DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ສິ່ງທີ່ຄວນເອົາໃຈໃສ່ໃນການສ້າງຍີ່ຫໍ້ ໃຫ້ແກ່ ກຸ່ມຜູ້ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ”

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ກອງປະຊຸມຈັດສຳມະນາ ໃນຫົວຂໍ້ ສິ່ງທີ່ຄວນເອົາໃຈໃສ່ໃນການສ້າງຍີ່ຫໍ້ ໃຫ້ແກ່ ກຸ່ມຜູ້ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ໃນລະຫວ່າງວັນທີ 19-20 ກັນຍາ 2022 ທີ່ຫ້ອງປະຊຸມຊັ້ນ 1, ກະຊວງ ອຄ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າ ກົມຊັບສິນທາງປັນຍາ ກະຊວງ ອຄ.

ໃນກອງປະຊຸມສໍາມະນາໃນຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມ ຊັບສິນທາງປັນຍາ, ມີຫົວໜ້າພະແນກ, ຮອງພະແນກ, ມີ ທ່ານ ຈູນີໂອ ຊີ ຊາແນັດຕີ (Mr. Giulio C. Zanetti), ນັກວິທະຍາກອນ ຈາກອົງການຊັບສິນທາງປັນຍາໂລກ (WIPO), ມີນັກສໍາມະນາກອນຈາກຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ພ້ອມດ້ວຍພະນັກ ງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ກໍໄດ້ໃຫ້ກຽດກ່າວເປີດ ກອງປະຊຸມສໍາມະນາໃນຄັ້ງນີ້ ວ່າ: ກອງປະຊຸມສຳມະນາ ໃນຫົວຂໍ້ ສິ່ງທີ່ຄວນເອົາໃຈໃສ່ໃນການສ້າງຍີ່ຫໍ້ ໃຫ້ແກ່ ກຸ່ມຜູ້ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຊຶ່ງໂຄງການນີ້ ເປັນໂຄງການສືບຕໍ່ ແລະ ຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ ແລະ ອົງການຊັບສິນທາງປັນຍາໂລກ ວ່າດ້ວຍ ການສ້າງສະພາບແວດລ້ອມການແຂ່ງຂັນທຸລະກິດ ຜ່ານການສ້າງຍີ່ຫໍ້ ແລະ ການອອກແບບສິ່ງຫຸ້ມຫໍໍ່ ທີ່ໄດ້ລົງນາມ ໃນປີ 2018 ຜ່ານມາ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ ຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ໃຫ້ເຂົ້າໃຈກ່ຽວກັບແນວຄວາມຄິດການສ້າງຍີ່ຫໍ້, ການອອກແບບສິ່ງຫຸ້ມຫໍ່ສິນຄ້າ, ການໂຄສະນາສິນຄ້າທີ່ຊ່ວຍໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ແທ້ຈິງ  ແລະ ການນໍາໃຊ້ເຄື່ອງມືທາງດ້ານຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມ ແລະ ຄວາມສາມາດໃນການແຂ່ງຂັນຕະຫຼາດພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຮັບປະສິດທິຜົນ.

ໄລຍະຜ່ານມາ, ກົມຊັບສິນທາງປັນຍາ ຮ່ວມກັບ ຊ່ຽວຊານ ພາຍໃຕ້ໂຄງການ WIPO  ໄດ້ເປີດການຝຶກອົບຮົມ ກ່ຽວກັບ ການສ້າງຍີ່ຫໍ້ ແລະ ການອອກແບບສິ່ງຫຸ້ມຫໍ່ ໃຫ້ສະມາຄົມທຸລະກິດຍິງ ແລະ ໃນງານວາງສະແດງສິນຄ້າ Top Lao Brand ໃນປີ 2020. ຊຶ່ງນອກຈາກການຝຶກອົບຮົມແລ້ວ ຊ່ຽວຊານຂອງພວກເຮົາ ກໍ່ໄດ້ລົງເລິກພາກປະຕິບັດຕົວຈິງ, ໃຫ້ຄຳປຶກສາ ແລະ ແນະນໍາແບບເຊິ່ງໜ້າ ໃຫ້ແກ່ ຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດ ທີ່ມີຄວາມສົນໃຈຕໍ່ກັບການສ້າງຍີ່ຫໍ່້, ຈັດຝຶກອົບຮົມແບບທາງໄກ ໃຫ້ແກ່ 05 ຫົວໜ່ວຍທຸລະກິດ ທີ່ໄດ້ຖືກຄັດເລືອກ ແລະ ໄດ້ຊ່ວຍອອກແບບເຄື່ອງໝາຍການຄ້າ ໃຫ້ແກ່ ບັນດາຫົວໜ່ວຍທຸລະກິດດັ່ງກ່າວດ້ວຍ.

ກອງປະຊຸມສຳມະນາໃນມື້ນີ້ ແມ່ນເນັ້ນໜັກໃສ່ການສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ສິ່ງທີ່ຄວນເອົາໃຈໃສ່ ໃນການສ້າງຍີ່ຫໍ້ ທີ່ເປັນອັນສະເພາະ ໃຫ້ແກ່ ກຸ່ມຜູ້ຜະລິດ “ໜຶ່ງເມືອງໜຶ່ງຜະລິດ ຕະພັນ” ໂດຍ ຜູ້ຊ່ຽວຊານຂອງອົງການຊັບສິນທາງປັນຍາ, ໂຄງການກອງທຶນ SMEs, ໂຄງການອໍານວຍຄວາມສະດວກໃນການຊ່ວຍເຫຼືອທຸລະກິດ (Business Assistance Facility: BAF) ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (Lao Business Environment: LBE) ທີ່ຈະມາໃຫ້ຄວາມຮູ້ ກ່ຽວກັບການເຂົ້າເຖິງແຫຼ່ງທຶນໃນການສົ່ງເສີມການສ້າງຍີ່ຫໍ້ ທີ່ເຮັດໃຫ້ເປັນທີ່ປະຈັກຕາ, ໂດດເດັ່ນ ແລະ ເປັນເອກະລັກສະເພາະ ເພື່ອຊ່ວຍຜູ້ບໍລິໂພກສາມາດຈື່ຈໍາໄດ້ງ່າຍ.

ພ້ອມກ່ຽວກັນນັ້ນ ຍັງມີທີມງານຈາກ ກົມຊັບສິນທາງປັນຍາ ທີ່ຈະຊ່ວຍອຳນວຍຄວາມສະ ດວກ ແລະ ໃຫ້ຂໍ້ມູນກ່ຽວກັບລະບຽບການ ແລະ ຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ບັນດານັກສຳມະນາກອນທຸກທ່ານໄດ້ເຂົ້າໃຈຕື່ມອີກ.

ໃນກອງປະຊຸມຄັ້ງນີ້ ນັກສໍາມະນາກອນ ຈະໄດ້ຮັບຟັງການບັນຍາຍ ຈາກນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ຕ່າງໆ ເຊັ່ນ: ພາລະບົດບາດ ແລະ ການສົ່ງເສີມຊັບສິນທາງປັນຍາ ທີ່ຕິດພັນກັບ ໂຄງການ EIE; ການສ້າງຍີ່ຫໍ້ ຜ່ານເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກໍາ; ຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ ຢູ່ໃນ ສປປ ລາວ; ແນວຄິດຫຼັກຂອງການສ້າງຍີ່ຫໍ້; ພັນທະກິດ, ວິໄສທັດ, ຄຸນຄ່າ ແລະ ຄວາມແຕກຕ່າງ ຂອງຫຼັກການສ້າງຍີ່ຫໍ້; ການສ້າງຍີ່ຫໍ້ປະຈັກຕາ ຜ່ານເຄື່ອງໝາຍການຄ້າ, ຍີ່ຫໍ້ ຜ່ານເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກໍາ; ຍີ່ຫໍ້ຜ່ານລິຂະສິດ, ຖິ່ນກໍາເນີດ, ເຄື່ອງໝາຍລວມໝູ່, ເຄື່ອງໝາຍຮັບຮອງ ແລະ ຊື່ເວັບໄຊ໌; ການມີສ່ວນຮ່ວມຂອງຍີ່ຫໍ້ ໂດຍສະເພາະ ໃນຕະຫຼາດດິຈິຕ໋ອນ; ການເຂົ້າເຖິງແຫຼ່ງທຶນ ໃນການສ້າງຍີ່ຫໍ້ ໂດຍ ໂຄງການກອງທຶນ SME, ໂຄງການ BAF ແລະ ໂຄງການ LBE.

ພ້ອມນັ້ນ ໃນກອງປະຊຸມສໍາມະນາ ຍັງໄດ້ມີການຖາມ-ຕອບ ເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ ນັກສໍາມະນາກອນ ກ່ຽວກັບການສ້າງຍີ່ຫໍ້ດັ່ງກ່າວ ອີກດ້ວຍ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ