DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສໍານັກງານຊັບສິນທາງປັນຍາແຫ່ງ ສາທາລະນະລັດເກົາຫຼີ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສໍານັກງານຊັບສິນທາງປັນຍາແຫ່ງ ສາທາລະນະລັດເກົາຫຼີ.

     ພິທີເຊັນບົດບັນທຶກການຮ່ວມມື ໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ສໍານັກງານຊັບສິນທາງປັນຍາ ແຫ່ງ ສາທາລະນະລັດເກົາຫຼີ (Korean Intellectual Property Office, KIPO) ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດອາ​ຊຽນ ທີ່ສະເຫຼີມສະຫຼອງສາຍພົວພັນອາຊຽນ-ສ.ເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 26 ພະຈິກ 2019, ທີ່ເມືອງ ບູຊານ, ປະເທດ ເກົາຫຼີ.

       ​    ໃນພິ​ທີ​ດັ່ງ​ກ່າວ ໄດ້​ຮັບກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພະນະທ່ານ ມຸນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ.ເກົາຫຼີ. ພ້ອມທັງ, ບັນ​ດາ​ຄະ​ນະຜູ້ແທນລະດັບສູງຂອງທັງສອງຝ່າຍກໍ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​. ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ຕາງໜ້າໃຫ້ຝ່າຍ​ ສ​ປ​ປ ລາວ ແມ່ນ ທ່ານ. ປອ. ສຸຣິອຸດົງ ສູນດາຣາ, ຮອງລັດຖະມົນຕີ ກວຕ ແລະ ຕາງ​ໜ້າ​ໃຫ້​ຝ່າຍ ສ.ເກົາ​ຫຼີ ແມ່ນ ທ່ານ. ປອ. ວອນຈູປາກ, ຫົວໜ້າສໍານັກງານຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ.

           ຈຸດປະສົງ ຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນ ເພື່ອສ້າງຂອບເຂດການຮ່ວມມືທະວິພາຄີ ໃນຂົງເຂດວຽກງານຊັບສິນທາງປັນຍາ ໃນການພັດທະນາ ແລະ ສົ່ງເສີມວຽກງານຊັບສິນທາງປັນຍາ ຂອງສອງຝ່າຍ. ​ຂອບ​ເຂດ​ການ​ຮ່ວມ​ມືລະ​ຫວ່າງ​ສອງ​ຝ່າຍ​ ຊຶ່ງຈະມີ:

  • ການແລກປ່ຽນຄວາມຄິດເຫັນ ແລະ ຂໍ້ມູນ ກ່ຽວກັບ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ ລວມທັງການປ່ຽນແປງ ຫຼື ປັບປຸງຕ່າງໆ;
  • ກວຕ ຮັບຮູ້ຜົນຂອງການກວດສອບສິດທິບັດ ໂດຍສຳນັກງານຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີີ ແລະ ຈະແຕ່ງຕັ້ງ ສຳນັກງານຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ ໃນຖານະເປັນອົງການສາກົນໃນການກວດຄົ້ນ ແລະ ອົງການສາກົນໃນການກວດສອບສິດທິບັດ ພາຍໃຕ້ສົນທິສັນຍາການຮ່ວມມືສິດທິບັດ (PCT) ໃຫ້ແກ່ ສປປ ລາວ;
  • ສົ່ງເສີມການຮ່ວມມື ລະຫວ່າງ ສອງຝ່າຍ ໃນການຈັດຝຶກອົບຮົມ ວຽກງານຊັບສິນທາງປັນຍາ ແລະ ພັດທະນາບຸກຄະລາກອນ;
  • ສໍານັກງານຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ ຈະແຈ້ງເຖິງ ກວຕ ກ່ຽວກັບ ການສະໝັກທຶນການສຶກສາລະດັບປະລິນຍາໂທ ສາຂາວິຊາຊັບສິນທາງປັນຍາ ແລະ ນະໂຍບາຍເພື່ອການພັດທະນາ ໃນແຕ່ລະປີ;
  • ການຮ່ວມມື ໃນການພັດທະນາລະບົບການຄຸ້ມຄອງການຈົດທະບຽນ ຊັບສິນທາງປັນຍາ ແບບອັດຕະໂນມັດ;
  • ການຮ່ວມມື ໃນການສົ່ງເສີມປູກຈິດສຳນຶກ ກ່ຽວກັບຊັບສິນທາງປັນຍາ ໃຫ້ແກ່ສາທາລະນະຊົນ ໂດຍການຈັດກອງປະຊຸມ ແລະ ສໍາມະນາຮ່ວມກັນ;
  • ການແລກປ່ຽນຂໍ້ມູນ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບສິດທິບັດ; ແລະ
  • ການຮ່ວມມື ໃນໂຄງການ ແລະ ກິດຈະກໍາອື່ນໆ ທີ່ທັງສອງຝ່າຍເຫັນດີຮ່ວມກັນ.

         ການ​ຮ່ວມ​ມືໃນ​ຂອບ​ເຂດ​ວຽກ​ງານດັ່ງ​ກ່າວ, ຈະ​ຊ່ວຍ​ຍົກ​ສູງ​ບົດ​ບາດຄວາມໝາຍຄວາມສໍາຄັນ ຂອງການຄຸ້ມຄອງຊັບສິນທາງປັນຍາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ ແລະ ຂອງໂລກ, ສົ່ງເສີມການລົງທຶນ, ເຕັກໂນໂລຊີ ແລະ ນະວັດຕະກໍາ​. ພ້ອມ​ດຽວ​ກັນ​ກໍ່ຈະສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງຊັບສິນທາງປັນຍາ ຂອງສອງຝ່າຍ ແລະ ຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າ.

ຂໍ້ມູນໂດຍ: ກົມຊັບສິນທາງປັນຍາ

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສໍານັກງານຊັບສິນທາງປັນຍາແຫ່ງ ສາທາລະນະລັດເກົາຫຼີ. ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສໍານັກງານຊັບສິນທາງປັນຍາແຫ່ງ ສາທາລະນະລັດເກົາຫຼີ.