ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບສຳນັກງານຍຸດທະສາດຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ (KISTA) ແລະ ສໍານັກງານຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ (KIPO) ໄດ້ເປິດກອງປະຊຸມສຳມະນາ ກ່ຽວກັບການນຳໃຊ້ຜົນການກວດສອບສິດທິບັດຂອງ ສ.ເກົາຫຼີ ເພື່ອອຳນວຍຄວາມສະດວກໃນການອອກສິດທິບັດຂອງ ສປປ ລາວ ພາຍໃຕ້ໂຄງການ IP Consulting Project-Capacity Building ຂຶ້ນ ໃນຕອນເຊົ້າວັນທີ 17 ຕຸລາ 2019 ທີ່ໂຮງແຮມ ວຽງຈັນ ພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ Jaehee Hwang, ນັກຄົ້ນຄວ້າອາວຸໂສ ສຳນັກງານຍຸດທະສາດຊັບສິນທາງປັນຍາ ແຫ່ງ ສ.ເກົາຫຼີ, ຊຶ່ງມີບັນດາຜູ້ຕາງໜ້າຈາກກົມ, ສະຖາບັນ ແລະ ພະນັກງານວິຊາທີ່ກ່ຽວຂ້ອງ ເຂົ້າຮ່ວມ 50 ກວ່າຄົນ.
ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອສຶກສາຮຽນຮູ້, ແລກປ່ຽນ ແລະ ຖອດຖອນບົດຮຽນເອົາປະສົບການ ໃໝ່ໆ, ການເຂົ້າເຖິງຂໍ້ມູນສິດທິບັດ ເພື່ອນຳໃຊ້ເຂົ້າໃນຂົງເຂດວຽກງານຂອງພວກທ່ານ ໃຫ້ແທດເໝາະກັບຕົວຈິງ.
ໂອກາດນີ້, ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ ກ່າວວ່າ: ຄືດັ່ງທີ່ຮູ້ນຳກັນວ່າໃນໂລກແຫ່ງການແຂ່ງຂັນທາງດ້ານທຸລະກິດ ແລະ ຕະຫຼາດການຄ້າເສລີນັ້ນ ບັນຫາການປົກປ້ອງຊັບສິນທາງປັນຍາ ແມ່ນນັບມື້ນັບມີຄວາມສຳຄັນຢ່າງຍິ່ງ ການພັດທະນາ ແລະ ຂະຫຍາຍຕົວທາງດ້ານເຕັກໂນໂລຊີ ແລະ ລະບົບໂທລະຄົມສື່ສານຢ່າງວ່ອງໄວ ໄດ້ກະຕຸກຊຸກຍູ້ໃຫ້ເສດຖະກິດໂລກໃນຍຸກສະໄໝໃໝ່ຈະເລີນເຕີບໂຕຂຶ້ນ ຜົນສຳເລັດຂອງການພັດທະນາເຕັກໂນໂລຊີນັ້ນ ສ່ວນໜຶ່ງກໍ່ແມ່ນຍ້ອນມີລະບົບຊັບສິນທາງປັນຍາທີ່ດີ ເພາະການນຳໃຊ້ລະບົບຊັບສິນທາງປັນຍາຢ່າງມີປະສິດທິຜົນ ຈະກະຕຸກຊຸກຍູ້ ແລະ ສົ່ງເສີມຫົວຄິດປະດິດສ້າງຂອງມະນຸດ, ສົ່ງເສີມການຖ່າຍທອດເຕັກໂນໂລຊີ ກໍ່ຄືການລົງທຶນຈາກຕ່າງປະເທດ, ສົ່ງເສີມທຸລະກິດການຄ້າທາງພາຍໃນ ແລະ ລະຫວ່າງປະເທດ ຮັບປະກັນຄວາມເປັນທຳໃນສັງຄົມ. ນອກຈາກນີ້ວຽກງານຊັບສິນທາງປັນຍາ ເປັນວຽກງານໜຶ່ງທີ່ຊ່ວຍໃນການພັດທະນາ ເສດຖະກິດຂອງຊາດ ໃນຫຼາຍໆປະເທດ ຢູ່ໃນໂລກໄດ້ຖືບັນຫານີ້ເປັນບັນຫາສຳຄັນ ແລະ ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການຫັນປະເທດໃຫ້ເປັນປະເທດອຸດສະຫະກຳ ແລະ ທັນສະໄໝເທື່ອລະກ້າວ.
ຜູ້ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ຍັງໄດ້ຮັບຟັງການນຳສະເໜີ ກ່ຽວກັບຄວາມຮູ້ພື້ນຖານ ກ່ຽວກັບສິດທິບັດໃນ ສປປ ລາວ, ວິທີການຊອກຄົ້ນສິດທິບັດ, ການກວດສອບສິດທິບັດໂດຍການນຳໃຊ້ຜົນການກວດຄົ້ນ ແລະ ຜົນກວດສອບຂອງ ສ.ເກົາຫຼີ ແລະ ຄວາມຮູ້ທົ່ວໄປກ່ຽວກັບບົດອະທິບາຍການປະດິດສ້າງ. ໃນການນຳສະເໜີຄັ້ງນີ້ແມ່ນມີນັກວິທະຍາກອນຈາກຂະແໜງການທີ່ກ່ຽວຂ້ອງພາຍໃນກົມ ແລະ ຈາກຕ່າງປະເທດໃນຂໍ້ຫົວຕ່າງໆ.
ກອງປະຊຸມສຳມະນາດັ່ງກ່າວແມ່ນຈະໄດ້ດຳເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 17-18 ຕຸລາ 2019 ຈຶ່ງໄດ້ປິດລົງ.
ຂ່າວ ແລະ ຮູບພາບ: ແສງທອງ ວັນນະທຳ.