ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມ ເຂັ້ມແຂງໃຫ້ ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ໃນວັນທີ 31 ມັງກອນ 2019 ຢູ່ທີ່ຫ້ອງປະຊຸມ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ກ່າວເປີດກອງປະຊຸມ ຂອງທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາ ການໃຫ້ແກ່ພະ ນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການ ຂະໜາດນ້ອຍ ແລະ ກາງ, ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ແລະ ນຳໃຊ້ວຽກງານດັ່ງກ່າວຊຸກຍູ້ສົ່ງ ເສີມ ພູມປັນຍາໃນການປະດິດສ້າງ, ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ປະກອບການ, ປົກປ້ອງ ແນວພັນ, ສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງ ຂັນໃນຕະຫຼາດໄດ້.
ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຮັບຟັງການນຳສະເໜີເອກະສານຕ່າງໆເຊັ່ນ: ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມຊັບສິນທາງປັນຍາ, ຄວາມຮູ້ເບື້ອງຕົ້ນ ທາງດ້ານຊັບສິນທາງປັນຍາ; ການສ້າງເຄື່ອງໝາຍການຄ້າ; ການປັບປຸງຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ. ພ້ອມກັນນັ້ນ, ຍັງໄດ້ມີການສົນທະນາແລກ ປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນນຳອີກ.
ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າພະແນກວິທະຍາ ສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ, ມີບັນດາຜູ້ປະກອບການ, ຫົວໜ່ວຍການຜະລິດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດຽວກັນນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຍັງໄດ້ຕາງໜ້າໃຫ້ກົມຊັບສິນທາງປັນຍາມອບຄອມ ພິວເຕີຈໍານວນ 1 ຊຸດ, ເຄື່ອງພິມເອກະສານ 1 ໜ່ວຍ ແລະ ອຸປະກອນຮັບໃຊ້ຫ້ອງ ການຈຳນວນໜຶ່ງ ລວມມູນຄ່າ 8 ລ້ານກວ່າກີບໃຫ້ແກ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ຊຶ່ງຂຶ້ນຮັບໂດຍ ທ່ານ ທະວີໄຊ ເໝົາຊົມພູ.
ພາຍຫຼັງການຈັດກອງປະຊຸມເຜີຍແຜ່ແລ້ວ ທາງຄະນະຈາກກົມຊັບສິນທາງປັນຍາ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ໄດ້ສືບຕໍ່ລົງຕິດຕາມ ແລະ ຊຸກຍູ້ຜູ້ປະກອບການ ຊຶ່ງໃນນັ້ນ ໄດ້ລົງສົ່ງເສີມ ຜະລິດຕະພັນ ທີ່ໂຮງງານປາແດກຮຸ່ງເຮືອງສິນ ຢູ່ບ້ານ ຈອມເພັດ ເມືອງສີສັດຕະນາກ ແລະ ກຸ່ມຜະລິດເຂົ້າບ້ານໜອງ ໂນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ເພື່ອເຮັດໃຫ້ຜູ້ປະກອບການ ເຂົ້າໃຈຕໍ່ຜະລິດຕະພັນຂອງຕົນທີ່ຕິດພັນກັບວຽກງານຊັບສິນທາງປັນຍາ ໃຫ້ດີຂຶ້ນ ໂດຍສະເພາະ ແມ່ນ ເຄື່ອງໝາຍການຄ້າຂອງຕົນ ແລະ ສາມາດປົກປ້ອງສິດຊັບສິນທາງປັນຍາຂອງຕົນໄດ້.