DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ເຜີຍແຜ່ ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ທີ່ແຂວງສາລະວັນ

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແລະ ອຳນາດການປົກຄອງແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການໃນຕອນເຊົ້າວັນທີ 10 ກຸມພາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງສາລະວັນ ໂດຍການໃຫ້ກຽດເປັນປະທານຮ່ວມ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ ແລະ ທ່ານ ວິຊຽນ ນະວິກຸນ, ຮອງເຈົ້າແຂວງ ແຂວງສາລະວັນ.

ໂອກາດນີ້, ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາໃນຄັ້ງນີ້ ວ່າ: ໃນຍຸກປັດຈຸບັນ ເປັນຍຸກການປະຕິວັດອຸດສາຫະກໍາ 4.0 ຊຶ່ງການສື່ສານ, ຄົມມະນາຄົມຂົນສົ່ງ ມີຄວາມກ້າວໜ້າ ແລະ ທັນສະໄໝຢ່າງກ້າວກະໂດດ ຊຶ່ງສາມາດເຫັນໄດ້ຈາກ ສິ່ງທີ່ໃກ້ຕົວ ເຊັ່ນ: ໂທລະສັບມືຖື ທີ່ສາມາດຕິດຕໍ່ສື່ສານກັນພຽງແຕ່ໃຊ້ປາຍນີ້ວ ກໍສາມາດຕິດຕໍ່ ແລະ ເຫັນໜ້າກັນໄດ້. ເມື່ອກ່ອນ ຕ້ອງຂຽນດ້ວຍມື ຫຼື ພິມດິດ ແລ້ວສົ່ງທາງໄປສະນີ ຫຼື ການເດີນທາງໃນເມື່ອກ່ອນ ທີ່ຕ້ອງໃຊ້ເວລາດົນນານກວ່າຈະຮອດຈະເຖິງ ຊຶ່ງສິ່ງນີ້ ກໍລ້ວນແລ້ວແຕ່ເປັນຊັບສິນທາງປັນຍາທີ່ບົ່ງບອກເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນ.

ສຳລັບການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສປປ ລາວ ເຮົາແລ້ວ, ກວຕ ໄດ້ນຳໃຊ້ວິໄສທັດ ແລະ ຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີ 6 ແຜນງານໃຫຍ່ ເພື່ອເຮັດໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການຜະລິດ ກາຍເປັນກຳລັງຂັບເຄື່ອນຂອງການພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມທຸກຍາກ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ. ກອງປະຊຸມ ເຜີຍແຜ່ວຽກງານຊັບສິນທາງປັນຍາໃນມື້ນີ້ ກໍເປັນ 1 ໃນ 6 ແຜນງານໃຫຍ່ ຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນການເຜີຍແຜ່ໂຄສະນາສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈໃນທົ່ວສັງຄົມ.

ວຽກ​ງານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນຕໍ່ກັບການພັດທະນາເສດຖະ ກິດ-ສັງຄົມ, ເປັນກໍາລັງແຮງ ແລະ ພາຫະນະບຸກທະລຸ ທີ່ມີປະສິດທິຜົນສູງເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຍືນຍົງ ແລະ ຕາມທິດສີຂຽວ.

ການ​ຈັດກອງ​ປະ​ຊຸມໃນ​ມື້ນີ້ ກໍ​ແມ່ນ​​ກິດ​ຈະ​ກຳໜຶ່ງ ຊຶ່ງ​ຈັດ​ຂຶ້ນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນທັງພາກລັດ ແລະ ເອກະຊົນ, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SME), ນັກທຸລະກິດ, ກຸ່ມ​ຜູ້​ຜະ​ລິດ, ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ ກໍຄື ​ເຫັນ​ຄວາມ​ສຳ​ຄັນ​ໃນການນຳໃຊ້ ແລະ ປົກປ້ອງສິດ​ຊັບ​ສິນ​ທາງ​ປັນ​ຍາ ໃນການປະດິດສ້າງ, ປະດິດຄິດແຕ່ງ ແລະ ເພື່ອສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້. ກົມຊັບສິນທາງປັນຍາ ຈະໄດ້ແນະນຳ ແລະ ສ້າງຄວາມເຂົ້າໃຈໃນການດຳເນີນງານ ກໍຄື ການແບ່ງຂັ້ນຄຸ້ມຄອງຂອງວຽກງານຊັບສິນທາງປັນຍາ ໃນຂັ້ນ ພວຕ ແຂວງ ເພື່ອເຮັດໃຫ້ຜູ້ປະກອບການຢູ່ທ້ອງຖິ່ນ ສະດວກແກ່ການເຂົ້າເຖິງວຽກງານ ຊັບສິນທາງປັນຍາອີກດ້ວຍ.

​ກອງ​ປະ​ຊຸມ​ເຜີຍແຜ່​ຄັ້ງນີ້​, ຜູ້ເຂົ້າຮ່ວມ ​ໄດ້​ຮັບ​ຟັງ​ກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາ ໂດຍສະເພາະ ວຽກງານສິດທິບັດ, ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາຊຶ່ງພວກເຮົາ ໄດ້ຮັບການປົກປ້ອງແນວໃດພາຍໃຕ້ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ມີມູນຄ່າເພີ່ມໄດ້ແນວໃດ ໃນການປະກອບທຸລະກິດ ແລະ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ວັດທະນາທໍາແບບຍືນຍົງ.

ທ່ານ ຮອງລັດຖະມົນຕີ ກວຕ ໄດ້ຮຽກ​ຮ້ອງ​ມາ​ຍັງ​ບັນ​ດາ​ທ່ານຜູ້ເຂົ້າຮ່ວມກອງປະຊຸມ ​ຈົ່ງເອົາໃຈໃສ່ສຶກສາ​​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ກອນ ເພື່ອ​ນຳ​ມາ​ໝູນ​ໃຊ້ ເຂົ້າໃນວຽກ​ງານ ແລະ ໃນ​ທຸ​ລ​ະກິດ​ຂອງ​ທ່ານ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ແລະ ວັດທະນະທໍາຂອງ​ຊາດ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ເຂົ້າຮ່ວມກອງປະຊຸມເປັນເວລາ 1 ວັນຄັ້ງນີ້ ມີ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກວຕ; ທ່ານ ຂັນໄຊ ລັດຖະເຮົ້າ, ຫົວໜ້າ ພວຕ ແຂວງສາລະວັນ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະກອບການ ແລະ ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 100 ກວ່າຄົນ.

ໂອກາດດຽວກັນນີ້, ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ກວຕ ໄດ້ຕາງໜ້າໃຫ້ແກ່ກະຊວງ ມອບຄອມພິວເຕີຕັ້ງໂຕະ ຈຳນວນ 1 ຊຸດ, ເຄື່ອງພິມເອກະສານ 1 ໜ່ວຍ ໃຫ້ແກ່ ພວຕ ແຂວງຊຶ່ງ ຫົວໜ້າ ພວຕ ແຂວງສາລະວັນ ຕາງໜ້າ ພະແນກ ຮັບເຄື່ອງດັ່ງກ່າວ.