DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ສໍາມະນາ ກ່ຽວກັບ ວຽກງານຊັບສິນທາງປັນຍາ ເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາ ປະຈໍາປີ 2023

ວັນທີ 26 ເມສາ 2023, ທີ່ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ, ມີສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາ ປະຈໍາປີ 2023, ໃຫ້ກຽດ ກ່າວເປີດສໍາມະນາໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນສໍາມະນາ ຄັ້ງນີ້ ມີທ່ານ ນ. ສຸກພາພອນ ຜານິດ, ຫົວໜ້າຫ້ອງການ, ສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງກົມ, ສະຖາບັນ, ພະນັກງານຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຕາງໜ້າຈາກກະຊວງອ້ອມຂ້າງ, ສູນກາງສະຫະພັນແມ່ນຍິງລາວ ແລະ ມີຄູອາຈານ-ນັກສຶກສາຈາກມະຫາວິ ທະຍາໄລ ແຫ່ງຊາດ, ສະມາຄົມນັກທຸລະກິດຍິງ ແລະ ຜູ້ປະກອບການ 100 ກວ່າທ່ານ ເຂົ້າຮ່ວມ.

ຈຸດປະສົງຂອງສໍາມະນາຄັ້ງນີ້ ແມ່ນເພື່ອຍົກໃຫ້ເຫັນເຖິງບົດບາດຂອງແມ່ຍິງ ໃນການສົ່ງເສີມວຽກງານຊັບສິນທາງປັນຍາ ແລະ ເປັນກິດຈະກໍາປິ່ນອ້ອມໜຶ່ງ ເພື່ອສະເຫຼີມ ສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2023 ພາຍໃຕ້ຄໍາຂັວນທີ່ວ່າ: “ບົດບາດແມ່ ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)”.

ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວເປີດສໍາມະນາ ໃນຄັ້ງນີ້ວ່າ: ໃນໄລຍະການພັດທະນາໃໝ່ ຫຼື ໃນຍຸກອຸດສາຫະກໍາ 4.0 ນີ້ ເຫັນໄດ້ວ່າ ວຽກງານຊັບສິນທາງປັນຍາ ແມ່ນມີບົດບາດສໍາຄັນໃນການປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ຢູ່ ສປປ ລາວ ກໍ່ຄືຢູ່ໃນທົ່ວໂລກ ໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການສົ່ງເສີມໃຫ້ມີການພັດທະນານະວັດຕະກຳຕ່າງໆ ທີ່ມາຮັບໃຊ້ສັງຄົມເຮັດໃຫ້ຊີວິດການເປັນຢູ່ຂອງຄົນເຮົາສະດວກສະບາຍຂຶ້ນກວ່າເກົ່າ ໂດຍການປົກປ້ອງສິດທິບັດ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມ ທຸລະກິດ ສະຕາດອັບ (Startup), ນັກຄົ້ນຄວ້າ ແລະ ນັກວິໄຈ ຂອງ ສປປ ລາວໃຫ້ສາມາດນໍາເອົານະວັດຕະກໍາຂອງຕົນເຂົ້າສູ່ຕະຫຼາດເພື່ອນຳສະເໜີຂາຍໃຫ້ແກ່ຜູ້ຜະລິດຕໍ່ໄປ; ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ທຸລະກິດ ຈາກການປົກປ້ອງ ແລະ ນຳໃຊ້ ເຄື່ອງໝາຍການຄ້າ (ຫຼື ຍີຫໍ້) ລວມທັງການສົ່ງເສີມສິນຄ້າຖິ່ນກຳເນີດ ທີ່ເປັນສິນຄ້າເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ທີ່ມີໜຶ່ງດຽວໃນໂລກ; ນອກນັ້ນ, ການພັດທະນາອຸດສາຫະກຳສ້າງສັນ (Creative Industry) ສໍາລັບ ນັກອອກແບບ ສິນຄ້າ ແລະ ຜະລິດຕະພັນ, ຫັດຖະກໍາ, ກິລາ, ບັນເທິງ, ການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສິນລະປະ ແລະ ອື່ນໆ ແມ່ນລ້ວນແລ້ວແຕ່ສາມາດໄດ້ຮັບການປົກປ້ອງຈາກ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼື ແບບອຸດສາຫະກຳ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຄິດແຕ່ງ ຫຼື ຜູ້ສ້າງສັນຜົນງານ ທັງເປັນການປົກປ້ອງພູມປັນຍາຂອງແຕ່ລະທ້ອງຖິ່ນທີ່ອຸດົມຮັ່ງມີຢູ່ ສປປ ລາວ; ການສົ່ງເສີມການພັດທະນາແນວພັນພືດໃໝ່ຂອງສະຖາບັນຄົ້ນຄວ້າກະສິດກຳຕ່າງໆ ຂອງ ສປປ ລາວ ໂດຍການປົກປ້ອງພັນພືດໃໝ່ ຈະຊ່ວຍຊຸກຍູ້ສົ່ງເສີມສະມັດທະພາບໃນການຜະລິດສິນຄ້າກະສິກຳ ແລະ ຍົກສູງຄຸນນະພາບ ຫຼຸດຜ່ອນເນື້ອທີ່ໃນການປູກ ແລະ ປົກປັກຮັກສາສິ່ງແວດລ້ອມໄດ້ດີຂຶ້ນ. ໃນຂະບວນການດັ່ງກ່າວ ສິ່ງໜຶ່ງທີ່ພວກເຮົາບໍ່ສາມາດປະຕິເສດໄດ້ແມ່ນ ແມ່ຍິ່ງ ມີບົດບາດສໍາຄັນໃນການຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່, ທັງເປັນຜູ້ສ້າງສັນສິ່ງໃໝ່ ທີ່ນໍາຜົນປະໂຫຍດມາສູ່ສັງຄົມ ກໍ່ຄື ມວນມະນຸດຊາດໃນທຸກຍຸກ ທຸກສະໃໝ. ແມ່ຍິງ ໄດ້ປະກອບສ່ວນທາງດ້ານການປະດິດສ້າງສິ່ງໃໝ່ ແລະ ແນວຄິດສ້າງສັນ ເຂົ້າໃນທຸກວຽກງານ ບໍ່ວ່າຈະເປັນ ວຽກງານການປົກຄອງ, ວິທະຍາສາດ, ການຄ້າ ແລະ ທຸລະກິດຮູບແບບຕ່າງໆ ໃຫ້ປະສົບຜົນສໍາເລັດເປັນທີ່ປະຈັກຕາມາແລ້ວ ໃນທົ່ວທຸກ ມູມໂລກ. ສະເພາະຢູ່ ສປປ ລາວ, ບໍ່ວ່າໃນຍຸກສະໄໝໃດ ແມ່ຍິ່ງລາວກໍ່ລ້ວນແລ້ວແຕ່ໄດ້ປະກອບສ່ວນເຂົ້າໃນການສ້າງສັນສິ່ງໃໝ່ ແບບມີຫົວຄິດປະດິດສ້າງ ທັງຢູ່ໃນຂົງເຂດເສດຖະກິດ ແລະ ວັດທະນະທໍາສັງຄົມ. ໃນເມື່ອກ່ອນ ກໍ່ຄືປະຈຸບັນ ແມ່ນຍິງລາວມີບົດບາດໃນການສ້າງສັນງານຫັດຖະກໍາທີ່ມີຄວາມປານີດ ແລະ ງົດງາມ ແບບບໍ່ໃຜໃນໂລກສາມາດຮຽນແບບໄດ້ ເປັນຕົ້ນແມ່ນ ລາຍຜ້າໄໝມ້ອນ, ເຄື່ອງປະດັບທີ່ເຮັດຈາກໄໝ ແລະ ອື່ນໆອີກ ຊຶ່ງສິ່ງຕ່າງໆເຫຼົ່ານີ້ ລ້ວນແຕ່ແມ່ນຊັບສິນທາງປັນຍາ ທີ່ເກີດມາຈາກແນວຄິດສ້າງສັນ ທີ່ກາຍເປັນເອກະລັກອັນພົ້ນເດັ່ນ ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງໃນລະດັບໂລກ. ໃນແງ່ຂອງວັດທະນະທໍາສັງຄົມ ແມ່ນຍິງລາວ ກໍມີບົດບາດໃນການສ້າງສັນເຊັ່ນ: ບົດຟ້ອນ, ບົດລໍາ ແລະ ການສະແດງສິນລະປະຕ່າງໆ ທີ່ສື່ໃຫ້ເຫັນເຖິງພູມປັນຍາ ທີ່ເປັນເອກະລັກ ທີ່ມີການສືບທອດຈາກລຸ້ນສູ່ລຸ້ນ ແບບບໍ່ເຫືອດຫາຍ.

ໃນໄລຍະໃໝ່, ແມ່ຍິ່ງລາວບໍ່ພຽງແຕ່ມີບົດບາດເປັນຜູ້ຮັກສາຜົນງານແນວຄິດສ້າງສັນຈາກຄົນໃນສະໄໝກ່ອນ ເປັນຕົ້ນແມ່ນ ຝີໄມ່ລາຍມືທາງດ້ານຫັດຖະກໍາ, ບົດຟ້ອນ ບົດລໍາຕ່າງໆ, ຕະຫຼອດຮອດການນຸ່ງຖືຕາມແບບຮີດຄອງປະເພນີ ໄດ້ເປັນຢ່າງດີແລ້ວ, ແມ່ຍິງລາວໃນຍຸກໃໝ່ ຍັງມີຜົນງານທີ່ເກີດຈາກແນວຄິດສ້າງສັນໃນຫຼາຍດ້ານ ບໍ່ວ່າຈະຢູ່ໃນຂົງເຂດເສດຖະກິດ ກໍ່ຄື ວັດທະນະທໍາສັງຄົມ. ສິ່ງທີ່ເຫັນພົ້ນເດັ່ນໃນປະຈຸບັນແມ່ນ ແມ່ນຍິງລາວ ໄດ້ປະສົບຜົນສໍາເລັດໃນຫຼາຍດ້ານ ທັງໃນຂົງເຂດການປົກຄອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ ອັນເກີດມາຈາກຄວາມສາມາດ ແລະ ແນວຄິດສ້າງສັນຂອງເຂົາເຈົ້າ ເປັນແຮງຂັບເຄື່ອນທີ່ສໍາຄັນ ເປັນຕົ້ນແມ່ນ ຜົນງານການຄົ້ນຄວ້າຕ່າງໆ, ຜົນງານການປະດິດຄິດແຕ່ງ, ການຄ້າຂາຍທັງໃນຮູບແບບເຊິ່ງໜ້າ ແລະ ຜ່ານທາງເອເລັກໂຕຼນິກ, ທຸລະກິດເກີດໃໝ່ (Startup) ແລະ ອື່ນໆ. ພາຍໃນສະພາບຂອງການແຂ່ງຂັນທີ່ຂຸ້ນຂ້ຽວໃນຍຸກປະຈຸບັນນີ້ ຍິ່ງມີຄວາມຮຽກຮ້ອງໃຫ້ມີການສ້າງນະວັດຕະກໍາ ແລະ ແນວຄິດສ້າງສັນໃໝ່ ເພື່ອເປັນແຮງຂັບເຄື່ອນໄປສູ່ຜົນສໍາເລັດອັນໃໝ່ທີ່ຫຍິ່ງໃຫຍ່ກວ່າເກົ່າ.

ສໍາມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຝັງ ການນໍາສະເໜີ ໃນຫົວຂໍ້ຕ່າງໆເຊັ່ນ: ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ສໍາລັບທຸລະກິດ; ບົດບາດແມ່ຍິງ ໃນການສົ່ງເສີມນະວັດຕະກຳ ແລະ ຄວາມຄິດສ້າງສັນ, ຊັບສິນທາງປັນຍາ ແລະ ການຄ້າທາງເອເລັກໂຕຼນິກ. ພ້ອມດຽວກັນນັ້ນ ກໍໄດ້ສົນທະນາ ຖາມ-ຕອບ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ກ່ຽວກັບຊັບສິນທາງປັນຍາ ແລະ ຄວາມສໍາຄັນຂອງບົດບາດແມ່ຍິງ ທີ່ຕິດພັນກັບຂະແໜງຊັບສິນທາງປັນຍາ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເພື່ອເປັນການກະຕຸກຊຸກຍູ້ໃຫ້ທຸກພາກ ສ່ວນ ໂດຍສະເພາະແມ່ນ ແມ່ຍິງລາວ ເຫັນໄດ້ເຖິງບົດບາດຄວາມສໍາຄັນຂອງຊັບສິນທາງປັນຍາ ເປັນຕົ້ນແມ່ນ ການສ້າງນະວັດຕະກໍາ ແລະ ແນວຄິດສ້າງສັນໃໝ່ ທີ່ຄວນໄດ້ຮັບການປົກປ້ອງຕາມກົດໝາຍຊັບສິນທາງປັນຍາ ຊຶ່ງຈະສາມາດນໍາໃຊ້ເປັນແຮງຂັບເຄື່ອນໄປສູ່ຜົນສໍາເລັດໃນທຸກຂົງເຂດວຽກງານຕົນ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ