກະຊວງວິທຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຈັດຂຶ້ນ ເພື່ອກະກຽມເງື່ອນໄຂ ຈົດທະບຽນຖິ່ນກຳເນີດສິນຄ້ານີ້ໄວ້ ແລະ ໃນປີ 2019 ໄດ້ມີກອງປະຊຸມວິຊາການຫຼາຍຄັ້ງເພື່ອສຶບຕໍ່ປັບປຸງ ແລະ ແກ້ໄຂບັນຫາຕ່າງໆ ເຊັ່ນ: ປັບປຸງກົດລະບຽບພາຍໃນສະມາຄົມທີ່ຍັງຄ້າງ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງຕື່ມອີກ. ພາຍຫຼັງກອງປະຊຸມແຕ່ລະຄັ້ງ, ຄະນະສະມາຄົມ ໄດ້ເຕົ້າໂຮມສະມາຊິກຜູ້ຜະລິດ ແລະ ຜູ້ປະກອບການຊາ ເພື່ອປຶກສາຫາລື ແລະ ສ້າງຄວາມເຂົ້າໃຈ ແລະ ຄວາມໝາຍຄວາມສຳຄັນຂອງຖິ່ນກຳເນີດຊາ ຊຶ່ງເຮັດໃຫ້ສະມາຊິກມີຄວາມເຫັນດີເຫັນພ້ອມ ແລະ ໄດ້ຄັດເລືອກຄະນະຂົນຂວາຍຂຶ້ນ ຈຳນວນ 5 ທ່ານ, ຍິງ 1 ທ່ານ ໂດຍການຮັບຮອງຈາກກະຊວງພາຍໃນ.

ທ່ານ ກ່າວຕື່ມ ວ່າ: ພາຍຫຼັງໄດ້ຮັບຮອງຄະນະຂົນຂວາຍແລ້ວ, ສະມາຄົມດັ່ງກ່າວ ໄດ້ເຄື່ອນໄຫວເຮັດໜ້າທີ່ເກັບກໍາຂໍ້ມູນສວນຊາຕົວຈິງ, ສ້າງລະບຽບພາຍໃນ, ສ້າງຄຸນລັກສະນະສະເພາະ. ຜ່ານກອງປະຊຸມປັບປຸງຫຼາຍຄັ້ງຈົນສຳເລັດ ຊຶ່ງໄດ້ລວບລວມເອົາລາຍຊື່ສະມາຊິກທັງໝົດ ທີ່ຍື່ນຄຳຮອງເຂົ້າເປັນສະມາຊິກ ແລະ ໄດ້ປະສານສົມທົບກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງຈຳປາສັກ ໂດຍສະເພາະ ຂະແໜງຊັບສິນທາງປັນຍາ ເພື່ອຊຸກຍູ້ຊ່ວຍເຫຼືອດ້ານເອກະສານຕ່າງໆຈົນສຳເລັດ ແລະ ຄົບຖ້ວນຕາມດຳລັດຂອງ ກະຊວງພາຍໃນ ວ່າດ້າຍການສ້າງຕັ້ງສະມາຄົມເສດຖະກິດ. ຈາກນັ້ນ, ສະມາຄົມດັ່ງກ່າວ ໄດ້ຍື່ນເອກະສານຕ່າງໆເຖິງ ພວຕ ແຂວງ ແລະ ກະຊວງພາຍໃນ ເພື່ອຂໍອະນຸມັດສ້າງຕັ້ງສະມາຄົມຊາປາກຊ່ອງ ຖຶກຕ້ອງຕາມລະບຽບຫຼັກການ.

ໃນພິທີຍື່ນ-ຮັບຄຳຮ້ອງ ຂໍຈົດທະບຽນຖິ່ນກຳເນີດຊາປາກຊ່ອງຄັ້ງນີ້, ຕາງໜ້າສະມາຄົມສົ່ງເສີມຊາປາກຊ່ອງ ເພື່ີອຍື່ນຄໍາຮ້ອງດັ່ງກ່າວ ແມ່ນ ທ່ານ ບົວສອນ ວົງສອງຄອນ, ຮອງເຈົ້າແຂວງໆ ຈຳປາສັກ ແລະ ຮັບຄໍາຮອງໂດຍທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ.

ໂອກາດດຽວກັນ, ພິທີ ມອບ-ຮັບ ພາຫະນະ ແລະ ອຸປະກອນໃຫ້ແກ່ ສະມາຄົມສົ່ງເສີມຊາປາກຊ່ອງ ແລະ ສະມາຄົມກາເຟບໍລະເວນ ໄດ້ຈັດຂຶ້ນຊຶ່ງຕາງໜ້າ ກວຕ ແມ່ນ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ມອບພາຫະນາ ແລະ ອຸປະກອນ ໃຫ້ແກ່ ທ່ານ ແສງທອງ ມະນີຊັບ, ປະທານສະມາຄົມສົ່ງເສີມຊາປາກຊ່ອງ ແລະ ຕາງໜ້າສະມາຄົມກາເຟບໍລະເວນ.

ພາຫະນະ ແລະ ອຸປະກອນທີ່ມອບໃຫ້ແກ່ ສະມາຄົມສົ່ງເສີມຊາປາກຊ່ອງ ແລະ ສະມາຄົມກາເຟບໍລະເວນ ໃນຄັ້ງນີ້ ປະກອບມີ ລົດຈັກເວບ ຈຳນວນ 2 ຄັນ, ຄອມພິວເຕີ ຈຳນວນ 2 ຊຸດ ແລະ ເຄື່ອງພິມເອກະສານ ຈຳນວນ 2 ໜ່ວຍ.

ເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ສີຟອງ ແກ້ວເມືອງມະນີ, ຫົວໜ້າ ພວຕ ແຂວງ, ຫົວໜ້າພະແນກ, ຮອງພະແນກ, ເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະກອບການທຸລະກິດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.