DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ສ້າງຄວາມເຂັ້ມແຂງ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ

ໃນວັນທີ 05 ພຶດສະພາ 2023 ທີ່ຜ່ານມາ ກົມຊັບສິນທາງປັນາຍາ, ກະຊວງອຸດສະກໍາ ແລະ ການຄ້າຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ແລະ ຫ້ອງວ່າການປົກຄອງເມືອງ ດາກຈຶງ ຈັດກອງປະຊຸມສ້າງຄວາມເຂັ້ມແຂງ ວຽກງານຊັບສິນທາງປັນຍາ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ, ທີ່ເມືອງ ດາກຈຶງແຂວງເຊກອງ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ດາວວີ ສວຍທະລັງສີ, ຫົວໜ້າພະແນກ ອຄ ແລະ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງ-ເມືອງ ດາກຈຶງ, ແຂວງເຊກອງ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ເຈວະລາ ວົງທອງຈິດ, ຮອງຫົວໜ້າພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດກົມຊັບສິນທາງປັນຍາ, ມີທ່ານ ນາງ ຕຸກຕາຄໍາ ກຸລະວົງສາ, ຮອງຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ກົມແຜນການ ແລະ ຮ່ວມມື ກະຊວງ ອຄ, ຜູ້ຕາງໜ້າຈາກພະແນກພາຍໃນ ແລະ ຜູ້ຕາງໜ້າຈາກ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ເຊກອງ. ພ້ອມດ້ວຍພະນັກງານວິຊາການຈາກສູນກາງ ແລະ ທ້ອງຖິ່ນ, ມີຜູ້ຜະລິດ ແລະ ຜູ້ປະກອບການ ເມືອງດາກຈຶງ ເຂົ້າຮ່ວມຈໍານວນ 60 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບການຄັດເລືອກຂອງຄະ ນະຂົນຂວາຍ ຂອງພະແນກ ອຄ ແຂວງເຊກອງ, ແນະນຳຂັ້ນຕອນ ແລະ ບາດກ້າວໃນການຈົດທະບຽນຖິ່ນກຳເນີດ. ພ້ອມທັງກະກຽມການສ້າງຕັ້ງສະມາຄົມສົ່ງເສີມໂສມດາກຈຶງ ແລະ ຜ່ານຮ່າງກົດລະບຽບສະມາຄົມ.  ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງສະມາຄົມ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ໃຫ້ມີຄວາມໂປ່ງໃສເປັນລະບົບ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຄົມ ແລະ ສະ ມາຊິກສະມາຄົມ.

ພ້ອມດຽວກັນນີ້ ຍັງໄດ້ຜ່ານຮ່າງເອກະສານຄຸນລັກສະນະຖິ່ນກໍາເນີດໂສມດາກຈຶງ, ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ-ປະສົບການ ແລະ ປະກອບຄໍາເຫັນ ເພື່ອເຮັດໃຫ້ຮ່າງເອກະສານດັ່ງກ່າວ ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ ຊຶ່ງຈະເປັນເງື່ອນໄຂໃຫ້ໂສມເມືອງດາກຈຶງ ແຂວງເຊກອງ ສາມາດຈົດທະບຽນຖິ່ນກໍາເນີດ ແລະ ໄດ້ຮັບການປັກປ້ອງຕາມ ກົດໝາຍວ່າດ້ວຍຊັບສິນທາງປັນຍາ.  ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ໄດ້ຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງ ວຽກງານຊັບສິນທາງປັນຍາໃຫ້ແກ່ ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ໃນການນຳໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດໂສມ. ເພື່ອກະກຽມຈົດທະບຽນຖິ່ນກຳເນີດ ຊຶ່ງໄດ້ລົງເກັບກຳຂໍ້ມູນກ່ຽວກັບໂສມ ທີ່ເມືອງດາກຈຶງ ແລະ ສ້າງເປັນເອກະສານຄຸນລັກສະນະສະເພາະສິນຄ້າຖິ່ນກຳເນີດໂສມເມືອງດາກຈຶງ ນັບແຕ່ປີ 2021 ເປັນຕົ້ນມາ; ໂດຍສະເພາະ ປະຫວັດຄວາມເປັນມາຂອງໂສມເມືອງດາກຈຶງ; ຮູບຮ່າງລັກສະນະຂອງ ຕົ້ນ, ໃບ, ດອກ, ຫົວ ແລະ ອື່ນໆ; ວິທີການປູກ, ການເກັບກ່ຽວ, ຊັບປະຄຸນ; ປັດໃຈທາງທຳມະຊາດ ແລະ ມະນຸດ ທີ່ເຮັດໃຫ້ໂສມມີຄວາມເປັນເອກະລັກສະເພາະ ແລະ ການເອີ້ນຊື່ຂອງໂສມແຕ່ລະຊົນເຜົ່າ ທີ່ມີຄວາມແຕກຕ່າງກັນ ເພື່ອໃຫ້ເປັນເອກະພາບກັນໃນການໃນການກໍາກົດຄຸນລັກສະນະຂອງ ໂສມດາກຈຶງ.

ພາບ ແລະ ຂ່າວໂດຍ: ກົມຊັບສິນທາງປັນຍາ