DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຮ່ວມເຮັດວຽກເສີມສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາແກ່ ພອຄ ແຂວງເຊກອງ

ເພື່ອສ້າງຄວາມເຂົ້າໃຈ, ເສີມສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາ ທັງເປັນການກະກຽມຄວາມພ້ອມ ແລະ ການບໍລິການ ວຽກງານຊັບສິນທາງປັນຍາ ໃກ້ແກ່ຜູ້ປະກອບການ, ນັກປະດິດຄິດສ້າງ ແລະ ປະດິດຄິດແຕ່ງ ພາຍໃນແຂວງເຊກອງ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມ ແລະ ຮ່ວມເຮັດວຽກນຳພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ໃນວັນທີ 09 ກັນຍາ 2021. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ໜູລາ ຢາປະລອງຮັງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ.

ການຈັດກອງປະຊຸມ ແລະ ຮ່ວມເຮັດວຽກໃນຄັ້ງນີ້ ແມ່ນແນ່ໃສ່ການສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາ ແລະ ປຶກສາຫາລື ເພື່ອຮອງຮັບ ການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບວຽກງານ 3 ສ້າງ ໂດຍສະເພາະ ຂະແໜງຊັບສິນທາງປັນຍາ ໃຫ້ສາມາດຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກແກ່ຜູ້ປະກອບການ, ນັກປະດິດສ້າງ ແລະ ປະດິດຄິດແຕ່ງ ເຂົ້າເຖິງແຫຼ່ງຂໍ້ມູນຂອງຊັບສິນທາງປັນຍາ ແລະ ສ້າງຄວາມເຂົ້າໃຈໄດ້ ພາຍໃນແຂວງເຊກອງ.

ແຫຼ່ງຂໍ້ມູນ: ກົມຊັບສິນທາງປັນຍາ