ໃນວັນທີ 26 ເມສາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ວັນທີ 26 ເມສາ 2022 ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ຄຳແພງ ໄຊສົມແພງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ມອນໄຊ ລາວມົວຊົງ, ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງ ອຸດສາຫະກຳ ແລະ ການຄ້າ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຄົມນັກທຸລະກິດໜຸ່ມ, ຄູອາຈານ ແລະ ນັກສຶກສາ ຂອງ ມະຫາວິທະຍາໄລແຫ່ງຊາດ ຈຳນວນ 200 ກວ່າຄົນ ໄດ້ ເຂົ້າຮ່ວມງານດັ່ງກ່າວ.
ການຈັດພິທີສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ໃນປີນີ້ ພາຍໃຕ້ຄຳຂວັນ: “ຊັບສິນທາງປັນຍາ ແລະ ໄວ ໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ຊຶ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.
ຈຸດປະສົງຂອງການສະເຫຼີມສະຫຼອງ ວັນດັ່ງກ່າວ ກໍເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ, ທັງເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານ ສິລະປະກໍາ ແລະ ວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ.
ໃນວາລະການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກນີ້ ຍັງໄດ້ມີການຈັດກອງປະຊຸມສໍາມະນາ ກ່ຽວກັບ ວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບ ໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝ ເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ, ມຸມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້, ກ້າທົດລອງການປະດິດສ້າງສິ່ງໃໝ່ໆ ເພື່ອກ້າວໄປສູ່ການສ້າງສັນນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປຼແກຼມຄອມພິວເຕີ, ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວອອກສູ່ສັງຄົມ.
ສຳລັບໄວໜຸ່ມຢູ່ໃນພາກທຸລະກິດ ກໍໄດ້ສ້າງສັນຜົນງານການອອກແບບແຟຊັ່ນ, ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ, ການຄົ້ນຄິດສ້າງໂປແກຣມຄອມພິວເຕີ ແລະ ແອັບ ພລິເຄຊັນໃນໂທລະສັບມືຖື ເປັນຕົ້ນ: ແອັບບໍລິການລົດແທກຊີອອນໄລ ໂລກາ, ແຮນດີ ທີ່ເປັນແພຣດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ຊຶ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປະຈຸບັນ ແລະ ຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໂດຍລວມ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ