DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຮອງລັດຖະມົນຕີ ກະຊວງ ອຄ ຕ້ອນຮັບ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງ ທ່ານ ນາງ ແຄັດເທີລີນ ເຄລີ່ ວີດັລ (Ms. Katherine Kelly Vidal) ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ແຫ່ງ ສ. ອາເມລິກາ ພ້ອມຄະນະ, ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ, ໃນວັນທີ 13 ກັນຍາ 2022 ຜ່ານມາ.

ທ່ານ ນາງ ແຄັດເທີລີນ ເຄລີ່ ວີດັລ ກໍໄດ້ກ່າວຈຸດປະສົງ ຂອງການເຂົ້າຢ້ຽມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບການຮ່ວມມື ໃນຂົງເຂດຊັບສິນທາງປັນຍາໃນຕໍ່ໜ້າ ໂດຍສະເພາະ ການນໍາສະເໜີການຮ່ວມມື ທີ່ ສ.ອາເມລິກາ ກັບບັນດາປະເທດອາຊຽນ ແລະ ມີແຜນທີ່ຈະຂະຫຍາຍຮ່ວມມືສອງຝ່າຍ ກັບ ສປປ ລາວ; ການລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສອງຝ່າຍ ໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ແຫ່ງ ສ.ອາເມລິກາ, ການລົງນາມ ໜັງສືແຈ້ງເຈດຈໍານົງຮ່ວມ ວ່າດ້ວຍການອໍານວຍຄວາມສະດວກໃນການອອກສິດທິບັດ ຢູ່ ສປປ ລາວ ລະຫວ່າງ ກົມຊັບສິນທາງປັນຍາ ແລະ ສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ. ອາເມລິກາ.

ຜ່ານມາ ກົມຊັບສິນທາງປັນຍາ ໄດ້ມີການຮ່ວມມືກັບ USPTO ພາຍໃຕ້ຂອບການຮ່ວມມືພາກພື້ນອາຊຽນ ຜ່ານແຜນກິດຈະກຳ ອາຊຽນ-USPTO ຂອງແຕ່ລະປີ ໂດຍໄດ້ຮັບການຊ່ວຍເຫຼືອດ້ານເຕັກນິກວິຊາການ ເປັນຕົ້ນ: ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບ ການປົກປ້ອງ ແລະ ການບັງຄັບປະຕິບັດໃຊ້ ສິດຊັບສິນທາງປັນຍາ; ຝຶກອົບຮົມ ກ່ຽວກັບ ລິຂະສິດ, ການກວດສອບສິດທິບັດ ໃນຂົງເຂດການຢາ, ສິ່ງປະດິດ ຈາກຄອມພິວເຕີ ແລະ ປັນຍາປະດິດ. ນອກຈາກນັ້ນ ໄດ້ຮ່ວມກັນຈັດຝຶກອົບຮົມທາງໄກ ໃຫ້ແກ່ ພະນັກງານກົມຊັບສິນທາງປັນຍາ ກ່ຽວກັບການກວດສອບເຄື່ອງໝາຍການຄ້າ ສາມມິຕິ ແລະ ເຄື່ອງໝາຍເຄື່ອນເໜັງ ໃນເດືອນມັງກອນ 2022 ທີ່ນະຄອນຫຼວງວຽງຈັນ.

ເພື່ອຜັນຂະຫຍາຍການຮ່ວມມືສອງຝ່າຍ, ສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ ໄດ້ສະ ເໜີລົງນາມບົດບັນທຶກຄວາມເຂົ້າໃຈ ໃນຂົງເຂດຊັບສິນທາງປັນຍາ ແລະ ໜັງສືສະແດງເຈດຈໍານົງຮ່ວມ ເພື່ອອຳນວຍຄວາມສະດວກໃນການອອກສິດທິບັດ ຢູ່ ສປປ ລາວ ທີ່ຈະເປັນປະໂຫຍດ ໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນ: ການພັດທະນາບຸກຄະລາກອນ ໂດຍການສ້າງຂີດຄວາມສາມາດ ເພື່ອພັດທະນາການບໍລິການ ແລະ ການກວດສອບສິດທິບັດ, ແບບອຸດສາຫະກໍາ ແລະ ເຄື່ອງໝາຍການຄ້າ ລວມທັງ ການປົກປ້ອງ, ການນໍາໃຊ້ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ ເຮັດໃຫ້ຊັບສິນທາງປັນຍາ ມີບົດບາດໃນການສ້າງນະວັດຕະກໍາ, ຖ່າຍທອດເຕັກໂນໂລຊີ, ສະແຫວງຫາຜົນປະໂຫຍດທາງການຄ້າ ແລະ ການຂະຫຍາຍຕົວຂອງເສດຖະກິດ; ການແລກປ່ຽນຂໍ້ມູນ ແລະ ປະສົບການ ກ່ຽວກັບ ການກວດສອບຄໍາຮ້ອງ ຂໍຮັບສິດທິບັດ, ແບບອຸດສາຫະກໍາ ແລະ ເຄື່ອງໝາຍການຄ້າ, ການຈົດທະບຽນ ແລະ ຂໍ້ມູນທີ່ຕິດພັນກັບການບໍລິຫານຫ້ອງການຊັບສິນທາງປັນຍາ ຢ່າງມີປະສິດທິພາບ ຫຼື ທີ່ຕິດພັນກັບການປົກປ້ອງ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ ແລະ ການນຳໃຊ້ການບໍລິການຂອງ USPTO ໃນການກວດສອບເນື້ອໃນສິດທິບັດ ແລະ ຜົນການກວດສອບເນື້ອໃນສິດທິບັດ ເພື່ອອໍານວຍຄວາມສະດວກໃຫ້ຄຳຮ້ອງຂໍຮັບສິດທິບັດ ທີ່ຍື່ນປົກປ້ອງຢູ່ ສປປ ລາວ ໂດຍກົມຊັບສິນທາງປັນຍາ ຈະເປັນຝ່າຍອ່ານຜົນກວດສອບດັ່ງກ່າວ ກ່ອນການອອກສິດທິບັດ ພາຍໃຕ້ສົນທິສັນຍາ ຮ່ວມມືດ້ານສິດທິບັດສາກົນ (PCT).

ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ກໍໄດ້ກ່າວຕ້ອນຮັບ ທ່ານ ນາງ ແຄັດເທີລີນ ເຄລີ່ ວີດັລ ພ້ອມດ້ວຍຄະນະ ແລະ ສະແດງຄວາມຍິນດີຕໍ່ ທ່ານ ທີ່ໄດ້ຮັບຕໍາແໜ່ງໃໝ່ ເປັນຮອງລັດຖະມົນຕີກະຊວງການຄ້າ ດ້ານຊັບສິນທາງປັນຍາ ທັງເປັນຫົວໜ້າສຳນັກງານ USPTO ໃນເດືອນ ເມສາ 2022 ແລະ ໄດ້ສະແດງຄວາມຂອບໃຈທີ່ ສ.ອາເມລິກາ ໃຫ້ການຮ່ວມມື ໃນການພັດທະນາວຽກງານຊັບສິນທາງປັນຍາ ຂອງອາຊຽນ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາ ອາຊຽນ ປີ 2016-2025 ໂດຍຜ່ານແຜນກິດຈະກຳ ອາຊຽນ-USPTO ຂອງແຕ່ລະປີ ຊຶ່ງ ສປປ ລາວ ກໍໄດ້ຮັບຜົນປະໂຫຍດຈາກກິດຈະກຳຕ່າງໆໃນທຸກປີ. ນອກຈາກນັ້ນ ລັດຖະບານຂອງ ສະຫະລັດອາເມລິກາ ຍັງໄດ້ໃຫ້ການ ຊ່ວຍເຫຼືອ ໃນຂົງເຂດຊັບສິນທາງປັນຍາ ໃຫ້ແກ່ ສປປ ລາວ ຜ່ານໂຄງການຕ່າງໆ ເຊັ່ນ: ໂຄງການ USAID LUNA I ແລະ II, ແລະ ໂຄງການ LBE ແລະ ສະແດງຄວາມຂອບໃຈທີ່ ສ.ອາເມລິກາ ທີ່ໃຫ້ຄວາມສົນໃຈໃນຂະຫຍາຍການຮ່ວມມືສອງຝ່າຍ ກັບ ສປປ ລາວ.

ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມຮ່ວມມືໃນການເຂົ້າຮ່ວມກິດຈະກຳຕ່າງໆ ໃນຂອບອາຊຽນ-USPTO ເພື່ອພັດທະນາຂີດຄວາມສາມາດ ໃຫ້ແກ່ ພະນັກງານຂອງພວກເຮົາ. ການລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສອງຝ່າຍ ໃນຂົງເຂດຊັບສິນທາງປັນຍາ ແລະ ໜັງສືແຈ້ງເຈດຈໍານົງຮ່ວມ ວ່າດ້ວຍການອໍານວຍຄວາມສະດວກໃນການອອກສິດທິບັດ ຢູ່ ສປປ ລາວ ແມ່ນມອບໃຫ້ ກົມຊັບສິນທາງປັນຍາ ປະສານກັບ USPTO ເພື່ອກະກຽມໃນລາຍລະອຽດຕໍ່ໄປ.

ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ຫວັງຢ່າງຍິ່ງວ່າ ສອງ ໜ່ວຍງານດັ່ງກ່າວ ຈະເພີ່ມທະວີການຮ່ວມມື ກັນໃຫ້ເລີກເຊິ່ງ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ ໃນການພັດທະນາວຽກງານຊັບສິນທາງປັນຍາ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງ ສອງປະເທດ, ມີການແລກປ່ຽນຂໍ້ມູນ ແລະ ປະສົບການ ກ່ຽວກັບວຽກງານ ຊັບສິນທາງປັນຍາໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ