ໃນວັນທີ 16 ມິຖຸນາ 2022 ຜ່ານມາ ທີ່ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ມີກອງປະຊຸມພົບປະກັນ ລະຫວ່າງ ກົມຊັບສິນທາງປັນຍາ ສປປ ລາວ ແລະ ພະແນກຊັບສິນທາງປັນຍາ ອົງການສົ່ງເສີມການຄ້າຕ່າງປະເທດ ຍີ່ປຸ່ນ ປະຈຳບາງກອກ ປະເທດໄທ (JETRO), ຝ່າຍລາວ ນໍາໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຝ່າຍຍີ່ປຸ່ນນໍາໂດຍ ທ່ານ Junya Watanabe, ຫົວໜ້າພະແນກຊັບສິນທາງປັນຍາ(JETRO).
ໃນກອງປະຊຸມ ຝ່າຍລາວ ກໍໄດ້ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ກົມຊັບສິນທາງປັນຍາ ພາຍຫຼັງໄດ້ຍົກຍ້າຍມາຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດຽວກັນນັ້ນ ກໍໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການຮ່ວມມື ໃນສົກປິ 2021 ຜ່ານມາ, ລວມທັງຫມົດ 15 ກິດຈະກຳ ແລະ ສາມາດຈັດຕັ້ງປະຕິບັດໄດ້ 12 ກິດຈະກໍາ ແລະ ຍັງມີ 3 ກິດຈະກຳ ທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ເນື່ອງຈາກພົບບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ໃນກອງປະຊຸມ ຝ່າຍລາວຍັງໄດ້ສະເໜີບາງຫົວຂໍ້ ເພື່ອປະກອບເຂົ້າໃນແຜນວຽກຮ່ວມມື ປະຈໍາສົກປີ 2022-2023 ເຊັ່ນ: ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານກົມຊັບສິນທາງປັນຍາ ແລະ ພາກສ່ວນທຸລະກິດ ທີ່ກ່ຽວຂ້ອງ ໃນຂົງເຂດຊັບສິນທາງປັນຍາ ໂດຍສະເໜີ ພະນັກງານຫຼັກແຫຼ່ງຂອງ ກົມຊັບສິນທາງປັນຍາ ຈໍານວນ 10 ທ່ານ, ເພື່ອໄປທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ປະສົບການດ້ານການຄຸ້ມຄອງຊັບສິນທາງປັນຍາ ຈາກອົງການສິດທິບັດຍີ່ປຸ່ນ (JPO) ທີ່ປະເທດຍີ່ປຸ່ນ; ຈັດຝຶກອົບຮົມ ກ່ຽວກັບການກວດສອບເຄື່ອງໝາຍການຄ້າ ທີ່ ສປປ ລາວ; ຫົວຂໍ້ ການຄົ້ນຄວ້າໄລຍະສັ້ນ (3 ເດືອນ) ທີ່ JPO; ຫົວຂໍ້ ກ່ຽວກັບການຖ່າຍທອດເຕັກໂນໂລຊີ; ຫົວຂໍ້ ກ່ຽວກັບສິດທິບັດ, ການຈັດສຳມະນາ/ຝຶກອົບຮົມ ດ້ານວຽກງານວິຊາສະເພາະໃຫ້ພະນັກງານພາຍໃນກົມຊັບສິນທາງປັນຍາ; ການເພີ່ມຫົວຂໍ້ຝຶກອົບຮົມ ທີ່ຈະເປັນປະ ໂຫຍດແກ່ການພັດທະນາວຽກງານຊັບສິນທາງປັນຍາ ຢູ່ ສປປ ລາວ ແລະ ເພີ່ມຈໍານວນພະນັກງານ ໃນການເຂົ້າຮ່ວມຝຶກອົບຮົມຕ່າງໆ ທີ່ປະເທດຍີ່ປຸ່ນຕື່ມອີກ.
ນອກຈາກນັ້ນ, ກົມຊັບສິນທາງປັນຍາ ຍັງໄດ້ສະເໜີ ຂໍການຊ່ວຍເຫຼືອ ໃນຂົງເຂດການປູກຈິດສຳນຶກດ້ານຊັບສິນທາງປັນຍາ ໃຫ້ແກ່ຊາວໜຸ່ມ ໂດຍສະເພາະ ນັກຮຽນ, ນັກສຶກສາ ແລະ ຜູ້ປະກອບການໄວໜຸ່ມ ໃນລະຫວ່າງງານຊັບປະດາຊັບສິນທາງປັນຍາ ທີ່ຈະໄດ້ຈັດຂຶ້ນໃນເດືອນ ຕຸລາ ທີ່ຈະມາເຖິງນີ້.
ຝ່າຍຍີ່ປຸ່ນ ເຫັນດີຈະພິຈາລະນາຕາມການສະເໜີຂອງກົມຊັບສິນທາງປັນຍາ ແລະ ຈະເພີ່ມຫົວຂໍ້ກິດຈະກໍາເຂົ້າໃນແຜນວຽກ ເພື່ອເຮັດໃຫ້ແຜນການຮ່ວມມືມີຄວາມຄົບຖ້ວນສົມບູນ ແລະ ສອດຄ່ອງກັບຄວາມຕ້ອງການ ຂອງກົມຊັບສິນທາງປັນຍາ ໃນການພັດທະນາວຽກງານຊັບສິນທາງປັນຍາຂອງ ສປປ ລາວ ໃຫ້ມີຄວາມກ້າວໜ້າທຽບເທົ່າກັບພາກພື້ນ ແລະ ສາກົນ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ
ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ