ພິທີເຊັນບົດບັນທຶກການຮ່ວມມື ໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແຫ່ງ ສປປ ລາວ ແລະ ສຳນັກງານຊັບສິນທາງປັນຍາ ແຫ່ງ ຟີລິບປິນ (IPOPHL=The Intellectual Property Office of the Philippines) ຊຶ່ງໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2019, ທີ່ ນະຄອນຫຼວງເຊອູນ, ປະເທດ ສ. ເກົ່າຫຼີ.
ໃນພິທີດັ່ງກ່າວໄດ້ຮັບກຽດເປັນສັກຂີພະຍານໂດຍ ທ່ານ ປອ. ສຸລິອຸດົງ ວົງດາລາ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ສ່ວນຜູ້ລົງນາມໃນບົດບັນທຶກ ຕາງໜ້າໃຫ້ ຝ່າຍລາວ ແມ່ນ ທ່ານ ປອ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ຕາງໜ້າໃຫ້ ຝ່າຍຟີລິບປີນ ແມ່ນ ທ່ານ ນາງ ໂຈເຊຟິນ ອາຣ໌.ຊານຕິເອໂກ (Josephine R. SANTIAGO), ຫົວໜ້າສຳນັກງານຊັບສິນທາງປັນຍາ ແຫ່ງ ຟິລິບປິນ.
ຈຸດປະສົງຂອງບົດບັນທຶກການຮ່ວມມືສະບັບນີ້ ແມ່ນເພື່ອສ້າງກົນໄກໃນການນໍາພາ ແລະ ສົ່ງເສີມການ ຈັດຕັ້ງປະຕິບັດບັນດາກິດຈະກຳການຮວ່ມມືລະຫວ່າງຄູ່ຮ່ວມມື ໃນຂົງເຂດຊັບສິນທາງປັນຍາ ຊຶ່ງມີຂົງເຂດການຮ່ວມມື ດັ່ງນີ້:
(1) ການສ້າງຄວາມອາດສາມາດ ແລະ ພັດທະນາບຸກຄະລາກອນ ໂດຍຜ່ານການຝຶກອົບຮົມທາງດ້ານການຄຸ້ມຄອງວຽກງານຊັບສິນທາງປັນຍາເຊັ່ນ: ການບໍລິຫານຫ້ອງການຊັບສິນທາງປັນຍາ; ການບໍລິຫານກ່ຽວກັບການບໍລິການສິດທິບັດ, ເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກຳ ໂດຍອີງໃສ່ປະສົບການ ແລະ ຄວາມຊຳນານຂອງເຈົ້າໜ້າທີ່ໃນການສິດສອນ.
(2) ການສ້າງລະບົບການຕິດຕາມ ແລະ ປະເມີນຜົນ ໃນການໃຫ້ບໍລິການ ໂດຍຜ່ານການລິເລີ່ມຕ່າງໆ ເຊັ່ນ: ການນໍາໃຊ້ຜົນການກວດຄົ້ນ ແລະ ຜົນການກວດສອບຂອງສຳນັກງານຊັບສິນທາງປັນຍາ ແຫ່ງຟີລິບປິນ; ແລະພິຈາລະນາຄວາມເປັນໄປໄດ້ໃນການແຕ່ງຕັ້ງສຳນັກງານຊັບສິນທາງປັນຍາ ແຫ່ງ ຟີລິບປິນ ໃນຖານະທີ່ເປັນອົງການສາກົນໃນການກວດຄົ້ນ ແລະ ອົງການສາກົນໃນການກວດສອບສິດທິບັດ ພາຍໃຕ້ສົນທິສັນຍາການຮ່ວມມືສິດທິບັດ (PCT) ສໍາລັບຄໍາຮ້ອງສາກົນ PCT ທີ່ຍື່ນຢູ່ສຳນັກງານສາກົນ ຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນຖານະທີ່ເປັນຫ້ອງການຮັບຄຳຮ້ອງທີ່ຍື່ນໂດຍຄົນລາວ ຫຼື ຜູ້ທີ່ມີພູມລຳເນົາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
(3) ການສ້າງຄວາມອາດສາມາດ ແລະ ບັນດາກິດຈະກໍາການຝຶກອົບຮົມ ກ່ຽວກັບ ຂັ້ນຕອນການກວດຄົ້ນ ແລະ ກວດສອບສິດທິບັດ, ເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກຳ ໂດຍອີງໃສ່ປະສົບການ ແລະ ຄວາມຊຳນານຂອງເຈົ້າໜ້າທີ່ໃນການສິດສອນ.
(4) ການສ້າງຄວາມອາດສາມາດ ແລະ ບັນດາກິດຈະກຳການຝຶກອົບຮົມກ່ຽວກັບຫົວຂໍ້ທີ່ຕິດພັນກັບການສຶກສາດ້ານຊັບສິນທາງປັນຍາ, ບົດບາດຂອງຊັບສິນທາງປັນຍາໃນການສົ່ງເສີມນະວັດຕະກຳ ແລະ ການປະດິດຄິດສ້າງການຖ່າຍທອດເຕັກໂນໂລຊີ ແລະ ການສະແຫວງຫາຜົນປະໂຫຍດທາງການຄ້າ ທີ່ກວມເອົາການສຶກສາ ແລະ ການປູກຈິດສຳນຶກກ່ຽວກັບຊັບສິນທາງປັນຍາ, ຄວາມສຳຄັນໃນການສົ່ງເສີມການປົກປ້ອງຊັບສິນທາງປັນຍາ ແລະ ການສະແຫວງຫາຜົນປະໂຫຍດທາງການຄ້າຂອງບັນດາຫົວໜ່ວຍທຸລະກິດຂະໜາດໃຫຍ່ ນ້ອຍ ແລະ ກາງ.
(5) ການແລກປ່ຽນຂໍ້ມູນກ່ຽວກັບຊັບສິນທາງປັນຍາ ແລະ ບົດຮຽນຕ່າງໆກ່ຽວກັບ: ການບໍລິຫານຄຸ້ມຄອງກ່ຽວກັບການໃຫ້ບໍລິການ ແລະ ການບໍລິຫານຫ້ອງການ, ນະໂຍບາຍ, ຍຸດທະສາດທາງດ້ານຊັບສິນທາງປັນຍາ, ກົດໝາຍຊັບສິນທາງປັນຍາ ແລະ ຂັ້ນຕອນຕ່າງໆ; ປື້ມຄູ່ມື ແລະ ບົດແນະນຳການກວດສອບ; ຂໍ້ມູນຂ່າວສານເຕັກໂນໂລຊີ (ການບັນທຶກ ແລະ ຂໍ້ມູນການຈົດທະບຽນສິດທິບັດ, ເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກຳທີ່ເປັນເອເລັກໂຕຣນິກທີ່ມີຢູ່ໃນສາທາລະນະ), ແລະ ການບັງຄັບໃຊ້ສິດທາງດ້ານຊັບສິນທາງປັນຍາ.
(6) ການແລກປ່ຽນປະສົບການ ແລະ ບົດຮຽນເພື່ອສົ່ງເສີມພາກລັດ ແລະ ເອກະຊົນ ໃຫ້ນຳໃຊ້ຊັບສິນທາງປັນຍາຢ່າງມີປະສິດທິຜົນ ໂດຍຜ່ານຂໍ້ລິເລີ່ມ ເຊັ່ນ: ການຮ່ວມມືໃນການແລກປ່ຽນປະສົບການຂອງການອອກແບບ ແລະ ບໍລິຫານຈັດການໂຄງການຊ່ວຍເຫຼືອດ້ານຊັບສິນອຸດສາຫະກຳ ສຳລັບທຸລະກິດ ແລະ ກິດຈະກຳການຊ່ວຍເຫຼືອສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ; ນອກຈາກນັ້ນ, ກໍ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ສັງຄົມ (PE & A) ໂດຍຜ່ານການແລກປ່ຽນຄວາມຮູ້ ແລະ ອຸປະກອນການສິດສອນ.
(7) ການສ້າງໂຄງການ ແລະ ກິດຈະກຳອື່ນໆ ທີ່ຄູ່ຮ່ວມມືໄດ້ຕົກລົງກັນ.
ໂດຍລວມແລ້ວ, ການຮ່ວມມືຢູ່ໃນຂົງເຂດວຽກງານດັ່ງກ່າວ ຈະສາມາດພັດທະນາຊັບພະຍາກອນມະນຸດຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີຄວາມອາດສາມາດທາງດ້ານການຄຸ້ມຄອງຊັບສິນທາງປັນຍາ, ອີກທັງ ຈະສາມາດພັດທະນາວຽກໃຫ້ບໍລິການຊັບສິນທາງປັນຍາຂອງ ສປປ ລາວ ມີປະສິດທິພາບໄດ້ດີຂື້ນກວ່າເກົ່າ.
ຂໍ້ມູນໂດຍ: ກົມຊັບສິນທາງປັນຍາ