DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ

ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ

ໂດຍຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງ ກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ສະບັບເລກທີ 06/ກມສພ, ລົງວັນທີ 25/2/2001 ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນບາງວຽກງານຂອງລັດຖະບານ ສະບັບເລກທີ 17/ນຍ, ລົງວັນທີ 11/03/2021.

ໃນຕອນເຊົ້າວັນທີ 28 ເມສາ 2021 ນີ້, ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ມີພິທີ ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເມື່ອກ່ອນ ໃຫ້ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງການມອບ-ຮັບດັ່ງກ່າວ ແມ່ນມອບທັງໜ້າວຽກ, ບຸກຄະລາກອນ ແລະ ວັດຖຸອຸປະກອນ, ພະຫະນະ ທີ່ຂຶ້ນກັບ ກົມຊັບສິນທາງປັນຍາ ແລະ ໄດ້ມອບຕຶກອາຄານ, ທີ່ດິນທັງໝົດຂອງ ກົມມາດຕະຖານ ແລະ ວັດແທກ ທີ່ຕັ້ງຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ຕາມລະບຽບການ, ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດທີ່ກຳນົດໄດ້ໄວ້ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິ ຕາມໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ໃນກົງຈັກການຈັດຕັ້ງຂອງ ກົມຊັບສິນທາງປັນຍາ ປະກອບດ້ວຍ 8 ພະແນກ, 1 ສູນ ຄື: ພະແນກສັງລວມ, ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ, ພະແນກສິດທິບັດ, ພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກຳເນີດ, ພະແນກປົກປ້ອງພັນພືດ, ພະແນກລິຂິສິດ, ພະແນກສົ່ງເສີມ ແລະ ພັດທະນາຊັບສິນທາງປັນຍາ, ພະແນກແກ້ໄຂຂໍຂັດແຍ່ງທາງຊັບສິນທາງປັນຍາ ແລະ ສູນບໍລິການຊັບສິນທາງປັນຍາ, ແລະ ກົງຈັກການຈັດຕັ້ງຂອງ ກົມມາດຕະຖານ ແລະ ວັດແທກ ປະກອບດ້ວຍ 05 ພະແນກ, 05 ສູນ, ຄື: ພະແນກສັງລວມ, ພະແນກຄົ້ນຄວ້າ ແລະ ພັດທະນາ, ພະແນກມາດຕະຖານ, ພະແນກບໍລິຫານ ແລະ ການເງິນ, ພະແນກປົກປ້ອງຜູ້ຊົມໃຊ້, ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ສູນຂໍ້ມູນຂ່າວສານວຽກງານມາດຕະ ຖານ ແລະ ວັດແທກ, ສູນຮັບຮອງລະບົບ ISO ແຫ່ງຊາດ, ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ສູນວັດແທກ. ໃນນັ້ນ ມີບຸກຄະລາກອນທັງສອງພາກສ່ວນທັງຫມົດ ຈຳນວນ 208 ທ່ານ, ຍິງ 44 ທ່ານ.

ລົງນາມໃນພິທີມອບ-ຮັບດັ່ງກ່າວ ໂດຍແມ່ນທ່ານ ບັນດິດ. ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ອະດີດ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ປອ. ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍມີ ທ່ານ ທອງຈັນ ມະນີໄຊ, ລັດຖະມົນຕີ ກະຊວງພາຍໃນ, ມີທ່ານ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ຄະນະພັກ-ຄະນະນຳ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງກະຊວງເຂົ້າຮ່ວມເປັນສັກຂີພິຍານ.

ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ