ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ຈັດກອງປະຊຸມສຳມະນາ ກ່ຽວກັບວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ, ວັນທີ 21-22 ກັນຍາ 2023, ທີ່ຫ້ອງປະຊຸມຊັ້ນ I, ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ດີໂນ້ ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ.
ໃນກອງປະຊຸມສໍາມະນາຄັ້ງນີ້ ມີທ່ານ ບົວຄໍາ ສຸວັນຄໍາ ຮອງຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີແພ່ງ, ອົງການໄອຍະການປະຊາຊົນສູງສຸດ, ມີທ່ານ ນ. ບົວລີວັນ ບັນນະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນ, ນະຄອນຫຼວງວຽງຈັນ, ທ່ານ ນ. ດວງພອນ ເຕຊະກໍາທອນ ອົງການໄອຍະການ ແຫ່ງປະເທດໄທ, ບັນດາຫົວໜ້າພະແນກ, ຮອງພະແນກ, ກົມຊັບສິນທາງປັນຍາ, ຕາງໜ້າກົມການຄ້າພາຍໃນ, ກົມຕໍາຫຼວດເສດຖະກິດ, ທະ ນາຍຄວາມອາວຸໂສແຫ່ງປະເທດໄທ, ພະນັກງານຂອງກົມຊັບສິນທາງປັນຍາ, ເຈົ້າໜ້າທີ່ ແລະ ພະນັກງານບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ແກ່ພະນັກງານພາກລັດ ໃຫ້ຫຼາຍຂື້ນໂດຍສະເພາະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ພ້ອມນັ້ນ ບັນດາທ່ານທີ່ເຂົ້າຮ່ວມສໍາມະນາໃນຄັ້ງນີ້ ໄດ້ຮັບຟັງການບັນຍາຍກ່ຽວກັບຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ຈາກກົມຊັບສິນທາງປັນຍາ, ກົມການຄ້າພາຍໃນ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຂອງ ອົງການຕຸລາການ, ກົມຕຳຫຼວດເສດຖະກິດ, ແລະ ຮັບຟັງການບັນຍາຍ ພ້ອມທັງ ສົນທະນາ-ແລກປ່ຽນບົດຮຽນ ກັບທະນາຍຄວາມທີ່ມາຈາກລາຊາອາຈັກໄທ ຂອງ ບໍລິສັດ ທີລລິກີແອນກີບບິນສ໌ ປະຈຳ ສປປ ລາວ, ໃນການຈໍາແນກສິນຄ້າຂອງແທ້-ປອມ ແລະ ຂັ້ນຕອນການດຳເນີນການແກ້ໄຂການລະເມີດສິດຊັບສິນທາງປັນຍາ.
ທ່ານກ່າວຕື່ມ ວ່າ: ວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃນ ສປປ ລາວ ເຮົາ, ແມ່ນດໍາເນີນການແກ້ໄຂດ້ວຍຄວາມສະໝັກໃຈຂອງຜູ້ປະກອບການ ແລະ ຜູ້ປະກອບການ ສ່ວນຫຼາຍຈະເລືອກດຳເນີນແກ້ໄຂໃນຂະບວນການທາງດ້ານບໍລິຫານ, ສຳລັບການຍື່ນຄຳຮ້ອງຟ້ອງຕໍ່ສານປະຊາຊົນນັ້ນ ແມ່ນຍັງມີໜ້ອຍ. ເນື່ອງຈາກວ່າ, ຄວາມຮັບຮູ້ ແລະ ເຂົ້າໃຈໃນວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ຍັງມີຂໍ້ຈໍາກັດ ແລະ ບັນດາພາກສ່ວນຈັດຕັ້ງປະຕິບັດວຽກງານ ການຕັດສິນການເມີດສິດຊັບສິນທາງປັນຍາ ຕ້ອງມີຄວາມຊໍານານສະເພາະທາງ ແລະ ວຽກງານດັ່ງກ່າວນີ້ ກໍມີຄວາມສໍາຄັນເປັນຢ່າງຍິ່ງ ໃນການພັດທະນາລະບົບການປົກປ້ອງສິດຊັບສິນທາງປັນຍາ ຢູ່ພາຍໃນປະທດໃຫ້ນັບມື້ນັບມີຄວາມເຂັ້ມແຂງຂື້ນ.
ພ້ອມນັ້ນ, ທ່ານປະທານ ຍັງໄດ້ຮຽກຮ້ອງມາຍັງນັກສໍາມະນາກອນ ສຸມຈິດສຸມໃຈ ເພື່ອຍາດແຍ່ງບົດຮຽນ ແລະ ປະສົບການ ອັນລ້ຳຄ່າຈາກບັນດານັກວິທະຍາກອນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳມາໝູນໃຊ້, ພັດທະນາວຽກງານຂອງຕົນ ໂດຍສະເພາະ ແມ່ນວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ໃຫ້ມີປະສິດທິພາບ ແນໃສ່ຮັບໃຊ້ທົ່ວສັງຄົມ.
ຂ່າວ: ກົມຊັບສິນທາງປັນຍາ