DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ສປປ ລາວ ໄດ້ຮັບເປັນປະທານໜ່ວຍງານຮ່ວມມືດ້ ານຊັບສິນທາງປັນຍາອາຊຽນ (AWGIPC) ສົກປີ 2023-2025

ໃນລະຫວ່າງວັນທີ 12-18 ມີນາ 2023, ຄະນະຜູ້ແທນຂອງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໜ່ວຍງານຮ່ວມມື ດ້ານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 69 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ແລະ ເຂົ້າຮ່ວມພິທີ ມອບ-ຮັບ ຕໍາແໜ່ງປະທານໜ່ວຍງານຮ່ວມມື ດ້ານຊັບສິນທາງປັນຍາອາຊຽນ ທີ່ ໂບໂຮລ, ປະເທດ ຟິລິບປິນ.

ກອງປະຊຸມໄດ້ຮັບຟັງການສະຫຼຸບ ແລະ ລາຍງານ ກ່ຽວກັບຄວາມຄືບໜ້າໃນການການຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາ 2016-2025 ຈາກກອງເລຂາອາຊຽນ ຊຶ່ງປັດຈຸບັນ ແມ່ນສໍາເລັດໂດຍລວມ 75 % ເປີເຊັນ, ສໍາລັບ 20 % ເປີເຊັນ ແມ່ນກິດຈະກຳພວມຈັດຕັ້ງປະຕິບັດ ແລະ 5% ເປີເຊັນ ແມ່ນຍັງບໍ່ເລີ່ມຈັດຕັ້ງປະຕິບັດ.

ນອກຈາກນັ້ນ, ຍັງໄດ້ຮັບຟັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກ ກັບບັນດາຄູ່ຮ່ວມເຈລະຈາ ແລະ ແລກປ່ຽນຄໍາເຫັນ ກັບຄູ່ຮ່ວມພັດທະນາ ລວມທັງວຽກຕໍ່ໜ້າທີ່ຕິດພັນກັບວຽກງານຊັບສິນທາງປັນຍາ ຄື: ອົງການຊັບສິນທາງປັນຍາໂລກ (WIPO), ສຳນັກງານຊັບສິນທາງປັນຍາອັງກິດ (UKIPO), ສຳນັກງານສິດທິບັດຍີ່ປຸ່ນ (JPO), ສຳນັກງານຊັບສິນທາງປັນຍາແຫ່ງສະຫະພາບເອີຣົບ (EUIPO), ເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA). ໃນນີ້, ສປປ ລາວ ແມ່ນໄດ້ຮັບອະນຸມັດ 3 ໂຄງການໃໝ່ທີ່ໄດ້ສະເໜີໃນຕົ້ນປີ 2023 ຊຶ່ງ ທັງ 3 ໂຄງການ ແມ່ນຕິດພັນກັບການສົ່ງເສີມວິສາຫະກິດຍິງ ກັບ ວຽກງານຊັບສິນທາງປັນຍາ ພາຍໃຕ້ຂອບການຮ່ວມມືເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ. ມູນຄ່າໂຄງການທັງໝົດ ແມ່ນປະມານ 170,000 ໂດລາອົດສະຕຣາລີ.

ຄຽງຄູ່ກັບກອງປະຊຸມດັ່ງກ່າວ, ຄະນະຜູ້ແທນລາວ ກໍໄດ້ພົບປະສອງຝ່າຍກັບ ອົງການຊັບສິນທາງປັນຍາໂລກ ເພື່ອສືບຕໍ່ຂໍການຊ່ວຍເຫຼືອທາງດ້ານວິຊາການ ໂດຍສະເພາະ ການສະໜັບສະໜູນວຽກການເປັນປະທານອາຊຽນ ຂອງໜ່ວຍງານຮ່ວມມື ດ້ານຊັບສິນທາງປັນຍາອາຊຽນ ຂອງ ສປປ ລາວ, ວຽກງານເຂົ້າເປັນພາຄີຂອງສົນທິສັນຍາສາກົນຕ່າງໆ. ພ້ອມນັ້ນ, ຄະນະຜູ້ແທນລາວ ໄດ້ປຶກສາຫາລື ກັບ ສຳນັກງານຊັບສິນທາງປັນຍາອັງກິດ ປະຈໍາອາຊີ  ເພື່ອຂໍຄວາມຊ່ວຍເຫຼືອທາງດ້ານວິຊາການໃນການຈັດສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ການຄ້າທາງເອເລັກໂຕຣນິກ; ພ້ອມນັ້ນ, ຍັງໄດ້ປຶກສາຫາລື ຄວາມເປັນໄປໄດ້ໃນການເຮັດບົດບັນທຶກຄວາມເຂົ້າໃຈຮ່ວມກັນ ກ່ຽວກັບການກວດສອບສິດທິບັດ ລະຫວ່າງ ສປປ ລາວ ແລະ ອັງກິດ ໃນຕໍ່ໜ້າ.

ໃນຕອນທ້າຍຂອງກອງປະຊຸມ ໄດ້ມີພິທີ ມອບ-ຮັບ ຕໍາແໜ່ງປະທານໜ່ວຍງານຮ່ວມມືດ້ານຊັບສິນທາງປັນຍາອາຊຽນ ສົກປີ 2023-2025 ຢ່າງເປັນທາງການ ຈາກປະເທດຟິລິບປິນ ໃຫ້ແກ່ ສປປ ລາວ ຊຶ່ງ ສປປ ລາວ ກໍໄດ້ໃຫ້ຄໍາໝັ້ນສັນຍາ ແລະ ຂໍຄວາມຮ່ວມມືກັບບັນດາປະເທດສະມາຊິກ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ 2016-2025 ໃຫ້ສໍາເລັດ 100% ແລະ ສືບຕໍ່ກໍານົດ ແຜນປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ ພາຍຫຼັງປີ 2025  ໃຫ້ສຳເລັດ.

ຂ່າວ ແລະ ຮູບພາບ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ, ກົມຊັບສິນທາງປັນຍາ