DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປື

ເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປື

ເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປື

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຈັດກອງປະຊຸມພົບປະກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງອັດຕະປື ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານທ້ອງຖິ່ນ ໃນຕອນເຊົ້າຂອງວັນທີ 11 ກຸມພາ 2020 ທີ່ຫ້ອງປະຊຸມຂອງ ພະແນກດັ່ງກ່າວ ໂດຍການໃຫ້ກຽກເປັນປະທານຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ.

ທ່ານ ນ. ພູວັນລະມາລີ ພົມມະສານ, ຫົວໜ້າ ພວຕ ແຂວງອັດຕະປື ໄດ້ລາຍງານການເຄື່ອນໄຫວໃນການຈັດຕັ້ງ ປະຕິບັດວຽກງານຂອງ ພວຕ ແຂວງ ໃນໄລຍະຜ່ານມາ ພ້ອມທັງສະເໜີທິດທາງແຜນ ການໃນຕໍ່ໜ້າ ໂດຍສະເພາະ ແມ່ນວຽກງານຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ເຕັກໂນໂລຊີ ແລະ ນະວັດຕະກຳ, ໄອທີ ແລະ ວຽກງານອື່ນຕໍ່ທີ່ປະຊຸມຮັບຊາບ.

ໂອກາດນີ້, ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ຊື່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ ພວຕ ແຂວງປະຕິບັດໄດ້ໃນໄລຍະຜ່ານມາ. ເພື່ອເຮັດໃຫ້ວຽກງານຂອງ ພວຕ ແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ທ່ານ ຮອງລັດຖະມົມຕີ ກວຕ ໄດ້ເນັ້ນໃຫ້ພະແນກເອົາໃຈໃສ່ໃນການປະສານງານ ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ນຳເອົາວຽງານວິທະຍາສາດ ແລະ ເຕັກໂນໂລຊີ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເອົາໃຈໃສ່ການສ້າງຊັບພະຍາກອນມະນຸດ, ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ, ປັບປຸງລະບົບການການຄຸ້ມຄອງ ເຊັ່ນ: ການປັບປຸງນິຕິກຳ, ການປັບປຸງກົງຈັກການຈັດຕັ້ງ, ການຍົກລະດັບບຸກຄະລາກອນ ແລະ ປັບປຸງແບບແຜນວິທີເຮັດວຽກ, ເອົາໃຈໃສ່ການຄົ້ນຫາແຫຼ່ງລາຍຮັບ ເພື່ອມອບເຂົ້າງົບປະມານຂອງລັດ, ສ້າງແຜນການຄົ້ນຄວ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ, ການແບ່ງຄວາມຮັບຜິດຊອບ ໂດຍສະເພາະການແບ່ງຂັ້ນການຄຸ້ມຄອງໃຫ້ມີຄວາມເປັນເອກະພາບ, ສ້າງ ຄວາມສາມັກຄີ ບົນພື້ນຖານການຊີ້ນຳ-ນຳພາຂອງພັກ.

ທ່ານ ຮອງລັດຖະມົນຕີ ກວຕ ໄດ້ຮຽກຮ້ອງໃຫ້ພະນັກງານວິຊາການຂອງ ພວຕ ແຂວງ ໂດຍສະເພາະ ພະນັກງານວິຊາການໃນຂະແໜງ ຊັບສິນທາງປັນຍາ ຈົ່ງ​ເອົາໃຈໃສ່ຕໍ່​ບົດ​ຮຽນ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ກອນ ເພື່ອ​ນຳ​ມາ​ໝູນ​ໃຊ້ເຂົ້າໃນວຽກ​ງານຕົວຈິງຂອງຕົນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງແຂວງ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ຫົວຂໍ້ທີ່ນຳມາບັນຍາຍ ແມ່ນກ່ຽວກັບການຮັບ ແລະ ຈັດສົ່ງຄຳຮ້ອງຂໍຈົດທະບຽນ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ຂໍແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ.

ເຂົ້າຮ່ວມກອງປະຊຸມ ມີທ່ານ ປອ, ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າ ແລະ ຮອງຫົວໜ້າກົມຊັບສິນທາງປັນຍາ, ກວຕ; ທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖີ່ນ.

ໃນເວລາຕໍ່ມາ, ທ່ານ ຮອງລັດຖະມົນຕີ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ກຸ່ມຜະລິດຂອງ ແຂວງອັດຕະປື ເຊັ່ນ: ຢ້ຽມຢາມ ໂຮງງານ COOP ເຫຼົ້າລາວ ແລະ ຢ້ຽມຍາມໂຮງສີເຂົ້າບ້ານຊ້າຍ, ເມືອງໄຊເສດຖາ, ແຂວງອັດຕະປື.

ໂອກາດນີ້, ທ່ານ ຫົວໜ້າກົມຊັບສິນທາງປັນຍາ ໄດ້ອະທິບາຍເຖິງຄວາມໝາຍ ແລະ ຄວາມສໍາຄັນໃນການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ຜູ້​ປະ​ກອບ​ການໄດ້​ເຂົ້າ​ໃຈ ແລະ ຮັບ​ຮູ້ເຖິງ​ຄວາມ​ສຳ​ຄັນຂອງວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ ເພື່ອນຳໃຊ້ ແລະ ປົກປ້ອງພູມປັນຍາໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດ ເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ, ສາມາດແຂ່ງຂັນໃນຕະຫຼາດໄດ້ ແລະ ເປັນການຊ່ວຍຜູ້ປະກອບການຢູ່ທ້ອງຖິ່ນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຂົ້າເຖິງວຽກງານຊັບສິນທາງປັນຍາ.

ເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປື ເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປືເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປື ເຄື່ອນໄຫວຊຸກຍູ້ວຽກງານຊັບສິນທາງປັນຍາ ຢູ່ ພວຕ ແຂວງອັດຕະປື