DIP: 021 213470-148 | IP Service Center: 021 218710


Nguyễn Văn Ánh


Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ

ສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດຂອງ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໃນວັນທີ 24 – 26 ຕຸລາ 2023 ທີ່ ຫ້ອງປະຊຸມສະພາ, ແຂວງ ຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເຢມິນ ຕັນ ເຈົ້າໜ້າທີ່ອາວຸໂສອົງການຊັບສິນທາງປັນຍາໂລກ ແລະ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຫຼວງພະບາງ.
ໃນກອງປະຊຸມຄັ້ງນີ້ມີຍັງມີນັກສໍາມະນາກອນຊ່ຽວຊານວຽກງານຖິ່ນກຳເນີດຈາກປະເທດ ອີຕາລີ ທ່ານ ຟລາວີໂອ ອິນໂນເຊັນຊີ, ນັກສຳມະນາກອນກົມຊັບສິນທາງປັນຍາ ທ່ານ ເຈວະລາ ວົງທອງຈິດ ຮອງຫົວໜ້າພະແນກ ເຄື່ອງໝາຍການຄ້າ ແລະ ຖິ່ນກຳເນີດ ແລະ ພະນັກງານວິຊາການຈາກກົມກົມຊັບສິນທາງປັນຍາ. ນອກນັ້ນຍັງມີຊ່ຽວຊານຖີ່ນກໍາເນີດ ແລະ ນັກສໍາມະນາກອນຈາກຜະລິດຜ້າໄໝຖິ່ນກຳເນີດຂອງ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ພ້ອມດ້ວຍຜູ້ປະກອບການພາຍໃນແຂວງ ຫຼວງພະບາງເຂົ້າຮ່ວມລວມທັງໝົດ ຸ53 ທ່ານ .
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຂີດຄວາມສາມາດໃນການສ້າງລະບົບຄຸ້ມຄອງ ແລະ ຄວບຄຸມການຢັ້ງຢືນຖິ່ນກໍາເນີດ ແລະ ວິທີການຄຸ້ມຄອງທີ່ດີຂອງສະມາຄົມຖິ່ນກໍາເນີດ, ຍຸດທະສາດການຕະຫຼາດ, ທ່າແຮງການຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜະລິດຕະພັນຜ້າໄໝຖິ່ນກຳເນີດຂອງແຂວງໂດຍຕິດພັນກັບການທ່ອງທ່ຽວຂອງທັງສອງແຂວງ. ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ແລະ ຜູ້ຜະລິດຜ້າໄໝມີຄວາມຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາໂດຍສະເພາະການຄຸ້ມຄອງຄຸນນະພາບ ແລະ ການຕະຫຼາດຂອງຜູ້ຜະລິດຕະພັນຜ້າໄໝຖິ່ນກຳເນີດເພື່ອສົ່ງເສີມການເຂົ້າເຖີງຕະຫຼາດໃຫ້ຫຼາຍຂື້ນ.
ຄືດັ່ງບັນດາທ່ານຮູ້ນຳກັນແລ້ວວ່າ ຜ້າໄໝຖິ່ນກຳເນີດຂອງ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໄດ້ຮັບໃບຢັ້ງຢືນການຈົດທະບຽນໃນປີ 2020 ທີ່ຜ່ານມາ, ຄວາມສຳຄັນໃນການຈົດທະບຽນປົກປ້ອງຖິ່ນກໍາເນີດ ກໍແມ່ນເພື່ອປົກປ້ອງຊື່ສຽງຂອງ ຜະລິດຕະພັນດັ່ງກ່າວທັງເປັນການປົກປ້ອງພູມປັນຍາທ້ອງຖິ່ນແບບດັ້ງເດີມທີ່ເປັນມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນທີ່ເປັນໜ້າສົນໃຈ ແລະ ທັງເປັນອາຊີບຫຼັກທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນທັງສອງແຂວງ, ຊຶ່ງການຈົດທະບຽນຖິ່ນກໍາເນີດຄັ້ງນີ້, ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງຜ້າໄໝຫົວພັນໄວ້ເນື່ອງຈາກວ່າຫຼັງຈາກການຈົດທະບຽນຈະມີການກວດກາທຸກຂັ້ນຕອນການຜະລິດ ຢ່າງເປັນລະບົບຄົບຊຸດ ພ້ອມທັງມີການຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະ. ນອກຈາກນັ້ນ ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຕ້ອງຜ່ານການກວດກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດຜ້າໄໝຫົວພັນທີ່ຈະວາງຈໍາໜ່າຍໃນທ້ອງຕະຫຼາດພາຍໃນແຂວງ ແລະ ສົ່ງອອກໄປຈຳໜ່າຍຢູ່ທີ່ຕ່າງປະເທດ.
ຍ້ອນເຫັນເຖີງຄວາມໝາຍຄວາມສໍາຄັນດັ່ງກ່າວນີ້, ກົມຊັບສິນທາງປັນຍາ ຈຶ່ງໄດ້ຮ່ວມມືກັບອົງການຊັບສິນທາງປັນຍາໂລກ ຈັດຕັ້ງປະຕິບັດໂຄງການນີ້ຂຶ້້ນເພື່ອເປັນການຊອກຫາວິທີການຊຸກຍູ້ ແລະ ສົ່ງເສີມ ໃນການສ້າງຂີດຄວາມສາມາດໃນການສ້າງລະບົບຄຸ້ມຄອງ ແລະ ຄວບຄຸມການຢັ້ງຢືນຖິ່ນກໍາເນີດ ແລະ ວິທີການຄຸ້ມຄອງທີ່ດີຂອງສະມາຄົມຖິ່ນກໍາເນີດ, ຍຸດທະສາດການຕະຫຼາດ, ທ່າແຮງການຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜະລິດຕະພັນຜ້າໄໝຖິ່ນກຳເນີດຂອງສອງແຂວງ ພ້ອມທັງສາມາດເພີ່ມມູນຄ່າຂອງສິນຄ້າໃຫ້ເປັນທີຮູ້ຈັກ ແລະ ນໍາໃຊ້ຊັບສິນທາງປັນຍາໂດຍສະເພາະຖິ່ນກໍາເນີດເພື່ອຕໍ່ຍອດໃນການຂະຫຍາຍທຸລະກິດຂອງກູ່ມຜູ້ຜະລິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍີ່ງຂຶ້ນກວ່າເກົ່າ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ
ສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ