ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ, ຂຶ້ນໃນວັນທີ 01 ມີນາ 2022 ຜ່ານມາ, ທີ່ແຂວງ ໄຊຍະບູລີ, ໂດຍໃຫ້ເປັນປະທານຮ່ວມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສົມຈິດ ຈັນທະວົງ, ເຈົ້າແຂວງແຂວງ ໄຊຍະບູລີ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ, ເຜີຍແຜ່ແຈ້ງການຂອງ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ຄໍາສະເໜີແກ້ໄຂທາງດ້ານບໍລິຫານ ແລະ ແກ້ໄຂການລະເມີດສິດຊັບສິນທາງປັນຍາ ຢຸ່ຂັ້ນແຂວງ.
ໃນໂອການນີ້ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ອຄ, ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊ່ຶງມີເນື້ອໃນບາງຕອນ ວ່າ: ໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍດໍາລັດ, ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ໃນນີ້, ກະຊວງ ອຸດສາຫະກໍາ ແລະ ການຄ້າ ກໍໄດ້ອອກແຈ້ງການ ເພື່ອແບ່ງຂັ້ນຄຸ້ມຄອງໃນການຮັບຄໍາຮ້ອງ ທີ່ກ່າວມານັ້ນ.
ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ບຸກຄະລາກອນ, ຜູ້ປະກອບການຜະລິດສິນຄ້າ ໃຫ້ໄດ້ປົກປ້ອງສິດ, ຜູ້ປັບປຸງ ແລະ ພັດທະນາພັນພືດໃໝ່ ແລະ ການສົ່ງເສີມການສິນຄ້າທີ່ເປັນເອກະລັກສະເພາະ ເພື່ອສາມາດຈົດທະບຽນເປັນຖິ່ນກໍາເນີດ ເຮັດໃຫ້ຂັ້ນທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານທາງດ້ານວິຊາການ ສາມາດນຳໃຊ້ລະບົບທີ່ທັນສະໄໝ ເຂົ້າໃນວຽກງານບໍລິການຮັບຄໍາຮ້ອງຂັ້ນແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຖືເປັນບູລິມະສິດສໍາຄັນ ເພື່ອເຮັດໃຫ້ວຽກງານຊັບສິນທາງປັນຍາ ເປັນຂະແໜງການໜຶ່ງທີ່ສ້າງລາຍຮັບໃຫ້ແກ່ແຂວງ. ສະນັ້ນ, ເຫັນວ່າ ຂະແໜງຊັບສິນທາງປັນຍາ ທີ່ຍົກຍ້າຍເຂົ້າມາຢູ່ນໍາຂະແໜງ ອຄ ຈຶ່ງຈໍາເປັນຢ່າງຍິ່ງທີ່ຈະຕ້ອງໄດ້ ພິຈາລະນາໃນການຮັກສາຂະແໜງນີ້ໄວ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ເພື່ອຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາທີ່ຕິດພັນກັບທ້ອງຖິ່ນ ໂດຍສະເພາະ ແມ່ນຂັ້ນແຂວງ ແລະ ຂັ້ນເມືອງ.
ທ່ານກ່າວຕື່ມ ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຜູ້ປະກອບການຫຼາຍຂະແໜງ ເຊັ່ນ: ສິ່ງປະດິດ, ການອອກແບບ ທ່ີເປັນເຄື່ອງຈັກ ບົດ, ແກະ, ປອກສາລີ, ມັນຕົ້ນ ແລະ ອື່ນໆ ເຊິ່ງວຽກງານເຫົ້ຼານີ້ ລ້ວນແຕ່ມີຄວາມຈໍາເປັນຕ້ອງໄດ້ຮັບການປົກປ້ອງສິດຊັບສິນທາງປັນຍາ ໃຫ້ແກ່ຜູ້ປະດິດ ແລະ ຜູ້ອອກແບບ, ສະນັ້ນ ນອກເໜືອຈາກວຽກການຮັບຄໍາຮ້ອງແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງແລ້ວ, ຍັງມີການຮັບຄໍາສະເໜີກ່ຽວກັບການແກ້ໄຂທາງດ້ານບໍລິຫານ, ການແກ້ໄຂການລະເມີດສິດຊັບສິນທາງປັນຍາທີ່ຕິດພັນກັບໝວດ 2 ຂອງກົດໝາຍຊັບສິນທາງປັນຍາ (ການດໍາເນີນຄະດີ ແລະ ການນໍາໃຊ້ມາດຕະການ) ໂດຍສະເພາະ ເລີ່ມຈາກມາດຕາ 135 ເປັນຕົ້ນໄປ ແມ່ນມອບໃຫ້ແຂວງ ເນື່ອງຈາກວ່າ ຫຼາຍຄະດີ ຫຼື ການລະເມີດ ແມ່ນເກີດຂຶ້ນໃນທ້ອງຖິ່ນ. ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ການແກ້ໄຂຂໍ້ຂັດແຍ້ງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຍັງເປັນການສ້າງຄວາມເຊື່ອຖື ແລະ ເຊື່ອໝັ້ນໃຫ້ແກ່ຜູ້ມາຂໍຈົດທະບຽນຊັບສິນທາງປັນຍາ ເພື່ອຂໍປົກປ້ອງ. ສະນັ້ນ, ຂັ້ນສູນກາງ ກໍຍັງຈະໄດ້ເອົາໃຈໃສ່ໃນວຽກງານການສ້າງຂີດຄວາມສາມາດຕື່ມ. ສໍາລັບບັນຫາທີ່ຕິດພັນກັບການແກ້ໄຂ ການລະເມີດສິດແບບອຸດສາຫະກໍາ ລົດອີແຕ໋ນຊິ້ງ ທີ່ຕິດພັນກັບແຂວງ ໄຊຍະບູລີ ແລະ ແຂວງ ວຽງຈັນ, ຊຶ່ງໃນການແກ້ໄຂທາງດ້ານບໍລິຫານ ແມ່ນສິ້ນສຸດແລ້ວ. ສະນັ້ນ, ອີງຕາມ ມາດຕາ 133 ຂອງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ຄູ່ກໍລະນີ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອຕັດສິນຄະດີກ່ຽວກັບຊັບສິນທາງປັນຍາ ຕາມກົດໝາຍ.
ກອງປະຊຸມໃນຄັ້ງນີ້, ນອກຈາກຜູ້ເຂົ້າຮ່ວມຈະໄດ້ທໍາຄວາມເຂົ້າໃຈ ເຖິງຄວາມໝາຍຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາແລ້ວ ຜູ້ເຂົ້າຮ່ວມຍັງຈະໄດ້ສຶກສາຮ່ວມກັນ ໃຫ້ລະອຽດຂຶ້ນອີກຂັ້ນໜຶ່ງ ເປັນຕົ້ນ: ການຮັບຄໍາຮ້ອງ ຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄຳສະເໜີແກ້ໄຂທາງດ້ານບໍລິຫານ ລວມທັງການປ້ອນຂໍໍ້ມູນ, ອັບໂຫຼດເອກະສານ ເຂົ້າໃນລະບົບຖານຂໍ້ມູນຊັບສິນທາງປັນຍາ (IPAS). ພ້ອມດຽວກັນນັ້ນ ໃນກອງປະຊຸມ ຜູ້ເຂົ້າຮ່ວມ ກໍມີການແລກປ່ຽນ ຖອດຖອນບົດຮຽນ ຖາມ-ຕອບ ກ່ຽວກັບວຽກງານຊັບສິນທາງປັນຍາ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມກະຈາງແຈ້ງ ແລະ ເຂົ້າໃຈເພີ່ມຕື່ມກ່ຽວກັບວຽກງານດັງກ່າວ ອີກດ້ວຍ.
ໃນກອງປະໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຮັກສາການຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ຈັນເພັງ ພັນທຸອາມາດ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ, ມີທ່ານຮອງຫົວໜ້າ ກົມຊັບສິນທາງປັນຍາ ອຄ, ຜູ້ຕາງໜ້າຈາກກົມກວດກາ ອຄ, ຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ອຄ, ມີຜູ້ຕາງໜ້າຈາກ ບັນດາ ພະແນກການອ້ອມຂ້າງແຂວງ, ຫ້ອງການເມືອງ 11 ເມືອງ, ມີພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ປະກອບການ ເຂົ້້າຮ່ວມ ຈຳນວນ 80 ກວ່າຄົນ, ແລະ ໄດ້ດຳເນີນເປັນເວລາ 1 ວັນ.
ບົດຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະຍນາ ຊັບສິນທາງປັນຍາ
ຶ