DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ເຊັນບົດບັນທຶກການພົບປະ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ກ່ຽວກັບ ການຮ່ວມມືທາງດ້ານ ຊັບສິນທາງປັນຍາ

ຜູ້ແທນກົມຊັບສິນທາງປັນຍາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກົມຊັບສິນທາງບັນຍາ, ກະຊວງການຄ້າ ແຫ່ງຣາ ຊະອາ ນາຈັກໄທ ໄດ້ພົບປະ ແລະ ປຶກສາຫາລື ກ່ຽວກັບການ ຮ່ວມມືທາງດ້ານຊັບສິນທາງ ປັນຍາໃນວັນທີ 23 ມັງກອນ 2013, ທີ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລ ຊີ.ໃນລະຫວ່າງການພົບປະດັ່ງກ່າວ, ທັງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການສົ່ງເສີມ ການປົກປ້ອງ ຊັບສິນທາງ ປັນຍາ,ກະຕຸຊຸກຍູ້ການປະດິດສິ່ງທີ່ມີຄຸນຄ່າ ທາງດ້ານຊັບສິນທາງ ປັນຍາໃໝ່ແລະ ປົກປ້ອງສິ່ງທີ່ມີຄຸນຄ່າທາງ ດ້ານຊັບສິນທາງປັນຍາ ຢູ່ໃນ ສປປ ລາວ ແລະ ຣາຊະອານາຈັກໄທ, ໂດຍສະເພາະ ແມ່ນກ່ຽວກັບການແລກປ່ຽນ ຂໍ້ມູນຂ່າວສານ ແລະ ປະສົບການ, ການຝຶກອົບຮົມ, ສິດທິບັດ ແລະ ອະນຸສິດທິບັດ, ເຄື່ອງໝາຍ ການຄ້າ, ແບບອຸດສາຫະກຳ, ແຫຼ່ງກຳເນີດ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ການບັງຄັບໃຊ້ສິດຊັບສິນທາງປັນຍາ, ພູມປັນຍາພື້ນບ້ານ, ສິລະປະ ວັດທະນະທຳພື້ນບ້ານ ແລະ ຊັບພະຍາກອນທາງພັນທຸກຳ ແລະ ອື່ນໆອິກ.ການພົບປະ ແລະ ປຶກສາຫາລືກັນ ລະຫວ່າງສອງຝ່າຍຄັ້ງນີ້ ຈະເປັນຊ່ອງ ທາງ ເພື່ອໃຫ້ມີການກ້າວໄປສູ່ການເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານຊັບສິນ ທາງປັນຍາ ລະຫວ່າງສອງກົມຕໍ່ໜ້າ.

ພາຍຫຼັງການພົບປະຫາລືໃນຄັ້ງນີ້ແລ້ວ ກໍໄດ້ມີການເຊັນບົດບັນທຶກການພົບປະດັ່ງກ່າວ ລະຫວ່າງ ທ່ານ ສີທະ ຜຸຍຍະວົງ, ຫົວໜ້າກົມ ຊັບສິນທາງ ປັນຍາ ຂອງ ລາວ ແລະ ທາ່ນ ນາງ ປະຈິມາ ທະນາສັນຕິ, ຫົວໜ້າກົມຊັບສິນທາງປັນຍາຂອງໄທ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ຫຸມພັນ ອິນທະຣາດ, ລັດຖະມົນຕີຊ່ວຍວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ທ່ານ ນັດທະວຸດ ໄສເກື້ອ, ລັດຖະມົນ ຕີຊ່ວຍວ່າການ ກະຊວງການຄ້າ ແຫ່ງຣາຊະອານາຈັກໄທ.

ພາຍຫຼັງການເຊັນບົດບັນທຶກການພົບປະ ລະຫວ່າງ ສອງຝ່າຍແລ້ວ, ຄະນະຜູ້ແທນຈາກ ກະຊວງ ການຄ້າແຫ່ງຣາຊະອານາຈັກໄທ ກໍໄດ້ເຂົ້າຢ້ຽມ ຂຳນັບ ສຈ. ດຣ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີດ້ວຍ. ການຮ່ວມມືທາງດ້ານຊັບສິນທາງປັນຍາ ແລະ ຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ເລີ່ມແຕ່ປີ 1994 ເປັນຕົ້ນມາ ແລະ ກໍໄດ້ມີການສືບ ຕໍ່ການຮ່ວມມື ເປັນແຕ່ລະໄລຍະມາ.