ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ້ານັບ ແລະ ພົບປະ ຂອງ ທ່ານ ຈຸນວອນ ລີ, ຫົວໜ້າໂຄງການ ແບ່ງປັນຍຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງດ້ານຊັບສິນທາງປັນຍາ ເພື່ອການພັດທະນາກະສິກຳ ຢູ່ ສປປ ລາວ ສົກປີ 2022-2023 (KSP with Lao PDR 2022-20223), ອະດີດຮອງລັດຖະມົນຕິ ກະຊວງກະສິກໍາ, ອາຫານ ແລະ ຊົນນະບົດ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍຄະນະ ໃນວັນທີ 15 ທັນວາ 2022 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.
ທ່ານ ຈຸນວອນ ລີ, ຫົວໜ້າໂຄງການ ແລກປ່ຽນຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງດ້ານຊັບສິນທາງປັນຍາຕໍ່ການພັດທະນາ ກະສິກໍາ ຢູ່ ສ ປປ ລາວ (KSP with Lao PDR 2022-20223), ໄດ້ກ່າວຈຸດປະສົງຂອງການເຂົ້າຢ້ຽມຢາມ ແລະ ພົບປະ ຢູ່ ສປປ ລາວ ໃນຄັ້ງນີ້, ແມ່ນເພື່ອ ປຶກສາຫາລື ກ່ຽວກັບການຮ່ວມມື ຈັດຕັ້ງປະຕິບັດໂຄງການ, ທີ່ໄດ້ຖຶກຮັບຮອງ ແລະ ອະນຸມັດ ຈາກກະຊວງເສດຖະກິດ ແລະ ການເງິນ ແຫ່ງ ສ.ເກົາຫຼີ ໃນເດືອນມີນາ 2022 ທີ່ຜ່ານ. ໂຄງການດັ່ງກ່າວ ຈະເນັ້ນໃສ່ການຄົ້ນຄວ້າ ແລະ ໃຫ້ຄຳປຶກສາທາງດ້ານນະໂຍບາຍ ໃນການພັດທະນາກົດໝາຍຊັບສິນທາງປັນຍາ ທີ່ຕິດພັນກັບວຽກງານເຄື່ອງໝາຍການຄ້າ, ການຈົດທະບຽນເຄື່ອງໝາຍການຄ້າ ສຳລັບສິນຄ້າກະສິກຳ ຂອງ ສປປ ລາວ ແລະ ພັດທະນາບຸກຄະລາກອນໃນຂະແໜງການຊັບສິນທາງປັນຍາ, ກະສິກຳ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບການອັນດີ ໃນການຮ່ວມມືທາງດ້ານການຄ້າ ໂດຍສະເພາະ ການສົ່ງອອກສິນຄ້າກະສິກຳຈາກ ສປປ ລາວ ໄປ ສ.ເກົາຫຼີ. ໃນນັ້ນ ຜະລິດຕະພັນກະສິກຳຫຼັກ ທີ່ສົ່ງອອກໄປ ສ.ເກົາຫຼີ ແມ່ນ ຖ່ານຂາວ ຊຶ່ງມີມູນຄ່າສົ່ງອອກ ຫຼາຍກ່າວ 25 ລ້ານໂດລາ ແລະ ກາເຟ ຊຶ່ງມີມູນຄ່າຫຼາຍກ່າວ 1,6 ລ້ານໂດລາ ຕໍ່ປີ.
ທ່ານ ປອ. ມະໂນທອງ ວົງໄຊ ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ ທີ່ຈະຊ່ວຍ ກະຊວງອຸດສາຫະກຳ ແລະ ການຄ້າ ກໍຄື ກົມຊັບສິນທາງປັນຍາ ໃນການພັດທະນານະໂຍບາຍ ແລະ ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາ ໂດຍສະເພາະ ຜົນການຄົ້ນຄວ້າຂອງໂຄງການດັ່ງກ່າວ ຈະຊ່ວຍໃນການປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໃນປີ 2023 ແລະ ທັງເປັນການສົ່ງເສີມການນໍາໃຊ້ຊັບສິນທາງປັນຍາ ເພື່ອພັດທະນາກະສິກຳ ຢູ່ ສປປ ລາວ ອີກດ້ວຍ. ເຖິງຢ່າງໃດກໍ່ຕາມ, ມັນກໍຍັງເປັນສິ່ງທ້າທາຍຫຼາຍ ເນື່ອງຈາກວ່າ ວຽກງານຊັບສິນທາງປັນຍາ ຍັງເປັນວຽກງານທີ່ໃໝ່ ສຳລັບທຸລະກິດ ຂອງ ສປປ ລາວ ໂດຍສະເພາະ ໃນຂະແໜງການກະສິກຳ ທີ່ຍັງບໍ່ເຂົ້າໃຈເຖິງ ຂັ້ນຕອນ ແລະ ຜົນປະໂຫຍດ ຂອງການຈົດທະບຽນຊັບສິນທາງປັນຍາ.
ໃນການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນ ໃນການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ – ສ.ເກົາຫຼີ ເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ພ້ອມນັ້ນ ກໍເພື່ອສືບຕໍ່ສາຍພົວພັນອັນດີຂອງສອງປະເທດ ໂດຍຜ່ານໂຄງການດັ່ງກ່າວ ອີກດ້ວຍ.
ເຂົ້າຮ່ວມ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍ ພະນັກງານພາຍໃນກົມດັ່ງກ່າວ ແລະ ຄະນະຊ່ຽວຊານຈາກ ສ.ເກົາຫຼີ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ
ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ