DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ສປປ ລາວ ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ 63 ຂອງປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ WIPO

ໃນລະຫວ່າງວັນທີ 14-22 ກໍລະກົດ 2022, ທີ່ເຈນີວາ, ປະເທດສະວິດເຊີແລນ, ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ 63, ຂອງປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ (WIPO).
ໃນກອງປະຊຸມຄັ້ງນີ້, ມີຕາງໜ້າ ສປປ ລາວ ຊຶ່ງນໍາໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ WIPO ເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມ ດັ່ງກ່າວ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ໃຫ້ກຽດຂຶ້ນກ່າວມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ ຊຶ່ງທ່ານໄດ້ກ່າວ ສະແດງຄວາມຂອບໃຈມາຍັງ ທ່ານ ເອກອັກຄະລັດຖະທູດ, ຕາເຕຍນາ ໂມຊຽນ (Tatiana Molcean), ໃນຖານະເປັນປະທານຂອງກອງປະຊຸມໃນຄັ້ງນີ້ ຈະເຮັດໃຫ້ໄດ້ຮັບໝາກຜົນ ແລະ ປະສິດທິຜົນສູງ.
ພ້ອມດຽວກັນນັ້ນ ທ່ານ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ດາເລັນຕັງ (Daren Tang) ຜູ້ອໍານວຍການໃຫຍ່ຂອງ ອົງການຊັບສິນທາງປັນຍາໂລກ (WIPO) ສໍາລັບການສືບຕໍ່ໃຫ້ການສະໜັບສະໜູນອັນສໍາຄັນ ຕໍ່ການພັດທະນາ ລະບົບ ຊັບສິນທາງປັນຍາ ໃນ ສປປ ລາວ, ໂດຍສະເພາະ ການຊ່ວຍເຫຼືອ ໃນການພັດທະນາແຜນຍຸດທະສາດ ຊັບສິນທາງປັນຍາ, ການຄົ້ນຄວ້າປັນຫາ ຊັບສິນທາງປັນຍາ, ການຈັດຕັ້ງປະຕິບັດການຈົດທະບຽນສາກົນ ກ່ຽວກັບເຄື່ອງໝາຍ (Madrid Protocol) ແລະ ກົດໝາຍວ່າດ້ວຍເຈນີວາພາຍໃຕ້ອານຸສັນຍາ ລິດບອນ (Lisbon), ການກະກຽມສໍາລັບການເຂົ້າເປັນສະມາຊິກຂອງສົນທິສັນຍາ ເຮັກ (Hague), WCT ແລະ WPPT, ກະກຽມລະບົບການຍື່ນຄໍາຮ້ອງອອນລາຍ (E-Filing), ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ເຈົ້າໜ້າທີ່ລັດ ແລະ ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງພວກເຮົາ ເຊັ່ນ: ກາເຟ ບໍລະເວນ (Bolaven Coffee), ການສ້າງສະພາບແວດລ້ອມ ຊັບສິນທາງປັນຍາ ກ່ຽວກັບໂຄງການສ້າງຍີ່ຫໍ້ ແລະ ການອອກແບບ ໂດຍຜ່ານສໍານັກງານ ASPAC, ການສ້າງຕັ້ງສູນ TISC ແລະ ໂຄງການການສ້າງສີ່ງຫຸ້ມຫໍ່ ໂດຍຜ່ານພະແນກ LDC ແລະ ກິດຈະກໍາການເຜີຍແຜ່ ຊັບສິນທາງປັນຍາ, ຄຽງຄູ່ກັນນັ້ນ, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງ ຈາກການສະໜັບສະໜູນຂອງ WIPO ພາຍໃຕ້ແຜນປະຕິບັດງານສິດ ຊັບສິນທາງປັນຍາອາຊຽນ (AIPRAP) 2016-2025 ຕາມການສະເໜີຂອງປະທານ AWGIPC.
ທ່ານ ຍັງໄດ້ກ່າວຕື່ມອີກ ວ່າ: ຜ່ານການໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ WIPO, ສປປ ລາວ ຈະສາມາດສະຫຼຸບແຜນຍຸດທະສາດ ຊັບສິນທາງປັນຍາ ໄດ້ໃນທ້າຍປີນີ້ ແລະ ຈະສາມາດເຂົ້າເປັນສະມາຊິກສົນທິສັນຍາ ເຮັກ (Hague) ແລະ (WCT) ໄດ້ໃນໄວໆນີ້ ເພື່ອໃຫ້ທຸລະກິດທ້ອງຖິ່ນຂອງພວກເຮົາສາມາດຊອກຫາຕະຫຼາດໃນຕ່າງປະເທດໄດ້ ແລະ ເພື່ອຊຸກຍູ້ໃຫ້ນັກທຸລະກິດຕ່າງປະເທດ ເຂົ້າມາລົງທຶນໃນການພັດທະນາຜະລິດຕະພັນ ໂດຍການໃຫ້ພວກເຂົາເຂົ້າເຖິງ ລະບົບຊັບສິນທາງປັນຍາ ຂອງ ສປປ ລາວ ໄດ້ງ່າຍຂຶ້ນ.
ປັດຈຸບັນ ກົມຊັບສິນທາງປັນຍາ ກໍາລັງຈັດຕັ້ງປະຕິບັດຂໍ້ລິເລີ່ມໃໝ່ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ” ເພື່ອສືບຕໍ່ສ້າງຂໍ້ລິເລີ່ມ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອແນໃສ່ຊ່ວຍຊຸກຍູ້ ສິນຄ້າ (ODOPs) ແລະ ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນການນຳໃຊ້ເຄື່ອງມື ຊັບສິນທາງປັນຍາ ເພື່ອເພີ່ມມູນຄ່າໃຫ້ກັບສິນຄ້າ ແລະ ການບໍລິການ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນທາງທຸລະກິດໄດ້.
ໃນປັດຈຸບັນ ກົມຊັບສິນທາງປັນຍາ ກໍາລັງສຶກສາ ແລະ ຄົ້ນຄວ້າກົນໄກການປົກປ້ອງພັນທຸກໍາ, ພູມປັນຍາທ້ອງຖິ່ນ ແລະ ການສະແດງອອກທາງວັດທະນະທໍາພື້ນເມືອງຂອງ ສປປ ລາວ ອີກດ້ວຍ.
ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ
ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ