ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມກັບ ກົມຊັບສິນທາງປັນຍາ ແລະ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ອຄ, ໄດ້ຈັດສໍາມະນາ-ເຜີຍແຜ່ ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນວັນທີ 6 ຕຸລາ 2022, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າ ກົມຊັບສິນທາງປັນຍາ ອຄ ແລະ ທ່ານ ພວງມາລາ ຈູມພະຈັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ອຄ.
ເຂົ້າຮ່ວມສໍາມະນາໃນຄັ້ງນີ້ ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າ ປະຈໍາ 9 ຕົວເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ແລະ ບັນດາຫົວໜ່ວຍການຜະລິດສິນຄ້າ ODOP ໃນນະຄອນຫຼວງວຽງຈັນ.
ໃນໂອກາດນີ້ ທ່ານ ນາງ ວັນມະນີ ພິມມະສານ, ກໍໄດ້ໃຫ້ກຽດກ່າວເປີດ ກອງປະຊຸມສໍາມະນາ ໃນຄັ້ງນີ້ ວ່າ: ຈຸດປະສົງ ກໍເພື່ອເຜີຍແຜ່ຄວາມໝາຍຄວາມສໍາຄັນ ແລະ ຄວາມຮູ້ທາງດ້ານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ, ເຮັດໃຫ້ພະນັກງານຢູ່ຂັ້ນທ້ອງຖິ່ນ ແລະ ຜູ້ປະກອບການ ເຂົ້າໃຈ ແລະ ສາມາດນໍາໃຊ້ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ເຂົ້າສູ້ການດໍາເນີນທຸລະກິດ ການຜະລິດສິນຄ້າ ແລະ ການບໍລິການ ໃນຂົງເຂດວຽກງານຕ່າງໆ ທັງເປັນການປົກປ້ອງສິດທາງດ້ານຊັບສິນທາງປັນຍາ ໃນສັງຄົມລາວໂດຍຄຽງຄຸ່ກັບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ສູງຂຶ້ນເທື່ອລະກ້າວ ນອກຈາກນີ້ ຍັງເປັນການຄຸ້ມຄອງການຜະລິດສິນຄ້າ ໃຫ້ໄດ້ມາດຕະຖານແຫ່ງຊາດກໍານົດ ແລະ ຄຸ້ມຄອງ, ຕິດຕາມ-ກວດກາ ເຄື່ອງມື-ອຸປະກອນວັດແທກ ໃຫ້ໄດ້ມາດຕະຖານເປັນເອກະພາບກັນ ຢູ່ໃນນະຄອນຫຼວງວຽງຈັນ.
ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມສໍາມະນາ ທ່ານ ມາຄະ ຈັນທະລາ ໄດ້ມີຄໍາເຫັນ ວ່າ: ວຽກງານຊັບຊັບສິນທາງປັນຍາ ເປັນວຽກງານໜຶ່ງທີ່ມີຄວາມຄໍາຄັນຢ່າງຍິ່ງ ຊຶ່ງມັນໄດ້ຕິດພັນຢ່າງສະໜິດແໜ້ນກັບການສ້າງສາພັດທະ ນາປະເທດຊາດໃນໄລຍະໃໝ່ ໂດຍສະເພາະ ການຊ່ວຍສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ກໍຄື ການຍົກສູງຄວາມອາດສາມາດໃນການແຂ່ງຂັນໃນພາກພື້ນ ແລະ ສາກົນ, ວຽກງານຊັບສິນທາງປັນຍາ ແມ່ນເປັນເຄື່ອງມືອັນໜຶ່ງທີ່ສຳຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ການສ້າງຄວາມອາດສາມາດ, ຄວາມສໍານິສຳນານທາງດ້ານວິຊາການ ໃຫ້ແກ່ ຂະແໜງການໃນທ້ອງຖິ່ນ, ການສົ່ງເສີມຜູ້ປະກອບການ ແລະ ສັງຄົມ, ກໍຄື ບັນດານັກສໍາມານາກອນທີ່ເຂົ້າຮ່ວມໃນທີ່ນີ້ ຊື່ງເປັນສູນລວມຂອງທ້ອງຖິ່ນ ທີ່ຂັບເຄື່ອນຊັບສິນທາງປັນຍາ, ຂັບເຄື່ອນເສດຖະກິດຂອງຊາດ ແລະ ມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ຮີບຮ້ອນໃຫ້ການສົ່ງເສີມຕໍ່ວຽກງານດັ່ງກ່າວ, ໃນການສ້າງຄວາມຮູ້ຄວາມສາມາດ, ຄວາມສໍານິສໍານານທາງດ້ານວິຊາການ ສາມາດນໍາໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງຊັບສິນທາງປັນຍາ ແລະ ການໃຫ້ບໍລິການຊັບສິນທາງປັນຍາ ແກ່ສັງຄົມ ໂດຍສະເພາະ ການລິເລີ່ມ ຫຼື ການເລີ່ມຕົ້ນເຮັດທຸລະກິດ ບໍ່ວ່າຈະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ, ການຄຳນຶງເຖິງຊັບສິນທາງປັນຍາຂອງຕົນ ເປັນສິ່ງສໍາຄັນ ຊຶ່ງມັນຈະຊ່ວຍສ້າງມູນຄ່າເພີ່ມ ທັງເປັນການສ້າງເຄື່ອງໝາຍການຄ້າ ລວມເຖິງແບບອຸດສາຫະກຳ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຂອງຕົນ ຢູ່ ສປປ ລາວ. ປັດຈຸບັນ ການນໍາໃຊ້ຊັບສິນທາງປັນຍາຖືວ່າຍັງຢູ່ໃນລະດັບທີ່ໜ້ອຍຫຼາຍ, ການນໍາໃຊ້ຊັບສິນທາງປັນຍາ ຄືກຸນແຈທີ່ສໍາຄັນຂອງການຂັບເຄື່ອນດັ່ງກ່າວ, ນອກຈາກນັ້ນ ການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ, ກິດຈະກຳທາງການຄ້າ ແລະ ການຖ່າຍທອດເຕັກໂນໂລຊີ ຈາກຕ່າງປະເທດອີກດ້ວຍ.
ກອງປະຊຸມສໍາມະນາໃນຄັ້ງນີ້ ນັກສໍາມະນາກອນໄດ້ມີໂອກາດຮັບຟັງ ການເຜີຍແຜ່ການບັນຍາຍເອກະສານຕ່າງໆ ກ່ຽວກັບວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ ເຊັ່ນ: ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາຕໍ່ທຸລະກິດ, ການຮັບຄໍາຮ້ອງຊັບສິນທາງປັນຍາ, ວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ວຽກງານເຄື່ອງໝາຍການຄ້າ, ການແກ້ໄຂຂໍ້ຂັດແຍ່ງ, ການສ້າງມາດຕະຖານ ຢູ່ ສປປ ລາວ, ການຢັ້ງຢືນຄຸນນະພາບຜະລິດຕະພັນສິນຄ້າ, ການຢັ້ງຢືນເຄື່ອງມືວັດແທກ ແລະ ວຽກງານປົກປ້ອງຜູ້ຊົມໃຊ້ ຢູ່ ສປປ ລາວ, ພ້ອມນັ້ນ ໃນກອງປະຊຸມສໍາມະນາ ຍັງໄດ້ມີການຖາມ-ຕອບ ຊຶ່ງຈະຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ມີຄວາມເຂົ້າໃຈເພີ່ມຕື່ມ ເຖິງຜົນປະໂຫຍດຈາກການນຳໃຊ້ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໃນທຸລະກິດຂອງຕົນ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ