DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຖະແຫຼງຂ່າວ ງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

ພິທີຖະແຫຼງຂ່າວງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ວັນທີ 26 ເມສາ 2022 ຈັດຂຶ້ນ ຕອນບ່າຍວັນທີ 22 ເມສາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍການຖະແຫຼງຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ອຄ, ທ່ານ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລ ແຫ່ງຊາດ, ທ່ານ ນ. ມີນາ ສີວິໄລ ຫົວໜ້າກົມຂະບວນການ ຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມພະນັກງານຫຼັກແຫຼ່ງພາຍໃນກະຊວງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ປອ. ຄຳແພງ ໄຊສົມແພງ ກ່າວວ່າ: ການງານ​ຖະ​ແຫຼ​ງຂ່າວຄັ້ງນີ້ ​ແມ່ນເພື່ອແຈ້ງຂ່າວໃຫ້ແກ່ການນຳພັກ-ລັດ ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າແມ່ຂາຍ ແລະ ພໍ່ແມ່ປະຊາຊົນ ບັນດາທ່ານຜູ້ຕິດຕາມຂ່າວສານທັງພາຍໃນ ແລະ ຕ່າງປະເທດ ຊາບວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈະຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຂຶ້ນໃນວັນທີ 26 ເມສາ 2022 ໂດຍພາຍໃຕ້ຄໍາຂວັນທີ່ວ່າ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີ ກວ່າ” ເຊິ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ ( ຫຼື WIPO: ດັບໂບຢູໄອພີໂອ) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.

ຈຸດປະສົງຂອງການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຕົ້ນຕໍກໍເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນການກະຕຸກຊຸກຍູ້ໃຫ້ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານສິນລະປະກໍາ ແລະ ວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງການນໍາໃຊ້ນະວັດຕະກຳເຂົ້າໃນການພັດທະນາເຕັກໂນໂລຊີ ການສ້າງສັນຜົນງານທາງດ້ານວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ້ງເດີມ.

ໃນການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກນີ້ ພວກເຮົາຈະໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາຕິດພັນກັບໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ສໍາລັບສະຖານທີ່ຈັດງານແມ່ນຈະຈັດຢູ່ ມະຫາວິທະຍາໄລ ແຫ່ງຊາດ ໃນວັນທີ 26 ເມສາ 2022, ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໄວໜຸ່ມ ໂດຍສະເພາະ ໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ປັດຈຸບັນ ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ພັດທະນາຢ່າງທັນສະໄໝເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ ມຸມມອງໃໝ່ ຄວາມກະຕືລືລົ້ນໃນການຮຽນຮູ້ ແລະ ກ້າທົດລອງປະດິດສ້າງສິ່ງໃໝ່ໆ ກ້າວໄປສູ່ການສ້າງນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ ໂປຼແກຼມຄອມພິວເຕີ ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວ ສູ່ສັງຄົມ.

ສຳລັບໄວໜຸ່ມຢູ່ໃນພາກທຸລະກິດຂອງລາວ ກໍປະກົດໃຫ້ເຫັນໂດຍໄດ້ສ້າງສັນງານການອອກແບບແຟຊັ່ນ ສ້າງ ສັນສິລະປະດົນຕີ ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ການຄົ້ນຄິດສ້າງໂປຣແກຣມຄອມພິວເຕີ ແລະ ແອັບພລິເຄຊັນໃນໂທລະສັບມືຖືເປັນຕົ້ນ ແອັບບໍລິການລົດແທກຊີອອນໄລໂລກາ ແຮນດີ ທີ່ເປັນແພຣດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ເຊິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໂດຍລວມ.

ພ້ອມນີ້ ຂ້າພະເຈົ້າຂໍແຈ້ງມາຍັງທ່ານຊາບອີກວ່າ: ໃນເດືອນ ຕຸລາ ຂອງປີ 2022 ນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນອົງການຄຸ້ມຄອງວຽກງານຊັບສິນທາງປັນຍາຢູ່ ສປປ ລາວ ຮ່ວມກັບບັນດາ ມະຫາວິທະຍາໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຈັດງານມະຫາກຳຊັບສິນທາງປັນຍາ ເພື່ອເປັນເວທີແຫ່ງການວາງສະແດງ ຜົນງານທາງດ້ານຊັບສິນທາງປັນຍາ ສ້າງສະພາບແວດລ້ອມທີ່ສົ່ງເສີມການປົກປ້ອງ ການສ້າງຍີ່ຫໍ້ ແລະ ການອອກແບບສິນຄ້າ ແລະ ການບໍລິການຂອງລາວເຂົ້າສູ່ຕະຫຼາດ ພ້ອມທັງເປັນເວທີແລກປ່ຽນຄວາມຮູ້ທາງດ້ານຊັບສິນທາງປັນຍາ ເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການສ້າງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກໍາ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ້ງເດີມ, ພ້ອມດຽວກັນ ກໍຈະເປັນການສະທ້ອນໃຫ້ເຫັນເຖິງການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງຂອງປະເທດເຮົາ ເຮັດໃຫ້ສາທາລະນະຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບການຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ຂອງບັນດານັກຄົ້ນຄວ້າ, ນັກປະດິດສ້າງ, ປະດິດຄິດແຕ່ງ ແລະ ຜູ້ເປັນເຈົ້າຂອງຊັບສິນທາງປັນຍາ ອື່ນໆອີກດ້ວຍ.

ໃນໂອກາດນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລ ແຫ່ງຊາດ ຂໍເຊີນຊວນມາຍັງໄວໜຸ່ມ ນັກຮຽນ-ນັກສຶກສາ ນັກຄົ້ນຄວ້າ ນັກວິທະຍາສາດ ນັກປະດິດສ້າງ ນັກປະດິດຄິດແຕ່ງ ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາ ຜູ້ປະກອບການ ນັກທຸລະກິດ ແລະ ຜູ້ມີຄວາມສົນໃຈ ເຂົ້າຮ່ວມ ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2022 ໃນວັນທີ 26 ເມສາ 2022 ນີ້, ຊຶ່ງເປັນໂອກາດອັນດີ ສໍາລັບການຮຽນຮູ້ ທໍາຄວາມເຂົ້າໃຈ ແລະ ນໍາໃຊ້ສິດຕໍ່ຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນການຊຸກຍູ້ໃຫ້ມີການຫັນປ່ຽນແນວຄວາມຄິດ ກາຍເປັນຮູບປະທໍາ ຫັນສິດຕໍ່ຊັບສິນທາງປັນຍາ ໃຫ້ກາຍເປັນການສ້າງລາຍຮັບ ສ້າງວຽກເຮັດງານທໍາ ແລະ ຜະລິດຕະຜົນ ປະກອບສ່ວນເຂົ້າໃນແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ແລະ ການພັດທະນາເສດຖະກິດ-ສັງຄົມ ວັດທະນະທໍາແບບຍືນຍົງ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ