ໃນວັນທີ 11 ສິງຫາ 2020 ນີ້, ທີ່ແຂວງຫົວພັນ ໄດ້ຈັດກອງປະຊຸມສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຫົວພັນຂຶ້ນ ໂດຍອີງຕາມຂໍ້ຕົກລົງ ຂອງລັດຖະມົນ ຕີກະຊວງພາຍໃນ ສະບັບ ເລກທີ 205/ພນ ລົງວັນທີ 13 ມີນາ 2020, ກອງປະຊຸມໄດ້ຮັບກຽດເປັນປະ ທານໂດຍ ທ່ານ ນາງ ບົວພັນ ຈັນທາຈິດ ຫົວໜ້າຄະນະຂົນຂວາຍສ້າງຕັ້ງສະມາຄົມ ສົ່ງເສີມຜ້າໄໝຫົວພັນ ແລະ ເປັນປະທານກິດຕິມະສັກເພື່ອເປັນສັກຂີພິຍານກອງປະຊຸມໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ.
ການກະກຽມສ້າງຕັ້ງສະມາຄົມ ສົ່ງເສີມຜ້າໄໝຫົວພັນ ແມ່ນໄດ້ເລີ່ມຕົ້ນຂຶ້ນແຕ່ປີ 2019 ໂດຍແມ່ນ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບ ກົມພັດທະນາ ແລະ ບໍລິຫານລັດ ກະຊວງພາຍໃນ ເປັນຜູ້ຊີ້ນໍາ ໂດຍມີພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກພາຍໃນ ແລະ ຄະນະກໍາມະການຊີ້ນໍາ ແລະ ຄຸ້ມຄອງສິນຄ້າຖິນກຳເນີດຂອງແຂວງ ເປັນຜູ້ນໍາພາຈັດຕັ້ງປະຕິບັດວຽກງານການກະກຽມສ້າງຕັ້ງສະມາຄົມ ດັ່ງກ່າວ. ການສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຫົວພັນ ແມ່ນມີຈຸດປະສົງເພື່ອຈົດທະບຽນຖິ່ນກໍາເນີດຜ້າໄໝຫົວພັນ ພາຍໃຕ້ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ຊຶ່ງພາຍຫຼັງຈົດທະບຽນຖິ່ນກໍາເນີດແລ້ວ ຜ້າໄໝຫົວພັນ ຈະກາຍເປັນສິນຄ້າຖິ່ນກໍາເນີດ ໜຶ່ງດຽວໃນໂລກ. ພ້ອມນັ້ນ ສະມາຄົມສົ່ງເສີມຜ້າໄໝຫົວພັນ ຍັງຕ້ອງໄດ້ເຮັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງສະມາຊິກສະມາຄົມ ແລະ ສັງຄົມ ກ່ຽວກັບສິນຄ້າຖິ່ນກໍາເນີດ ໃນການຄຸ້ມຄອງ, ການນໍາໃຊ້, ການສົ່ງເສີມສິນຄ້າຖິ່ນກໍາເນີດຜ້າໄໝຫົວພັນ ແນໃສ່ເຮັດໃຫ້ຜ້າໄໝຫົວພັນມີມູນຄ່າເພີ່ມສູງຂຶ້ນ ແລະ ສະມາຊິກໄດ້ຮັບຜົນປະໂຫຍດ ສູງສຸດຈາກການນໍາໃຊ້ຖິ່ນກໍາເນີດ.
ກອງປະຊຸມສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຫົວພັນ ໄດ້ມີມະຕິຮັບຮອງເອົາ ກົດລະບຽບພາຍໃນຂອງສະມາຄົມ ສົ່ງເສີມຜ້າໄໝຫົວພັນ, ປ່ອນບັດ ຄັດເລືອກໄດ້ຄະນະບໍລິຫານງານສະມາຄົມ 06 ທ່ານ ຈາກຜູ້ສະໝັກທັງໝົດ 08 ທ່ານ ໃນນັ້ນ ໄດ້ເລືອກ ແລະ ຮັບຮອງເອົາ ຄະນະບໍລິຫານງານສະມາຄົມສົ່ງເສີມຜ້າໄໝຫົວພັນ 03 ທ່ານ ແລະ ຄະນະກວດກາສະມາຄົມ 03 ທ່ານ, ຮັບຮອງເອົາແຜນການ ແລະ ທິດທາງສໍາລັບການດໍາເນີນງານຂອງສະມາຄົມ ແລະ ຍັງໄດ້ຕົກລົງຄັດເລືອກເອົາທີປຶກສາກິດ ຕິມະສັກຂອງສະມາຄົມ 03 ທ່ານ.
ພາຍຫຼັງ ກອງປະຊຸມສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຫົວພັນ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມແລ້ວ. ໃນວັນທີ 12-13 ສິງຫາ 2020 ກົມຊັບສິນທາງປັນຍາ ຍັງໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ສ້າງເອກະສານຄຸນລັກສະນະສະເພາະສິນຄ້າຖິ່ນກຳເນີດຜ້າໄໝຫົວພັນ ພາຍໃຕ້ການເປັນປະທານ ໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ປອ ສົມທອງ ວິໄລພົນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ, ຊຶ່ງມີ ທ່ານ ສະເຕຟານ ປາດເຊີຣີ ຊ່ຽວຊານຖິ່ນກຳເນີດສາກົນ ຈາກອົງການ ອາຫານ ແລະ ກະສິກຳ (FAO) ໄດ້ວິດີໂອຜ່ານລະບົບອອນລາຍ ເພື່ອເກັບກໍາຂໍ້ມູນນໍາສະມາຄົມສົ່ງເສີມຜ້າໄໝຫົວພັນ ເພື່ອນໍາມາສ້າງເອກະຄຸນລັກສະນະສະເພາະສິນຄ້າຖິ່ນກຳເນີດຜ້າໄໝຫົວພັນ.
ຊຶ່ງເອກະສານຄຸນລັກສະນະສະເພາະສິນຄ້າຖິ່ນກຳເນີດຜ້າໄໝຫົວພັນ ໄດ້ລະບຸຂອບເຂດ, ທີມາ, ວິທີ ແລະ ຂັ້ນຕອນການຜະລິດ, ຄຸນນະພາບ, ຊື່ສຽງ ແລະ ລາຍລະອຽດຕ່າງໆຂອງຜະລິດຕະພັນ ທີ່ຕິດພັນກັບທີ່ມາ ແລະ ວິທີການກວດສອບຄຸນລັກສະນະສິນຄ້າຖິ່ນກຳເນີດ ຊຶ່ງຖືວ່າມີຄວາມສໍາຄັນທີ່ສຸດ ຕໍ່ກັບການຈົດທະບຽນເປັນຖິ່ນກໍາເນີດຜ້າໄໝຫົວພັນ ແລະ ພ້ອມທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ທີ່ຈະໄດ້ຮັບສິນຄ້າທີມີຄຸນນະພາບດີທີສຸດ.
ພ້ອມກັນນັ້ນຍັງໄດ້ ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງ ແລະ ວາງແຜນດໍາເນີນງານຂອງສະມາຄົມ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ເພື່ອແນ່ໃສ່ເຮັດໃຫ້ສະມາຄົມ ມີຄວາມເຂັ້ມແຂງ ແລະ ສາມາດກຸ້ມຕົນເອງທາງດ້ານ ການຄຸ້ມຄອງບໍລິຫານສະມາຄົມໃຫ້ໝັ້ນຄົງ ແລະ ຍືນຍົງຕະຫຼອດໄປ.
ແຫຼ່ງຂໍ້ມູນ: ກົມຊັບສິນທາງປັນຍາ