DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ສຳມະນາວ່າດ້ວຍບົດບາດຊັບສິນທາງປັນຍາ ໃນການພັດທະນາເສດຖະກິດ

ໃນໂລກແຫ່ງການແຂ່ງຂັນທາງດ້ານທຸລະກິດ ແລະ ຕະຫຼາດການຄ້າເສລີນັ້ນ, ບັນຫາກ່ຽວກັບການ ປົກປ້ອງສິດຊັບສິນທາງປັນຍາ ແມ່ນນັບມື້ມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ, ໂດຍສະເພາະພາຍຫຼັງທີ່ ສປປ ລາວ ໄດ້ ເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ (WTO) ໃນຕົ້ນປີນີ້ ແລະ ຈະກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC)ໃນປີ 2015.

ສຳມະນາວ່າດ້ວຍບົດບາດຊັບສິນທາງປັນຍາ ໃນການພັດທະນາເສດຖະກິດ

ກົມຊັບສິນທາງປັນຍາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມ ສຳມະນາ ວ່າດ້ວຍບົດບາດຊັບສິນທາງປັນຍາ ໃນການພັດທະນາເສດຖະກິດ ແລະ ກອງປະຊຸມສຳມະນາວ່າດ້ວຍ ການກຳນົດ ແລະ ການຈັດຕັ້ງປະຕິບັດ ຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດໃນວັນທີ 26 ພະຈິກ 2013. ກອງປະຊຸມສຳມະນາດັ່ງກ່າວ ໄດ້ຮັບກຽດການເຂົ້າຮ່ວມພິທີເປີດຂອງ ທ່ານ ຫຸມພັນ ອິນທະຣາດ, ລັດຖະ ມົນຕີຊ່ວຍວ່າການ ກວຕ; ທ່ານ Ye Min Tanh,ຜູ້ຕາງໜ້າຂອງອົງການຊັບສິນທາງປັນຍາໂລກ (WIPO) ແລະທ່ານ ສີທະ ຜຸຍຍະວົງ, ຫົວໜ້າກົມຊັບສິນທາງປັນຍາ. ບັນດາຕົວແທນທີ່ມາຈາກກະຊວງຕ່າງໆ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ພາກທຸລະກິດ, ສຳນັກງານທີ່ປຶກສາ, ໂຮງຈັກໂຮງງານ ແລະ ພະນັກງານ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້.

ສຳມະນາວ່າດ້ວຍບົດບາດຊັບສິນທາງປັນຍາ ໃນການພັດທະນາເສດຖະກິດ

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ກໍເພຶ່ອຍົກລະດັບຄວາມຮູ້ກຽ່ວກັບວຽກງານຊັບສິນທາງປັນຍາ ສຳລັບຜູ້ເຂົ້າຮ່ວມທີ່ກ່າວມາຂ້າງເທິງ ເພຶ່ອກຽມ ຄວາມພ້ອມຮອງຮັບການພັດທະນາ ແລະ ຂະຫຍາຍໂຕຢ່າງວອງໄວ ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ(IT) ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງໂລກໃນປັດຈຸບັນ. ຜົນສຳເລັດຂອງການພັດທະນາເຕັກໂນໂລຊີທີ່ກ່າວມານັ້ນ, ສ່ວນໜຶ່ງກໍແມ່ນຍ້ອນມີລະ ບົບຊັບສິນທາງປັນຍາທີ່ດີ ເພາະວ່າການນຳໃຊ້ລະບົບຊັບສິນທາງປັນຍາຢ່າງມີປະສິດທິຜົນຈະຊ່ວຍກະຕຸກຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກ ໂນໂລຊີ, ການຖ່າຍທອດເຕັກໂນໂລຊີຢູ່ພາຍໃນ ແລະ ຈາກຕ່າງປະເທດ, ສົ່ງເສີມແນວຄິດສ້າງສັນຂອງມະນຸດ, ສົ່ງເສີມນະວັດຕະກຳໃໝ່, ສົ່ງເສີມທຸລະກິດການຄ້າ ແລະ ຄວາມອາດສາມາດແຂ່ງຂັນໃຫ້ແກ່ເສດຖະກິດແຫ່ງຊາດໃນຍຸກໂລກາພິວັດ.

ສຳມະນາວ່າດ້ວຍບົດບາດຊັບສິນທາງປັນຍາ ໃນການພັດທະນາເສດຖະກິດ

ນອກຈາກນີ້, ວຽກງານຊັບສິນທາງປັນຍາເປັນວຽກງານໜຶ່ງທີ່ຊ່ວຍໃນການພັດທະນາເສດຖະກິດໃຫ້ກາຍເປັນເສດຖະກິດແຫ່ງພູມປັນຍາ. ຫຼາຍປະເທດທີ່ພັດ ທະນາ ແລະ ກຳລັງພັດທະນາໃນໂລກ ໄດ້ຖືບັນຫານີ້ເປັນບັນຫາສຳຄັນ ແລະ ມີບົດບາດໃນການປະກອບສ່ວນເຂົ້າໃນການຫັນປະເທດໃຫ້ເປັນປະເທດອຸດສາຫະກຳທັນ ສະໄໝເທຶ່ອລະກ້າວ.