ງານມະກໍາຫະຊັບສິນທາງປັນຍາໂລກ ປະຈຳປີ 2019 ໄດ້ເປີດຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມໃນງານຂອງ ທ່ານ ບົວສອນ ວົງສອນຄອນ, ຮອງເຈົ້າແຂວງ ແຂວງຈຳປາສັກ, ທ່ານ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກວຕ, ມີບັນດາທ່ານຮອງເຈົ້າແຂວງ ແຂວງເຊກອງ, ແຂວງອັດຕະປື, ມີບັນດາທຸຕານຸທູດ, ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ຫົວໜ້າພະແນກ, ຮອງພະແນກ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານວິຊາການທັງສູນກາງ ແລະ ທ້ອງຖີ່ນ ຊຶ່ງຈັດຂຶ້ນໃນວັນທີ 25 ເມສາ 2019 ທີ່ນະຄອນປາກເຊ ແຂວງຈໍາປາສັກ.
ໃນໂອກາດນີ້, ທ່ານ ບົວສອນ ວົງສອນຄອນ, ຮອງເຈົ້າແຂວງ ແຂວງຈຳປາສັກ ກໍໃຫ້ກຽດຂຶ້ນກ່າວເປີດງານມະຫະກຳຊັບສິນທາງປັນຍາຢ່າງເປັນທາງການ ທ່ານກ່າວວ່າ: ງານມະຫາກຳຊັບສິນທາງປັນຍາ 2019 ນີ້, ຈະມີບັນດາກິດຈະກຳ ແລະ ໂຄສະນາເຜີຍແຜ່ຄວາມຮັບຮູ້ທາງດ້ານຊັບສິນທາງປັນຍາ ເພື່ອຍົກໃຫ້ເຫັນຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຊຶ່ງເຮັດໃຫ້ມວນຊົນ ໂດຍສະເພາະ ແມ່ນນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ, ນັກຮຽນຮູ້-ນັກສຶກສາ ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບວຽກງານຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ, ພ້ອມກັນນີ້, ຍັງເປັນການສະແດງເຖິງ ການເຄົາລົບສິດ ແລະ ການປົກປ້ອງສິດ ແລະ ການປົກປ້ອງຜົນປະໂຫຍດຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ນັກປະດິດແຕ່ງ ເພື່ອຊຸກຍູ້ສົ່ງເສີມຄວາມຄິດຂອງມວນມະນຸດ.
ໄລຍະຜ່ານມາ ກົມຊັບສິນທາງປັນຍາຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກັນຢ່າງກົມກຽວ ກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຈຳປາສັກ ເຊິ່ງໄດ້ມີການຈັດແບ່ງວຽກແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ ໃນການລົງຮາກຖານ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SME), ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ເຫັນໄດ້ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ, ປະສານງານ ເພື່ອໂຄສະນາເຜີຍແຜ່, ຊຸກຍູ້ສົ່ງເສີມໃຫ້ເກີດມີຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງ, ສ້າງຈິດສຳນຶກໃນການນັບຖືສິຂອງເຈົ້າຂອງຜົນງານ ແລະ ເຄື່ອນໄຫວໃນການບັງຄັບປະຕິບັດສິດຊັບສິນທາງປັນຍາ. ໄລຍະຜ່ານມາ ແຂວງຈຳປາສັກ ໄດ້ເອົາໃຈໃສ່ບໍລິການດ້ານຊັບສິນທາງປັນຍາໃຫ້ແກ່ສັງຄົມ ເຊັ່ນ: ໃຫ້ຄຳປຶກສາ ແລະ ຮັບຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຫຼາຍກວ່າ 15 ສະບັບ, ໄດ້ເປັນເຈົ້າການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາ ແລະ ນຳໃຊ້ມາດຕະການຕໍ່ຜູ້ລະເມີດ 15 ກໍລະນີ, ຊຶ່ງທັງໝົດນີ້ ໄດ້ເປັນສ່ວນໜຶ່ງໃນການປົກປ້ອງ ແລະ ສ້າງຄວາມຍຸຕິທຳ ກ່ຽວກັບຊັບສິນທາງປັນຍາ ແລະ ເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ມີຄວາມຍຸຕິທຳໃນສັງຄົມ.
ໃນໄລຍະງານມະຫາກຳຊັບສິນທາງປັນຍານີ້, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສົມທົບກັບ ແຂວງຈຳປາສັກ ຍັງໃຫ້ ບໍລິການ, ຄຳປຶກສາ, ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ກ່ຽວກັບ ການຈົດທະບຽນຊັບສິນອຸດສາຫະກຳ ແລະ ການແຈ້ງຂໍມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ບໍລິການຮັບຄຳຮ້ອງຂໍຈົດທະບຽນດ້ານຕ່າງໆທີ່ກ່ຽວຂ້ອງ. ພາຍໃນງານ ຍັງໄດ້ມີພິທີຮັບຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດກາເຟບໍລະເວນຂອງສະມາຄົມສົ່ງເສີມຖີ່ນກຳເນີດກາເຟບໍລະເວນ ແລະ ມອບໃບຢັ້ງຢືນຖິ່ນກຳເນີດແຊມເປນໃຫ້ແກ່ ບໍລີສັດແຊມເປນອີກດ້ວຍ.
ງານມະຫາກຳຊັບສິນທາງປັນຍາ 2019 ຄັ້ງນີ້ ຈະເປັນເວທີອັນສຳຄັນ ແລະ ອີກບາດກ້າວໜຶ່ງ ເພື່ອຊຸກຍູ້ສົ່ງເສີມວຽກງານຊັບສິນທາງປັນຍາພາຍໃນແຂວງຈຳປາສັກ ກໍ່ຄື ຂອງປະເທດ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເພື່ອຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄຫມເທື່ອລະກ້າວ, ເພື່ອແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕາມຄຳຂວັນທີ່ວ່າ “ສົ່ງເສີມຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົົມ ແລະ ວັດທະນະທຳແບບຍືນຍົງ”.