DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019

ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019

ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019 ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019ໃນຕອນເຊົ້າຂອງວັນທີ 26 ເມສາ 2019, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ)ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຈຳປາສັກ ຈັດກິດຈະກຳຢ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ທີ່ຫ້ອງວ່າການປົກຄອງ ແຂວງຈຳປາສັກ.

ເຂົ້້າຮ່ວມກິດຈະກຳດັ່ງກ່າວ ມີທ່ານ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ; ທ່ານ ບົວສອນ ວົງສອງຄອນ, ຮອງເຈົ້້າແຂວງຈໍາປາສັກ, ຜູ້ຕາງໜ້າຈາກ ຫ້ອງການພາກພື້ນອາຊີ ແລະ ປາຊີຟີກ, ອົງການຊັບສີນທາງປັນຍາໂລກ; ຜູ້ຕາງໜ້າຈາກອົງການສາກົນ.

ທ່ານ ຮອງລັດຖະມົນຕີ ກວຕ ກ່າວໃນໂອກາດວັນສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ວ່າ: ປັດຈຸບັນ, ປະຊາກອນໂລກ ມີຄວາມຮູ້ພຽງເລັກນ້ອຍ ກ່ຽວກັບຊັບສິນທາງປັນຍາ ແລະ ຍັງມີຈຳນວນໜຶ່ງເຫັນ ເປັນພຽງທຸລະກິດ ຫຼື ມີຄວາມຄິດລິເລີ່ມ ທີ່ນຳໃຊ້ເຂົ້າໃນການດຳລົງຊີວິດຕົວຈິງ, ດັ່ງນັ້ນ ເພື່ອເປັນການເຜີຍແຜ່ ແລະ ຫັນປ່ຽນແນວຄວາມຄິດດັ່ງກ່າວ ຢູ່ໃນກອງ ປະຊຸມໃຫຍ່ ຂອງອົງການຊັບສິນທາງປັນຍາໂລກ ປະຈຳປີ 2000, ບັນດາປະເທດສະມາຊິກ ຈຶ່ງໄດ້ຕົກລົງຈັດການ ສະ ເຫຼີມສະຫຼອງວັນຊັບສິນທາງປັນຍາໂລກຂຶ້ນ ໂດຍ ກຳນົດເອົາວັນທີ 26 ເມສາ ຊຶ່ງເປັນວັນທີ່ສົນທິສັນຍາ ວ່າດ້ວຍການສ້າງຕັ້ງອົງການຊັບສິນທາງປັນຍາໂລກ ໄດ້ມີຜົນບັງ ຄັບໃຊ້ໃນປີ1970 ແລະ ໄດ້ຖືເອົາວັນດັ່ງກ່າວ ເປັນວັນຊັບສິນທາງປັນຍາໂລກ ແລະ ໄດ້ມີການສະເຫຼີມສະຫຼອງ ເພື່ອສ້າງຈິດສໍານຶກໃຫ້ມວນຊົນໃນທົ່ວໂລກ ເຫັນໄດ້ເຖິງຄວາມສຳຄັນ ຂອງຊັບສິນທາງປັນຍາ ຊຶ່ງໄດ້ ເລີ່ມສະເຫຼີມສະຫຼອງ ແຕ່ປີ 2001 ເປັນຕົ້ນມາ ແລະ ການສະເຫຼີມສະຫຼອງປີນີ້ເປັນປີທີ 19.

ນັບຕັ້ງແຕ່ ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວນຳບັນດາອົງການຊັບສິນທາງປັນຍາຂອງສາກົນຢ່າງຕັ້ງໜ້າ ວຽກງານຊັບສິນທາງປັນຍາ ໄດ້ພັດທະນາ ແລະ ດຳເນີນການຢ່າງບໍ່ຢຸດຢັ້ງ ບໍ່ວ່າໃນດ້ານການເຜີຍແຜ່ໂຄສະນາ ກ່ຽວກັບວິຊາການ ແລະ ຜູ້ປະກອບການ ທັງສູນກາງ ແລະ ທ້ອງຖິ່ນ. ມາເຖິງປັດຈຸບັນ, ກົດໝາຍຊັບສິນທາງປັນຍາ ສຳເລັດການປັບປຸງຄັ້ງທີ 3 ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 2017 ທີ່ຜ່ານມາ.

ການປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ທີ່ສືບເນື່ອງຈາກການປັບປຸງກົດໝາຍຊັບສິນທາງປັນຍາຄັ້ງທີ 3 ໃຫ້ສອດຄ່ອງກັບສະພາບການ ແລະ ສົມບູນຍິ່ງຂຶ້ນ ຊຶ່ງສໍາເລັດໄປແລ້ວຈຳນວນໜຶ່ງ, ສຳເລັດການສ້າງສູນຂໍ້ມູນຊັບສິນທາງປັນຍາທາງດ້ານເອເລັກໂຕຣນິກ ເພື່ອໃຫ້ການບໍລິການດ້ານຂໍ້ມູນຂ່າວສານຊັບສິນທາງ ປັນຍາ ເປັນທີ່ຮຽບຮ້ອຍໃນຕົ້ນປີ 2019 ນີ້.

ທັງໝົດທີ່ກ່າວມານີ້ ເປັນສ່ວນໜຶ່ງໃນການປົກປ້ອງ, ການນຳໃຊ້ສິດຊັບສິນທາງປັນຍາ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳເຮັດໃຫ້ມີຄວາມຍຸຕິທຳໃນສັງຄົມຂອງປະເທດເຮົາ.

ໃນໂອກາດວັນຊັບສິນທາງປັນຍາໂລກ ປີ 2019 ນີ້, ທ່ານ ຮອງລັດຖະມົນຕີ ກວຕ ໄດ້ຮຽກຮ້ອງມາຍັງບັນດານັກຄົ້ນຄວ້າວິທະຍາສາດ, ນັກປະດິດສ້າງ, ນັກປະດິດແຕ່ງ, ນັກຮຽນຮູ້ປັນຍາຊົນ ແລະ ທຸກຊັ້ນຄົນພາຍໃນປະເທດເຮົາ ຈົ່ງໄດ້ສຸມສະຕິປັນຍາ ເຂົ້າໃນການນຳໃຊ້ ແລະ ພັດທະນາ ຊັບສິນທາງປັນຍາຂອງປະເທດເຮົາໃຫ້ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສ້າງເສດຖະກິດພູມປັນຍາ ແລະ ສ້າງເງື່ອນໄຂໃນການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ທີ່ພັກ ແລະ ລັດວາງອອກ, ຊຸກຍູ້ສົ່ງເສີມຊັບສິນທາງປັນຍາເພື່ອ ພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ຂະຫຍາຍຕົວແບບຍືນຍົງຢ່າງໜັກແໜ້ນ.

ໃນໂອກາດສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກປີນີ້, ທ່ານ ແອດູຣວ ອອງ, ຫົວຫນ້າຫ້ອງພາກພື້ນອາຊີ ແລະ ປາຊີຟີກ, ອົງການຊັບສີນທາງປັນຍາໂລກ ໄດ້ອ່ານສູນທອນພົດ ຂອງຜູ້ອຳນວຍການໃຫຍ່ ອົງການ ຊັບສີນທາງປັນຍາໂລກທີ່ ກ່າວວ່າ: ທຸກໆວັນທີ 26 ເມສາ ຈະມີການສະເຫລີມສະຫລອງວັນຊັບສີນທາງປັນຍາ ໂລກຊຶ່ງຄຳຂວັນຂອງວັນຊັບສີນທາງປັນຍາໂລກ ໃນປີນີ້ແມ່ນ “ຊັບສີນທາງປັນຍາ ແລະ ກິລາກ້າວຂື້ນສູ່ຫຼຽນຄຳ” ເພື່ອເຜີຍແຜ່ພາລະບົດບາດຂອງຊັບສີນທາງປັນຍາ ໃນການສົ່ງເສີມນະວັດຕະກຳ ແລະ ຫົວຄິດປະດິດສ້າງ ໄວຂື້ນ! ແຂງແຮງຂື້ນ! ສູງຂື້ນ! ແມ່ນເປົ້າຫມາຍຂອງຄົນເຮົາທີ່ຈະຍົກລະດັບຄວາມສາມາດຂອງຕົນ, ຄວາມຕື່ນເຕັ້ນຂອງການແຂ່ງຂັນ ແລະ ຄວາມກັງວົນໃຈຂອງຄົນທຳມະດາຜູ້ຫນື່ງທີ່ສາມາດ ເຮັດໄດ້ຜົນສຳເລັດອັນຍີ່ງໃຫຍ່ເກີນຄົນທົ່ວໄປຊື່ງສີ່ງນີ້ມັນໄດ້ກາຍເປັນ ແມ່ເຫຼັກທີ່ດືງດູດ ໃຫ້ຄົນເຮົາມັກ, ຮັກໃນກິລາ ມາເປັນເວລາຫລາຍພັນປີ ແລະ ເປັນການລົງເລີກເຂົ້້າໄປໃນໂລກຂອງກິລາ, ຈະເຮັດໃຫ້ພວກເຮົາເຫັນວ່າ ນະວັດຕະກຳຫົວຄິດປະດິດສ້າງ ແລະ ສິດຊັບທາງປັນຍາ ໄດ້ເປັນເຄື່ອງມືໃນການສົ່ງເສີມ ແລະ ປົກປ້ອງນະວັດນະຕະກຳ ແລະ ຫົວຄິດປະດິດສ້າງຊື່ງເປັນການຊຸກຍູ້ ແລະ ການພັດທະນາກິລາ ແລະ ການບັນເທີງທົ່ວໂລກ.

ຄົນທົ່ວໂລກ ກຳລັງໃຫ້ຄວາມສຳຄັນຕໍ່ການຫລີ້ນກິລາທີ່ດີເລີດ, ເຄົາລົບເຊີ່ງກັນ ແລະ ກັນ, ມີຄວາມຍຸຕິທຳໃນປັດຈຸບັນ ເນື່ອງຈາກຄວາມກ້າວໜ້າທາງດ້ານ ເຕັກໂນໂລຊີ ໃນການແຜ່ພາບ ແລະການຕິດຕໍ່ສື່ສານ ເຮັດໃຫ້ໃຜໆ ກໍສາມາດຕິດຕາມລາຍການກິລາໄດ້ທຸກເວລາ ແລະ ສາມາດຕິດຕາມການເຄື໋ອນໄຫວຂອງນັກກິລາ ໃນດວງໃຈຂອງຕົນໄດ້ ໂດຍບໍ່ຈຳເປັນໄດ້ອອກຈາກບ້ານ.

ກິລາໄດ້ ກາຍເປັນອຸດສາຫະກຳທີ່ມີມູນຄ່າຫລາຍລ້ານໂດລາໃນທົ່ວໂລກ,ໂດຍສະເພາະໃນການລົງທືນໃສ່ໃນການອຳນວຍຄວາມສະດວກ ຈາກສະຫນາມກິລາ ເຂົ້າສູ່ເຄືອຂ່າຍການແຜ່ພາບ ຊື່ງເຮັດໃຫ້ມີການຈ້າງງານຫລາຍລ້ານ ຄົນໃນທົ່ວໂລກ ແລະ ສ້າງຄວາມຫມັ້ນຄົງໃຫ້ຫລາຍໆຄົນອີກດ້ວຍ ທຸລະກິດປິ່ນອ້ອມກິລາທີ່ສ້າງຂື້ນ ໂດຍນຳໃຊ້ຊັບສີນທາງປັນຍາໄດ້ຊ່ວຍຮັບປະກັນຄ່າຕອບແທນທາງທຸລະກິດໃຫ້ແກ່ກິລາ.

ນອກຈາກນັ້ນ ຍັງເປັນການສົ່ງເສີມການຂະຫຍາຍໂຕຂອງອຸດສາຫະກຳກິລາ ຊື່ງເຮັດໃຫ້ອົງການຮັບຜິດຊອບກິລາສາມາດມີງົບປະມານໃນການຈັດງານແຂ່ງຂັນ ຕ່າງໆທີ່ພວກເຮົານິຍົມຊົມຊອບພ້ອມທັງເປັນການຕອບສະຫນອງປັດໄຈທີ່ຈຳເປັນໃຫ້ແກ່ ການສົ່ງເສີມການພັດທະນາກິລາໃນລະດັບຮາກຖານອີກດ້ວຍ.

ເຂົ້າຮ່ວມກິດຈະກໍາການຍ່າງເພື່ອສຸຂະພາບຄັ້ງນີ້ ຍັງມີບັນດາຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ແລະ ນ້ອງນ້ອຍເຍົາວະຊົນ.

ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019 ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019 ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019 ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2019