DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ເຜີຍແຜ່ວຽກງານຊັບສິນທາງປັນຍາ ໃຫ້ແກ່ ມຊ

ໃນວັນທີ 19 ມັງກອນ 2022 ຜ່ານມາ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ຊັບສິນທາງປັນຍາ ກັບ ມະຫາ ວິທະຍາໄລ” ຜ່ານລະບົບກອງປະຊຸມສໍາມະນາທາງໄກ (online), ໃຫ້ກຽດເປັນປະທານໂດຍ ທ່ານ ຮສຈ. ອຸດົມ ພອນຄຳເພັງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ (ກຊປ).

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້, ແມ່ນເພື່ອເຮັດໃຫ້ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາ, ສາມາດເຂົ້າໃຈຄວາມສຳຄັນ ແລະ ຜົນປະໂຫຍດຂອງຊັບສິນທາງປັນຍາ ໂດຍສະເພາະ ການປະດິດສ້າງ-ປະດິດຄິດແຕ່ງ ໃນມະຫາວິທະຍາໄລແຫ່ງຊາດ.

ໃນໂອກາດນີ້ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າ ກົມຊັບສິນທາງປັນຍາ ໃຫ້ຮູ້ວ່າ: ໃນຫລາຍປະເທດທີ່ມີການເຕີບໂຕທາງເສດຖະກິດ, ກໍແມ່ນໃຫ້ຄວາມສຳຄັນຕໍ່ຊັບສິນທາງປັນຍາ ໂດຍສະເພາະ ກໍເລີ່ມຈາກສະຖາບັນການສຶກສາ, ມະຫາວິທະຍາໄລ ທີ່ເປັນຈຸດສູນລວມ, ຈຸດສ້າງ ບຸກຄະລາກອນ ທີ່ມີຄວາມສາມາດບົ່ມຊ້ອນ ອອກສູ່ສັງຄົມ. ສຳລັບ ສປປ ລາວແລ້ວ ບັນດາມະຫາວິທະຍາໄລໃນຂອບເຂດທົ່ວປະເທດ ຄືສູນບົ່ມເພາະທີ່ສຳຄັນທີ່ສຸດທີ່ຈະຂັບເຄື່ອນເສດຖະກິດ ແລະ ການເປັນຢູ່ທີ່ີດີໃຫ້ແກ່ປະຊາຊົນລາວໃນອານາຄົດ ດ້ວຍການນຳໃຊ້ຊັບສິນທາງປັນຍາ ເຂົ້າຊ່ວຍໃນການຂັບເຄື່ອນ ທັງເປັນສ່ວນທີ່ສໍາຄັນໃນການຂັບເຄື່ອນຄວາມກ້າວໜ້າຂອງປະເທດອີກດ້ວຍ”.

ການຈັດສຳມະນາ ໂດຍການຮ່ວມຈັດຂອງກົມຊັບສິນທາງປັນຍາ ແລະ ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ແມ່ນເປັນສ່ວນ​ໜຶ່ງ​ໃນ​ແຜນບູລິມະສິດຂອງກົມຊັບສິນທາງປັນຍາ ໂດຍຈະຮ່ວມກັນ 4 ຄັ້ງ ໃນເບື້ອງຕົ້ນ, ເພື່ອສ້າງຄວາມເຂົ້າໃຈ ວຽກງານຊັບສິນທາງປັນຍາ ໃຫ້ສາມາດເປັນສ່ວນໜຶ່ງທີ່ສຳຄັນ ໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ແລະ ປົກປ້ອງພູມປັນຍາ ຂອງບັນດານັກຄົ້ນຄວ້າ, ຄູອາຈານ ແລະ ນັກສຶກສາ ໃນຮົ້ວມະຫາວິທະຍາໄລ ໃຫ້ປະກົດຜົນເປັນຈິງ; ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງນີ້, ຜູ້ເຂົ້າຮ່ວມ​ໄດ້​ມີ​ໂອ​ກາດ​ຮັບ​ຟັງ​ ກ່ຽວກັບການນຳໃຊ້ຊັບສິນທາງປັນຍາ ແລະ ຜົນປະໂຫຍດທີ່ໄດ້ຮັບ ໃນຂົງເຂດແບບອຸດສາຫະກຳ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ.

ເຂົ້າຮ່ວມ ມີຜູ້ຕາງໜ້າຈາກບັນດາຄະນະພາຍໃນມະຫາ ວິທະຍາໄລແຫ່ງຊາດ, ຫໍສະໜຸດກາງ, ຄູອາຈານ, ນັກສຶກສາ,​ ຜູ້ປະກອບການ ແລະ ພະນັກງານພາຍໃນກົມຊັບສິນທາງປັນຍາ ຈໍານວນ 56 ທ່ານ.

ຂ່າວ-ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ