ໃນວັນທີ 08 ກຸມພາ 2023 ນີ້ ກົມຊັບສິນທາງປັນາຍາ, ກະຊວງອຸດສະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ແລະ ຫ້ອງການປົກຄອງເມືອງດາກຈຶງ ຈັດກອງປະຊຸມ ສ້າງຄວາມເຂັ້ມແຂງ ວຽກງານຊັບສິນທາງປັນຍາ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ, ທີ່ເມືອງດາກຈຶງ, ແຂວງເຊກອງ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ເພັດສະໝອນ ບຸລະມາດ, ຮອງຫົວໜ້າພະແນກ ອຄ ແຂວງ ເຊກອງ ແລະ ທ່ານ ສົມພອນ ສາຍສຸວັນ, ຮອງເຈົ້າເມືອງ-ເມືອງດາກຈຶງ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີທ່ານ ເຈວະລາ ວົງທອງຈິດ, ຮອງຫົວໜ້າພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ, ກົມຊັບສິນທາງປັນຍາ, ມີທ່ານ ນາງ ຕຸກຕາຄໍາ ກຸລະວົງສາ, ຮອງຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ, ມີຜູ້ຕາງໜ້າຈາກ ກະຊວງພາຍໃນ, ຜູ້ຕາງໜ້າຈາກ ກົມແຜນການ ແລະ ຮ່ວມມື, ພະນັກງານວິຊາການທີ່ມາຈາກສູນກາງ ແລະ ທ້ອງຖິ່ນ, ມີຜູ້ຜະລິດ ແລະ ຜູ້ປະກອບການ ເມືອງດາກຈຶງ ເຂົ້າຮ່ວມທັງໝົດ ຈໍານວນ 60 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບການກະກຽມການສ້າງຕັ້ງສະມາຄົມ, ຂັ້ນຕອນການສ້າງຕັ້ງສະມາຄົມສົ່ງເສີມໂສມດາກຈຶງ, ໂດຍສະເພາະ ນິຕິກໍາ ກ່ຽວກັບການສ້າງຕັ້ງສະມາຄົມ, ຄວາມຮູ້ທົ່ວໄປ ກ່ຽວກັບສະມາຄົມ, ການຂໍອະນຸມັດສ້າງຕັ້ງ ແລະ ພິຈາລະນາອະນຸມັດສ້າງຕັ້ງສະມາຄົມຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ (ສໍາລັບພາກປະຊາຊົນ ແລະ ພາກລັດ); ໂຄງຮ່າງກົດລະບຽບພາຍໃນຂອງສະມາຄົມ, ຊຶ່ງໃນກົດລະບຽບສະບັບນີ້ ກໍານົດຫຼັກການພື້ນຖານ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກຂອງສະມາຄົມ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງສະມາຄົມ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ໃຫ້ມີຄວາມໂປ່ງໃສ, ເປັນລະບົບ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຄົມ ແລະ ສະມາຊິກສະມາຄົມ. ພ້ອມດຽວກັນນີ້ ຍັງໄດ້ຜ່ານຮ່າງເອກະສານຄຸນລັກສະນະຖິ່ນກໍາເນີດໂສມດາກຈຶງ, ເພື່ອໃຫ້ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ-ປະສົບການ ແລະ ປະກອບຄໍາເຫັນ ເພື່ອເຮັດໃຫ້ຮ່າງເອກະສານດັ່ງກ່າວ ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ ຊຶ່ງຈະເປັນເງື່ອນໄຂໃຫ້ໂສມເມືອງດາກຈຶງ ແຂວງເຊກອງ ສາມາດຈົດທະບຽນຖິ່ນກໍາເນີດ ແລະ ໄດ້ຮັບການປັກປ້ອງຕາມ ກົດໝາຍວ່າດ້ວຍຊັບສິນທາງປັນຍາ.
ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ໄດ້ຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງ ວຽກງານຊັບສິນທາງປັນຍາໃຫ້ແກ່ ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ໃນການນຳໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດໂສມເມືອງດາກຈຶງ, ແຂວງເຊກອງ ເພື່ອກະກຽມຈົດທະບຽນຖິ່ນກຳເນີດ ຊຶ່ງໄດ້ລົງເກັບກຳຂໍ້ມູນກ່ຽວກັບໂສມ ທີ່ເມືອງດາກຈຶງ ເພື່ອສ້າງເປັນເອກະສານຄຸນລັກສະນະສະເພາະ ສິນຄ້າຖິ່ນກຳເນີດໂສມເມືອງດາກຈຶງ ນັບແຕ່ປີ 2021 ເປັນຕົ້ນມາ; ໂດຍສະເພາະປະຫວັດຄວາມເປັນມາຂອງໂສມເມືອງດາກຈຶງ; ຮູບຮ່າງລັກສະນະຂອງ ຕົ້ນ, ໃບ, ດອກ, ຫົວ ແລະ ອື່ນໆ; ວິທີການປູກ, ການເກັບກ່ຽວ, ຊັບປະຄຸນ; ປັດໃຈທາງທຳມະຊາດ ແລະ ມະນຸດ ທີ່ເຮັດໃຫ້ໂສມມີຄວາມເປັນເອກະລັກສະເພາະ ແລະ ການເອີ້ນຊື່ຂອງໂສມແຕ່ລະຊົນເຜົ່າ ທີ່ມີຄວາມແຕກຕ່າງກັນ ເພື່ອໃຫ້ເປັນເອກະພາບກັນໃນການໃນການກໍາກົດຄຸນລັກສະນະຂອງ ໂສມດາກຈຶງ.
ປັດຈຸບັນ ສປປ ລາວ ສາມາດ ຈົດທະບຽນຖິ່ນກຳເນີດໄດ້ 6 ສິນຄ້າ ຄື: ເຂົ້າໄກ່ນ້ອຍ (ແຂວງຫົວພັນ ແລະ ຊຽງຂວາງ); ກາເຟ ບໍລະເວນ (ແຂວງຈຳປາສັກ, ເຊກອງ, ອັດຕະປື); ຊາກໍແມນ (ແຂວງຜົ້ງສາລີ); ຊາປາກຊ່ອງ (ແຂວງຈຳປາສັກ); ຜ້າໄໝຫຼວງພະບາງ (ແຂວງຫຼວງພະບາງ); ຜ້າໄໝຫົວພັນ (ແຂວງຫົວພັນ). ແລະ ມີແຜນທີ່ຈະຈົດທະບຽນຖິ່ນກຳເນີດ ໃຫ້ແກ່ ສິນຄ້າທີ່ມີທ່າແຮງໃນ ສປປ ລາວ ຄື: ໂສມ ເມືອງດາກຈຶງ, ແຂວງເຊກອງ; ຊາພູສັນ, ແຂວງຊຽງຂວາງ; ຜ້າໄໝຊຽງຂວາງ, ແຂວງຊຽງຂວາງ; ຜ້າຍອມຄາມລະຫານໍ້າ, ແຂວງສະຫວັນນະເຂດ; ຊາເມືອງເມີງ, ແຂວງບໍ່ແກ້ວ. ຊາພູແກ້ວ ແລະ ຊາປາກແບ່ງ, ແຂວງອຸດົມໄຊ ແລະ ອື່ນໆອີກ.
ພ້ອມດຽວກັນນັ້ນ, ໃນວັນ 07 ກຸມພາ 2023, ກົມຊັບສິນທາງປັນຍາ, ໄດ້ຈັດຝຶກອົບຮົມ ການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາ ທາງດ້ານບໍລິຫານ ໃຫ້ແກ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ໂດຍສະເພາະ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໃຫ້ເຂົ້າໃຈເພີ່ມຕື່ມກ່ຽວກັບການດຳເນີນງານ ກໍຄື ການແບ່ງຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ໂດຍສະເພາະ ຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ ແລະ ວິທີປະກອບແບບຟອມເອກະສານ, ແນໃສ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ ບຸກຄະລາກອນຂັ້ນທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຄວາມສຳນິສຳນານທາງດ້ານວິຊາການ ສາມາດນຳໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງຊັບສິນທາງປັນຍາ ແລະ ການໃຫ້ບໍລິການຊັບສິນທາງປັນຍາ ແກ່ສັງຄົມ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ



