DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ສປປ ລາວ ເຂົ້າຮ່ວມເປັນພາຄີ ອານຸສັນຍາມາດຣິດ ແລະ ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງຍຸດທະສາດ ແຫ່ງຊາດ ດ້ານຊັບສິນທາງປັນຍາ

ສປປ ລາວ ໄດ້ຍື່ນສານເຂົ້າຮ່ວມເປັນພາຄີ ຂອງອານຸສັນຍາມາດຣິດວ່າດ້ວຍການຈົດທະບຽນ ເຄື່ອງໝາຍການຄ້າສາກົນ ກັບອົງການຊັບສິນທາງປັນຍາໂລກ ທີ່ສຳນັກງານໃຫຍ່ຂອງອົງການຊັບ ສິນທາງປັນຍາໂລກ ໃນ ວັນທີ 7 ທັນວາ 2015, ທີ່ປະເທດສະວິດເຊີແລນ. ການເຂົ້າຮ່ວມເປັນພາ ຄີຂອງອານຸສັນຍານີ້, ສປປ ລາວ ເປັນ ພາຄີໃນລຳດັບປະເທດ ທີ 97 ຂອງ ລະບົບມາດຣິດໂດຍ ຕ່າງໜ້າໃຫ້ແກ່ ສປປ ລາວ ນໍາໂດຍ ທ່ານ ດຣ. ສຸລິອຸດົງ ສູນດາລາ, ລັດຖະມົນຕີຊ່ວຍວ່າການ ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ; ທ່ານ ດຣ ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນ ທາງປັນຍາ, ກວຕ; ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມແຫ່ງ ສປປ ລາວ ປະຈຳປະ ເທດສະວິດເຊີແລນ ແລະ ທ່ານ ຄູນຄຳ ອິນທະສານ, ຜູ້ຕາງໜ້າ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳຫ້ອງການສະຫະປະຊາຊາດ ພ້ອມດ້ວຍອົງການ ຈັດຕັ້ງສາກົນອື່ນໆທີ່ເຊີແນວ ແລະ ຝ່າຍອົງການຊັບ ສິນທາງປັນຍາໂລກ ມີ ທ່ານ ຟຣານຊິສ ເກີຣີ (Francis Gurry), ຜູ້ອຳນວຍການໃຫຍ່ຂອງ ອົງການຊັບສິນທາງ ປັນຍາໂລກ (WIPO), ທ່ານ ນາງ ວັງ ບິນຢິງ (Wang Binying), ຮອງຫົວໜ້າອົງການຊັບສິນທາງປັນຍາໂລກ, ຮັບຜິດຊອບຂະແໜງ ເຄື່ອງໝາຍການຄ້າ ແລະ ການ ອອກແບບ ແລະ ທ່ານ ເດ ວິດ ມັລສ໌ (David Muls), ຫົວໜ້າພະແນກຜູ້ອາວຸໂສ ພະແນກຈົດທະບຽນມາດຣິດ, ເຄື່ອງໝາຍການຄ້າ ແລະ ການອອກແບບ.

 

ການເຂົ້າເປັນພາຄີຂອງອານຸສັນຍາມາດຣິດນີ້ ເປັນການເປີດໂອກາດໃຫ້ເຈົ້າຂອງເຄື່ອງໝາຍການຄ້າ ຫຼື ຍີ່ຫໍ້ສິນຄ້າ ຢູ່ໃນ ສປປ ລາວ ເຂົ້າເຖິງ ການປົກປ້ອງ ເຄື່ອງໝາຍການຄ້າຂອງຕົນ ດ້ວຍຄ່າໃຊ້ຈ່າຍທີ່ຕ່ຳກວ່າ ແລະ ໃຊ້ເວລາສັ້ນກວ່າ. ເຈົ້າຂອງເຄື່ອງໝາຍການຄ້າ ຫຼື ຍີ່ຫໍ້ສິນຄ້າ ຢູ່ໃນ ສປປ ລາວ ສາມາດນຳໃຊ້ລະບົບມາດ ຣິດ ເພື່ອປົກປ້ອງເຄື່ອງໝາຍການຄ້າຂອງຕົນ ໃນຈຳນວນ 113 ອານາເຂດ ຂອງສະມາຊິກຂອງອານຸສັນຍາມາດຣິດ ທັງໝົດ 97 ປະເທດ ໂດຍການຍື່ນຄຳຮ້ອງຂໍຈົດທະ ບຽນເຄື່ອງໝາຍການຄ້າສາກົນພຽງສະບັບດຽວ, ຈ່າຍຄ່າທຳນຽມເທື່ອດຽວ ດ້ວຍເງິນສະກຸນດຽວໃນຂັ້ນຕອນທີ່ ງ່າຍດາຍຂອງລະບົບມາດຣິດ, ບັນດາບໍລິສັດຕ່າງປະ ເທດຈະພົບວ່າ ມີຄວາມສະດວກສະບາຍໃນການຂໍການປົກປ້ອງເຄື່ອງໝາຍການຄ້າຂອງຕົນ ແລະ ສາມາດແນະນຳສິນຄ້າ ແລະ ບໍລິການຂອງຕົນເຂົ້າສູ່ຕະຫລາດ ໃນ ສປປ ລາວ. ກ່ຽວກັບອານຸສັນຍາມາດຣິດ ຈະມີຜົນບັງຄັບໃຊ້ຢ່າງເປັນທາງ ເລີ່ມແຕ່ ວັນທີ 7 ມີນາ 2016 ເປັນຕົ້ນໄປ.

 

ຫຼັງຈາກນັ້ນ, ຍັງໄດ້ສືບຕໍ່ລົງນາມບົດບັນທຶກການຄວາມເຂົ້າໃຈ ວ່າດ້ວຍການສ້າງຍຸດທະສາດແຫ່ງຊາດ ດ້ານຊັບສິນທາງປັນຍາຂອງ ສປປ ລາວ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ອົງການຊັບສິນທາງປັນຍາໂລກ ຊຶ່ງໄດ້ຈັດຂຶ້ນທີ່ສຳນັກງານໃຫຍ່ ຂອງອົງການ ຊັບສິນທາງປັນຍາໂລກ. ພິທີລົງນາມບົດບັນທຶກການຄວາມເຂົ້າໃຈຄັ້ງນີ້ ຕ່າງໜ້າຝ່າຍລາວແມ່ນ ທ່ານ ດຣ. ສຸລິອຸດົງ ສູນດາລາ, ລັດຖະມົນຕີຊ່ວຍວ່າ ການ ກວຕ ແລະ ຝ່າຍອົງການຊັບສິນທາງ ປັນຍາໂລກ ແມ່ນ ທ່ານ ຟຣານຊິດ ເກີຣີ, ຜູ້ອໍານວຍການໃຫຍ່ ຂອງອົງການຊັບສິນທາງປັນຍາໂລກ ຊຶ່ງມີຄະນະ ຜູ້ແທນຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານໃນ ພິທີດັ່ງກ່າວ.

 

ຈຸດປະສົງຂອງການລົງນາມ ບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອແນໃສ່ສ້າງ ແລະ ພັດທະນາຍຸດທະສາດແຫ່ງຊາດ ດ້ານຊັບສິນທາງ ປັນຍາ ຂອງ ສປປ ລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ວຽກບູລິມະສິດໃນຂະແໜງຊັບສິນທາງປັນຍາ ຂອງ ສປປ ລາວ ໃນໄລຍະ ສັ້ນ, ໄລຍະກາງ ແລະ ໄລຍະ ຍາວ, ໂດຍສອດຄ່ອງກັບນະໂຍບາຍແຫ່ງຊາດ ແລະ ສາກົນ ເພື່ອການພັດທະນາເສດຖະກິດ ແລະ ວັດທະນາທຳແບບຍືນ ຍົງ.

ບົດຂ່າວ ແລະ ຮູບພາບ : ກົມຊັບສິນທາງປັນຍາ