ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ສືບຕໍ່ຈັດກອງປະຊຸມ ປະກອບຄໍາເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ໃນວັນທີ 15 ມິຖຸນາ 2022, ທີ່ຫ້ອງປະຊຸມຊັ້ນ 1, ໃຫ້ການສະໜັບສະໜູນໂດຍ: ອົງການເພື່ອການພັດທະນາລະຫວ່າງປະເທດ ແຫ່ງ ສະຫາລັດອາເມລິກາ ປະຈໍາ ສປປ ລາວ (USAID), ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ໃນກອງປະຊຸມຄັ້ງນີ້ ມີບັນດາ ທ່ານຫົວໜ້າພະແນກ, ຮອງພະແນກ, ສູນ ຂອງກົມຊັບສິນທາງປັນຍາ, ມີບັນດາ ບໍລິສັດ ຜູ້ຕາງໜ້າ, ສໍານັກພິມສານຝັນອາຄາເດມີ, ສະມາຄົມສົ່ງເສີມການອະນຸລັກສີລະປະວັນນະຄະດີ, ນັກປະພັນ, ນັກສິລະປິນ (ນັກຮ້ອງ) ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.
ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອທາບທາມຄໍາຄິດເຫັນຈາກບັນດາຜູ້ເຂົ້າຮ່ວມ ໂດຍສະ ເພາະ ຜູ້ທີ່ເຮັດວຽກທີ່ຕິດພັນກັບລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເປັນຕົ້ນ: ນັກປະພັນ, ນັກສິລະປິນ ຫຼື ເຈົ້າຂອງລິຂະສິດ, ເພື່ອປະກອບຄໍາຄິດເຫັນໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ ມີເນື້ອໃນທີ່ຄົບຖວ້ນສົມບູນຂຶ້ນຕື່ມ.
ເນື້ອໃນຫຼັກຂອງ ຮ່າງຂໍ້ຕົກລົງ ໄດ້ກໍານົດຫຼັກການ, ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເປັນຕົ້ນ: ການແຈ້ງຂໍ້ມູນລິຂະສິດ, ການດຳເນີນການຫຼັງການແຈ້ງຂໍ້ມູນລິຂະສິດ,ການຈຳກັດ ແລະ ການຍົກເວັ້ນສິດຕໍ່ລິຂະສິດ , ການຄຸ້ມຄອງອົງການຈັດຕັ້ງລິຂະສິດແບບລວມໝູ່, ການເປັນຜູ້ຕາງໜ້າໃນການແຈ້ງຂໍ້ມູນລິຂະສິດ, ແລະ ອົງການຄຸ້ມຄອງວຽກງານລິຂະສິດ ເພື່ອແນໃສ່ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງຊາດ.
ວຽກງານລິຂະສິດ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ຊຶ່ງມີຈຸດປະສົງເພື່ອປົກປ້ອງສິດ ຂອງນັກປະພັນ, ນັກສິລະປິນ ຫຼື ເຈົ້າຂອງລິຂະສິດ ທີ່ເກີດມາຈາກສະຕິປັນຍາໃນການສ້າງສັນຜົນງານຂອງຕົນ ໃນຂົງເຂດຜົນງານດ້ານວັນນະກຳ ແລະ ສິລະປະກຳ ບໍ່ວ່າຈະເປັນຜົນງານດ້ານດົນຕີ, ການສະແດງ, ການບັນທຶກສຽງ, ກາຍກະຈາຍສຽງ-ແຜ່ພາບ, ຜົນງານການຂຽນການປະພັນຕ່າງໆ ລ້ວນແລ້ວແຕ່ມີເອກະລັກ ມີຄຸນຄ່າທາງດ້ານເສດຖະກິດ ດັ່ງນັ້ນເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຄວນໄດ້ຮັບການເຄົາລົບສິດ ແລະ ໄດ້ຮັບການປົກປ້ອງຕາມກົດໝາຍ. ນອກນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ພວກເຂົາເກີດມີຄວາມຄິດສ້າງສັນ, ມີການພັດທະນາຜົນງານໃໝ່ໆຂຶ້ນມາຮັບໃຊ້ສັງຄົມ ໃຫ້ກາຍເປັນສິນຄ້າ, ການບໍລິການ ແລະ ສ້າງລາຍໄດ້ ວຽກເຮັດງານທຳ ພ້ອມທັງເປັນການດຶງດູດການລົງທຶນ ໃນຂົງເຂດອຸດສາຫະກຳບັນເທິງ ເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະ ນາປະເທດຊາດ, ເປັນການອະນຸລັກຮັກສາມູນເຊື້ອສິລະປະວັດທະນະທຳ ແລະ ເສີມຂະຫຍາຍຮີດ ຄອງປະເພນີອັນດີງາມຂອງຊາດ.
ພ້ອມດຽວກັນນັ້ນ ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ໂດຍສະເພາະ ການສ້າງຕັ້ງສະມາຄົມນັກສີລະປິນ, ບັນຫາການລະເມິດລິຂະສິດ ແລະ ບັນດາລະບຽບການຕ່າງໆ ຕໍ່ຜູ້ລະເມິດລິຂະສິດ ໃສໃນຮ່າງຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ເພື່ອໃຫ້ຮ່າງດັ່ງກ່າວ ມີເນື້ອໃນທີ່ຄົບຖວ້ນສົມບູນຂຶ້ນຕື່ມ ແລະ ເພື່ອໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.
ຂ່າວ ແລະ ພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ