DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຮ່ວມສ້າງຄວາມເຂົ້າໃຈດ້ານວິຊາການກ່ຽວກັບ ຊັບສິນທາງປັນຍາ ໃຫ້ແກ່ ພວຕ ແຂວງບໍລິຄໍາໄຊ

ໃນຕອນເຊົ້າຂອງວັນທີ 18 ມັງກອນ 2019, ກົມ ຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

(ກວຕ) ໄດ້ສືບຕໍ່ຈັດກອງປະຊຸມສ້າງຄວາມເຂັ້ມແຂງດ້ານວິຊາການກ່ຽວກັບ ການຮັບຄໍາຮ້ອງ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ແກ່ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງບໍລິຄໍາໄຊໂດຍການເປັນປະທານ ຮ່ວມ ຂອງ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າ ກົມຊັບສິນທາງປັນຍາ, ກວຕ ແລະ ທ່ານ ຂັນແກ້ວ ສອນສັກ ສິດ, ຫົວໜ້າ ພວຕ ແຂວງບໍລິຄຳໄຊ.

ການເຄື່ອນໄຫວດັ່ງກ່າວ ເພື່ອຊຸກຍູ້ ແລະ ສົ່ງເສີມການນຳໃຊ້ລະບົບຊັບສິນທາງປັນຍາ ເຂົ້າສູ່ຂະ ບວນ ການຜະລິດເປັນສິນຄ້າ, ສົ່ງເສີມການສ້າງຈິດສຳນຶກໃຫ້ ແກ່ຜູ້ຜະລິດຂອງຊຸມຊົນ ແລະ ຜູ້ປະກອບການຂະໜາດ ນ້ອຍ, ກາງ ໄດ້ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນ ຂອງວຽກງານຊັບສິນ ທາງປັນຍາ, ຍົກລະດັບຄວາມຮູ້ ແລະ ປະສົບການໃຫ້ໜ່ວຍງານຊັບສິນທາງປັນຍາຂອງທ້ອງຖິ່ນ ເຂົ້າໃຈບົດບາດຂອງຕົນເອງໃນການຊຸກຍູ້ໂຄງການຄ້ຳ ປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂຄງການສົ່ງເສີມຜະລິດເປັນສິນຄ້າ, ຊ່ວຍຜູ້ປະກອບການມີເຄື່ອງ ໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ໃສ່ຜະລິດຕະ ພັນຂອງພວກເຂົາ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍເອກະສານຈາກ ວິທະຍາກອນທີ່ມາຈາກສູນກາງແລະ ເອກະສານທີ່ນຳມາບັນຍາຍປະກອບມີ: ເອກະສານການຮັບຄຳ ຮ້ອງຂໍຈົດທະບຽນແບບອຸດສາຫະກຳ, ການຮັບຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ, ການຮັບຄຳຮ້ອງ ຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບ ລິຂະສິດ, ການຮັບ ຄຳຮ້ອງຮຽນ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ ແລະ ການຈັດສົ່ງຄຳຮ້ອງ ໃຫ້ກົມຊັບສິນທາງປັນຍາ. ເຂົ້າຮ່ວມກອງປະຊຸມ ມີທ່ານ ນາງ. ສີດາ ຢູຕຼີ ຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ ກວຕ, ບັນດາທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວ ໜ້າຂະແໜງ, ຮອງຂະແໜງ, ພະນັກງານວິຊາການ ທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 30 ກວ່າຄົນ.

ໃນຕອນແລງຂອງວັນດຽວກັນ, ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ; ທ່ານ ປີ່ນທອງແກ້ວ ສິງຫາກ້ອນຄຳ, ຮອງຫົວໜ້າພະ ແນກວິທະຍາ ສາດ ແລະ ເຕັກໂນໂລຊີ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກຸ່ມການຜະລິດພາຍໃນແຂວງ ເຊັ່ນ: ໂຮງງານອຸດສາຫະກຳ ເອັສອີເອັສ ຈຳກັດ ຜູ້ດຽວຜະລິດ ແລະ ຈຳໜ່າຍ ແຜ່ນມຸງຫຼັງຄາອາລູຊິງ, ໝໍ້ແປງຫຍີ້ຫໍ້ SK, ເຫຼັກຮູບປະພັນທຸກຊະນິດ ແລະ ລົງຢ້ຽມຢາມ ບ້ານປາກປຶງ ຊຶ່ງບ້ານດັ່ງກ່າວແມ່ນຖືເອົາການ ເຮັດກະສີກຳຫຼັກ ເປັນຕົ້ນແມ່ນ ການເຮັດນາ ແລະ ການປູກພືດເປັນສິນຄ້າ.