ໃນລະຫວ່າງວັນທີ 20-21 ສິງຫາ 2019 ນີ້ ກົມຊັບສິນທາງປັນຍາ ຮ່ວມກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງທາງດ້ານການສ້າງເອກະສານຄຸນລັກສະນະສິນຄ້າຖິ່ນກໍາເນີດຜ້າໃໝຫຼວງພະບາງ ໃຫ້ຂະແໜງການ, ຜູ້ຜະລິດ ແລະ ຜູ້ປະກອບການຜ້າໄໝຫຼວງພະບາງຂຶ້ນ ທີ່ນະຄອນຫຼວງພະບາງ ໂດຍການເປັນປະທານຮ່ວມ ຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ສິງຄໍາ ພົມມະລັດ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ມີຮອງຫົວໜ້າກົມຊັບສິນທາງປັນຍາ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ຮອງຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຕາງໜ້າຈາກກະຊວງພາຍໃນ, ປະທານສະມາຄົມຫັດຖະກໍາລາວ, ຄະນະກໍາມະການຊີ້ນໍາວຽກງານຖິ່ນກໍາເນີດແຂວງຫຼວງພະບາງ, ພະແນກການອອມຂ້າງແຂວງຫຼວງພະບາງ, ຜູ້ຜະລິດ ແລະ ຜູ້ປະ ກອບການຜ້າໄໝຈາກຫຼວງພະບາງ, ຊຽງຂວາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 64 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນ ເກັບກໍາຂໍ້ມູນກ່ຽວກັບຜ້າໄໝຫຼວງພະບາງ ເພື່ອສ້າງເປັນເອກະສານຄຸນລັກສະນະຖິ່ນກໍາເນີດຂອງຜ້າໄໝຫຼວງພະບາງ ຊຶ່ງປະກອບເປັນສໍານວນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ອີງຕາມເງື່ອນໄຂຂອງການຈົດທະບຽນຖິ່ນກໍາເນີດ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ. ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ຮ່ວມກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫຼວງພະບາງ ໄດ້ຈັດກອງປະຊຸມກະກຽມຈົດທະບຽນຖິ່ນກໍາເນີດແລ້ວ 2 ຄັ້ງ ແລະ ຜ່ານການຕົກລົງເຫັນດີໃນກອງປະຊຸຸມສອງຄັ້ງດັ່ງກ່າວ ແມ່ນໄດ້ມີການຈັດຕັ້ງປະຕິບັດບາງໜ້າວຽກທີ່ຈໍາເປັນສໍາລັບການຈົດທະ ບຽນຖິ່ນກໍາເນີດຜ້າໄໝຫຼວງພະບາງ ເປັນຕົ້ນແມ່ນ ການສ້າງຕັ້ງ ຄະນະກໍາມະການຊີ້ນໍາການຈົດທະບຽນຖິ່ນກໍາເນີດ ສິນຄ້າຂອງແຂວງຫຼວງພະບາງ, ການກະກຽມສ້າງຕັ້ງສະມາຄົມສົ່ງເສີມຖິ່ນກໍາເນີດຜ້າໃໝຫຼວງພະບາງ ຊຶ່ງປະຈຸບັນ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫຼວງພະບາງ ແລະ ພະແນກການກ່ຽວຂ້ອງ ກໍາລັງກະກຽມຂໍອະນຸມັດຮັບຮອງເອົາຄະນະຂົນຂວາຍຈາກກະຊວງພາຍໃນ ແລະ ຂົນຂວາຍເອົາສະມາຊິກຂອງ ສະມາຄົມ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂການສ້າງຕັ້ງສະມາຄົມ. ສ່ວນກົມຊັບສິນທາງປັນຍາ ກໍ່ໄດ້ມີການຊຸກຍູ້ ຕິດຕາມຢ່າງໃກ້ສິດ ແລະ ໄດ້ສົມທົບກັບຊ່ຽວຊານປະຈໍາໂຄງການ ເພື່ອສຶກສາຂໍ້ມູນກ່ຽວກັບຜ້າໄໝຫຼວງພະບາງ ພ້ອມທັງປະສານກັບບັນດາ ຜູ້ປະກອບການຜ້າໃໝຫຼວງພະບາງ, ໂຄງການຊ່ວຍເຫຼືອຂອງຕ່າງປະເທດ ທີ່ຕິດພັນກັບການສົ່ງເສີມຜ້າໃໝຫຼວງພະບາງ ໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາຖິ່ນກໍາເນີດຜ້າໄໝຫຼວງພະບາງ.
ການເກັບກໍາຂໍ້ມູນກ່ຽວກັບເອກະລັກສະເພາະຂອງຜ້າໄໝຫຼວງພະບາງຄັ້ງນີ້ ແມ່ນບາດກ້າວທີ່ສໍາຄັນອັນໜຶ່ງ ໃນຂັ້ນຕອນການຈົດທະບຽນຖິ່ນກໍາເນີດ ເພາະເອກະສານດັ່ງກ່າວ ຖືໄດ້ວ່າ ເປັນກົດລະບຽບອັນໜຶ່ງທີ່ສ້າງຂືຶ້ນໂດຍສະມາຄົມ ແລະ ສະມາຊິກສະມາຄົມທຸກຄົນຕ້ອງໄດ້ປະຕິບັດຕາມເອກະສານດັ່ງກ່າວ ຈຶ່ງຈະສາມາດນໍາໃຊ້ຖິ່ນກໍາເນີດໄດ້. ພ້ອມດຽວກັນນັ້ນ ເອກະສານດັ່ງກ່າວ ຍັງຈະປະກອບມີລະອຽດກ່ຽວກັບ ເອກະລັກສະເພາະຂອງຜ້າໄໝຫຼວງພະບາງ, ກໍາມະວິທີການຜະລິດໄໝ ທີ່ເປັນພູມປັນຍາຕົກທອດມາ ຫຼາຍເຊັ່ນຄົນ ຊຶ່ງຂໍ້ມູນເຫຼົ່ານີ້ຈະມາສາດນໍາໃຊ້ເພື່ອການໂຄສະນາໃຫ້ຜູ້ບໍລິໂພກຮູ້ກ່ຽວກັບຄວາມພິເສດຂອງຜ້າໄໝຫຼວງພະບາງ ແລະ ຈະເປັນສິ່ງສົ່ງເສີມຊ່ວຍເຮັດໃຫ້ຜ້າໄໝຫຼວງພະບາງມີມູນຄ່າເພີ່ມສູງຂຶ້ນ. ການສ້າງເອກະສານຄຸນລັກສະນະຜ້າໄໝຫຼວງພະບາງ ແມ່ນຕ້ອງປະກອບມີຂໍ້ມູນທີ່ລະອຽດຫຼາຍໆດ້ານ ເປັນຕົ້ນແມ່ນ ຂໍ້ມູນທາງດ້ານເງື່ອນໄຂສະພາບແວດລ້ອມຂອງເຂດການຜະລິດ, ສາຍພັນຕົ້ນມອນ, ສາຍພັນມ້ອນ, ການປູກມອນລ້ຽງມ້ອນ, ຂໍ້ມູນທາງດ້ານວັດທະນະທໍາ-ສັງຄົມທີ່ຕິດພັນກັບການຜະລິດຜ້າໄໝຫຼວງພະບາງ ແລະ ປະຫວັດຄວາມເປັນມາກ່ຽວກັບຜ້າໄໝ ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເກັບກໍາຂໍ້ມູນດັ່ງກ່າວຈາກທຸກພາກສ່ວນ ທີ່ຕິດພັນກັບຜ້າໄໝຫຼວງພະບາງ ເປັນຕົ້ນແມ່ນຂະແໜງການກ່ຽວຂ້ອງ ຈາກພາກລັດ, ຜູ້ຜະລິດ ແລະ ຜູ້ປະກອບການຜ້າໄໝຫຼວງພະບາງ ເພື່ອເຮັດໃຫ້ສາມາດສ້າງເອກະສານຄຸນລັກສະນະສິນຄ້າຖິ່ນກໍາເນີດ ຜ້າໄໝຫຼວງພະບາງໄດ້ສໍາເລັດ ແລະ ສາມາດຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດຜ້າໄໝຫຼວງພະບາງໂດຍໄວ.
ບົດຂ່າວໂດຍ: ເຈວະລາ ວົງທອງຈິດ
ພາບປະກອບໂດຍ: ພອນສຸກ ຄໍາວັນທອງ