ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ຂື້ນທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໃນວັນທີ່ 05 ເມສາ 2022 ນີ້, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸລີນ ມິດຕະພາບ, ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ມີຕາງໜ້າຈາກຂະແໜງການ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ 7 ເມືອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ, ເຜີຍແຜ່ແຈ້ງການຂອງ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ຄໍາສະເໜີແກ້ໄຂທາງດ້ານບໍລິຫານ, ການແກ້ໄຂການລະເມີດສິດຊັບສິນທາງປັນຍາຢູ່ຂັ້ນແຂວງ, ຜັນຂະຫຍາຍດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ບຸກຄະລາກອນ, ຜູ້ປະກອບການຜະລິດສິນຄ້າ ໃຫ້ໄດ້ປົກປ້ອງສິດ, ຜູ້ປັບປຸງ ແລະ ພັດທະນາພັນພືດໃໝ່ ແລະ ການສົ່ງເສີມສິນຄ້າທີ່ເປັນເອກະລັກສະເພາະ ເພື່ອສາມາດຈົດທະບຽນເປັນຖິ່ນກໍາເນີດ ແລະ ເຮັດໃຫ້ຂັ້ນທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານທາງດ້ານວິຊາການ ສາມາດນຳໃຊ້ລະບົບທີ່ທັນສະໄໝ ເຂົ້າໃນວຽກງານບໍລິການຮັບຄໍາຮ້ອງຂັ້ນແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຖືເປັນບູລິມະສິດສໍາຄັນ ເພື່ອເຮັດໃຫ້ວຽກງານຊັບສິນທາງປັນຍາ ເປັນຂະແໜງການໜຶ່ງທີ່ສ້າງລາຍຮັບໃຫ້ແກ່ແຂວງ. ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ເພື່ອຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາທີ່ຕິດພັນກັບທ້ອງຖິ່ນ ໂດຍສະເພາະ ແມ່ນຂັ້ນແຂວງ ແລະ ຂັ້ນເມືອງ. ຊຶ່ງແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ມີຜູ້ປະກອບການຫຼາຍຂະແໜງ ເຊັ່ນ: ສາລີຫວານ, ຢາງພາລາ, ພືດຕາມລະດູການ, ກ້ວຍຫອມ, ຜະລິດຕະພັນຈາກໄມ້, ເເຮທາດ (ເຫລັກ) ແລະ ອື່ນໆ ເຊິ່ງວຽກງານເຫຼົ່ານີ້ ລ້ວນແຕ່ມີຄວາມຈໍາເປັນຕ້ອງໄດ້ຮັບການປົກປ້ອງສິດຊັບສິນທາງປັນຍາ ໃຫ້ແກ່ຜູ້ປະດິດ ແລະ ຜູ້ອອກແບບ.
ຂ່າວ ແລະ ພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ