DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຫົວໜ່ວຍທຸລະກິດ ແລະ ກຸ່ມຜະລິດສິນຄ້າ ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມໃນການສ້າງຍີ່ຫໍ້

ໃນວັນທີ 21 ກັນຍາ 2022 ຜ່ານມາ ທີ່ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເປີດໂອກາດ ໃຫ້ແກ່ ຫົວໜ່ວຍທຸລະກິດ ແລະ ບັນດາກຸມຜະລິດຕະພັນສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຫຼື “ໜຶ່ງເມືອງໜຶ່ງຊັບສິນທາງປັນຍາ”, ທີ່ເປັນກຸ່ມເປົ້າໝາຍ ເຂົ້າພົບເພື່ອໃຫ້ຄໍາປຶກສາ ແລະ ໃຫ້ຄໍາແນະນໍາ ແບບຊຶ່ງໜ້າ ກ່ຽວກັບການການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ໃຫ້ຄໍາປຶກສາດັ່ງກ່າວ ໂດຍທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າ ກົມຊັບສິນທາງປັນຍາ, ບັນດາຫົວໜ້າພະແນກ, ທ່ານ ຈູນີໂອ ຊີ ຊາແນັດຕີ (Mr. Giulio C. Zanetti) ຊ່ຽວຊານຈາກອົງການຊັບສິນທາງປັນຍາໂລກ (WIPO) ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.

ການໃຫ້ຄໍາປຶກສາ ແລະ ໃຫ້ຄໍາແນະນໍາ ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຫຼື “ໜຶ່ງເມືອງໜຶ່ງຊັບສິນທາງປັນຍາ” ທີ່ເປັນກຸ່ມເປົ້າໝາຍໃຫ້ເຂົ້າໃຈ ກ່ຽວກັບແນວຄວາມຄິດການສ້າງຍີ່ຫໍ້ ໂດຍສະເພາະ ການອອກແບບສິ່ງຫຸ້ມຫໍ່ຂອງສິນຄ້າ, ການກໍານົດສີຂອງສິນຄ້າ, ການກໍານົດຂະໜາດຂອງຕົວໜັງສື, ການກໍານົດຕໍາແໜ່ງຂອງເຄື່ອງໝາຍການຄ້າ ແລະ ຮູບພາບຂອງສິນຄ້າ, ເພື່ອເຮັດໃຫ້ຜູ້ບໍລິໂພກມີຄວາມສົນໃຈ ແລະ ສາມາດຈື່ຈໍາໄດ້ງ່າຍ, ການເຂົ້າເຖິງສື່ອອນລາຍຕ່າງໆ ໂດຍສະເພາະ ສື່ໂຄສະນາສິນຄ້າທີ່ຈະຊ່ວຍໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ແທ້ຈິງໄດ້ ແລະ ການນໍາໃຊ້ເຄື່ອງມືທາງດ້ານຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມ ແລະ ຄວາມສາມາດໃນການແຂ່ງຂັນຕະຫຼາດພາຍໃນ ແລະ ຕ່າງປະ ເທດໄດ້.

ພ້ອມນັ້ນ, ໃນລະຫວ່າງວັນທີ 22-23 ກັນຍາ 2022 ຄະນະດັ່ງກ່າວ ກໍໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ຄໍາປຶກສາແບບຊຶ່ງໜ້າ ໃຫ້ແກ່ ບັນດາກຸ່ມຜະລິດຕະພັນສິນຄ້າ, ພ້ອມດຽວກັນນັ້ນ ຍັງມີທີມງານຈາກ ກົມຊັບສິນທາງປັນຍາ ທີ່ອຳນວຍຄວາມສະດວກ ໃນການໃຫ້ຂໍ້ມູນກ່ຽວກັບລະບຽບການ ແລະ ຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດສິນຄ້າ ໄດ້ເຂົ້າໃຈເພີ່ມຕື່ມອີກດ້ວຍ.

ການໃຫ້ຄໍາປຶກສາ ແລະ ໃຫ້ຄໍາແນະນໍາ ໃນຄັ້ງນີ້ ປະກອບມີ: ໂຮງງານຜະລິດຢາພືື້ນເມືອງກາເສອື 1 ໂຕ; ກຸ່ມຜະລິດຕະພັນນໍ້າໝາກໄມ້ປອດສານພິດ; ກຸ່ມຜະລິດອນິ ຊີຂີື້ກະເດືອນ; ວິສາຫະກິດຍອດຊໍາ; ກະແລັມ A Good Day; ລັດວິສາຫະກິດສ່ວນບຸກຄົນ ໂຮງສີເຂົົ້າສຸທັດ; ໂຮງງານຜະລິດນໍ້າມັນໝາກພ້າວສະກັດເຢັນ ມະນີແກ້ວ; ກຸ່ມຜະລິດ ອິນຊີຂີ້ກະເດືອນ ແລະ ວິສາຫະກິດ ສ່ວນບຸກຄົນໂຮງຊ່າງຫັດຖະກໍາ ຟ້າວັດທະນາ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ