ຕອນເຊົ້າຂອງວັນທີ 17 ມັງກອນ 2019, ກົມຊັບສິນ ທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງ ບໍລິຄຳໄຊ ຈັດກອງປະຊຸມເຜີຍແຜ່ ແລະ ສ້າງຄວາມເຂັ້ມແຂງວຽກງານ ຊັບສິນທາງປັນຍາ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ຢູ່ ຫ້ອງປະຊຸມຫ້ອງວ່າ ການປົກຄອງ ແຂວງ ບໍລິຄຳໄຊ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ທ່ານ ແດນປີ ມູນທະດີ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງ ບໍລິຄໍາໄຊ.
ໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຄັ້ງນີ້ ຊຶ່ງມີເນື້ອໃນບາງຕອນວ່າ: ໃນຍຸກປັດຈຸບັນ, ການສື່ສານ, ຄົມມະນາຄົມຂົນສົ່ງ ແມ່ນມີຄວາມ ກ້າວໜ້າ ແລະ ທັນສະໄໝກວ່າແຕ່ກ່ອນ ຊຶ່ງສາມາດເຫັນໄດ້ຈາກ ສິ່ງທີ່ໃກ້ຕົວ ເຊັ່ນ: ໂທລະສັບມືຖື ທີ່ສາມາດຕິດຕໍ່ ສື່ສານກັນພຽງແຕ່ໃຊ້ປາຍນິ້ວ ກໍສາມາດຕິດຕໍ່ ແລະ ເຫັນໜ້າ ກັນໄດ້ ຊຶ່ງເມື່ອກ່ອນ ແມ່ນຈຳຕ້ອງຂຽນດ້ວຍມື ຫຼື ພິມດີດ ແລ້ວສົ່ງທາງໄປສະນີ ຫຼື ການເດີນທາງໃນເມື່ອກ່ອນ ທີ່ຕ້ອງໃຊ້ ເວລາເດີນທາງນານກວ່າຈະຮອດຈະເຖິງ. ທີ່ກ່າວມານີ້ ກໍລ້ວນແລ້ວແຕ່ເປັນຊັບສິນທາງປັນຍາທີ່ບົ່ງບອກ ເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ສຳລັບການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສປປ ລາວ, ກວຕ ໄດ້ນຳໃຊ້ວິໄສທັດ ແລະ ຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີ 6 ແຜນງານໃຫຍ່ ເພື່ອເຮັດໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການຜະລິດ ກາຍເປັນກຳລັງຂັບເຄື່ອນ ຂອງການພັດທະນາເສດຖະກິດ-ສັງຄົມ, ລຶບລ້າງຄວາມທຸກຍາກ ແລະ ແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ກອງປະຊຸມ ເຜີຍແຜ່ວຽກງານຊັບສິນທາງປັນຍາໃນມື້ນີ້ ກໍເປັນໜຶ່ງໃນຫົກແຜນງານໃຫຍ່ ຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນການເຜີຍແຜ່, ໂຄສະນາ, ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈໃນທົ່ວສັງຄົມ. ນອກຈາກນີ້, ກວຕ ຍັງໄດ້ຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າຂອງລັດຖະບານໃນບ້ວງງົບປະມານ “ໂຄງການສ້າງຄວາມ ເຂັ້ມແຂງດ້ານວຽກງານຊັບສິນທາງປັນຍາໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ”, ກວຕ ໃນນາມເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອໃຫ້ພະ ນັກງານຂັ້ນທ້ອງຖິ່ນ ແລະ ຜູ້ປະກອບການ ໄດ້ເຂົ້າໃຈ ແລະ ຮັບຮູ້ເຖິງຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ; ແຂວງບໍລິຄຳໄຊ ກໍເປັນອີກແຂວງໜຶ່ງ ໃນແຜນແມ່ບົດຂອງ ລັດຖະບານ ທີ່ຈະສືບຕໍ່ ຂະຫຍາຍ ການຈັດຕັ້ງປະຕິບັດໂຄງການ ຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ.
ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ, ເປັນກໍາລັງແຮງ ແລະ ພາຫະນະບຸກ ທະລຸ ທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຍືນຍົງ ແລະ ຕາມທິດສີຂຽວ, ໂດຍສະເພາະວຽກງານຊັບສິນທາງ ປັນຍາ ແມ່ນວຽກງານໜຶ່ງທີ່ປິ່ນອ້ອມ ແລະ ສະໜັບສະໜູນໂຄງການຄ້ຳປະກັນສະບຽງອາຫານ ແລະ ສົ່ງ ເສີມການຜະລິດເປັນສິນຄ້າ ຊຶ່ງເປັນໂຄງການບູລິມະສິດຂອງລັດຖະບານ.
ໃນສົກປີ 2015-2016, ສະພາແຫ່ງຊາດ ໄດ້ອະນຸມັດງົບປະມານຈໍານວນ 30 ຕື້ກີບ ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໃນນັ້ນ ກວຕ ໄດ້ຮັບງົບປະມານ ຈຳນວນໜຶ່ງ ແລະ ທົດລອງຈັດຕັ້ງ ປະຕິບັດໂຄງການຊຸກຍູ້ສ້າງຄວາມເຂັ້ມແຂງດ້ານວຽກງານຊັບສິນທາງປັນຍາ ໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການຢູ່ສາມ ແຂວງ ຄື: ແຂວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ຊຶ່ງປັດຈຸບັນ ໃນສາມແຂວງດັ່ງກ່າວ ແມ່ນສໍາເລັດການຈັດຕັ້ງປະຕິບັດໂຄງການແລ້ວ. ວຽກດັ່ງກ່າວ ໄດ້ຈັດຕັ້ງປະ ຕິບັດ ໃນໄລຍະ ປີ 2017-2018 ຊຶ່ງມີຜູ້ປະກອບການຍື່ນຄໍາ ຮ້ອງຂໍຈົດທະບຽນຊັບສິນທາງປັນຍາ 57 ເຄື່ອງໝາຍ; ແຂວງວຽງຈັນ 21 ຄໍາຮ້ອງ, ແຂວງຄໍາມ່ວນ 13 ຄໍາຮ້ອງ ແລະ ແຂວງ ສະຫວັນນະເຂດ 23 ຄໍາຮ້ອງ.
ມື້ນີ້, ແຂວງ ບໍລິຄຳໄຊ ກໍໄດ້ຍື່ນ 04 ຄໍາຮ້ອງ; ປີນີ້, ກວຕ ຈະສືບຕໍ່ຂະຫຍາຍການຈັດຕັ້ງປະຕິ ບັດໂຄງການດັ່ງກ່າວ ພາຍໃນແຂວງເປົ້າໝາຍ ທີ່ອີງຕາມແຜນ ແມ່ບົດ ຂອງລັດຖະບານ ອີກ 7 ແຂວງ ຄື: ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສາລະວັນ, ແລະ ແຂວງ ຈຳປາສັກ.
ການຈັດກອງປະຊຸມໃນມື້ນີ້ ກໍແມ່ນໜຶ່ງໃນກິດຈະກຳຂອງໂຄງການ ຊຶ່ງຈັດຂຶ້ນ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບ ການຂະໜາດນ້ອຍ ແລະ ກາງ (SME), ນັກທຸລະກິດ, ກຸ່ມຜູ້ຜະລິດ,ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄືເຫັນຄວາມສຳຄັນໃນການນຳໃຊ້ຊັບສິນທາງ ປັນຍາ ເພື່ອສົ່ງເສີມພູມປັນຍາໃນການປະດິດສ້າງ, ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.
ໃນກອງປະຊຸມຄັ້ງນີ້, ກົມຊັບສິນທາງປັນຍາ ຍັງໄດ້ແນະນໍາການສ້າງລະບຽບການນໍາໃຊ້ເຄື່ອງໝາຍລວມໝູ່ຂອງກຸ່ມຜູ້ຜະລິດ ແລະ ການແບ່ງຂັ້ນຄຸ້ມຄອງຂອງ ວຽກງານຊັບສິນທາງປັນຍາໃນ ຂັ້ນພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເພື່ອເຮັດໃຫ້ຜູ້ປະກອບການໃນທ້ອງຖິ່ນ ສະດວກແກ່ການເຂົ້າເຖິງວຽກງານຊັບສິນທາງປັນຍາອີກດ້ວຍ.
ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ການພັດທະນາວຽກງານຊັບສິນທາງປັນຍາ ໂດຍສະເພາະວຽກງານສິດທິບັດ, ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນ ທາງປັນຍາ, ໂຄງການ ສ້າງຄວາມເຂັ້ມແຂງດ້ານວຽກງານຊັບສິນທາງປັນຍາ ໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ, ຄວາມຮູ້ພື້ນຖານທາງດ້ານ ວຽກງານຊັບສິນທາງປັນຍາ, ການສ້າງເຄຶື່ື່ອງໝາຍການຄ້າ, ເຄ່ືອງໝາຍລວມໝູ່ ແລະ ລະບຽບການນຳໃຊ້, ການ ສົ່ງເສີມຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ, ການຄົ້ນຄວ້າ, ພັດທະນາ ແລະ ບໍລິການໃນວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບເພື່ອການສົ່ງເສີມການຜະລິດ ເປັນສິນຄ້າ.
ກອງປະຊຸມສຳມະນາໃນຄັ້ງນີ້ຈະເປັນການປະກອບສ່ວນສ້າງຄວາມຮັບຮູ້ແກ່ຜູ້ເຂັ້າຮ່ວມກ່ຽວກັບການ ຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາໃຫ້ແກ່ຂະ ແໜງການທ້ອງຖິ່ນ ທີ່ຕິດພັນກັບວຽກງານມາດຕະຖານ,ຄຸນນະພາບແລະ ນິເວດວິທະຍາ ເພີ່ມຂຶ້ນເພື່ອນຳມາໝູນ ໃຊ້ເຂົ້າໃນການດຳເນີນ ວຽກງານແລະທຸລະກິດຕົວຈິງຂອງທ່ານ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ; ທ່ານ ຂັນແກ້ວ ສອນສັກສິດ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ບໍລິຄຳໄຊ, ບັນດາທ່ານ ຫົວໜ້າຫ້ອງການ, ກົມ, ສະຖາບັນ, ບັນດາຜູ້ຕາງໜ້າຈາກພະແນກການອ້ອມຂ້ອງແຂວງ, ບັນດາຜູ້ປະກອບການ, ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 80 ກວ່າຄົນ. ໃນການລົງເຮັດວຽກໃນຄັ້ງນີ້, ກົມຊັບສິນທາງປັນຍາ ໄດ້ມອບຄອມພິວເຕີຈຳນວນໜຶ່ງຊຸດ ແລະ ເຄື່ອງພິມເອກະສານໜຶ່ງໜ່ວຍ ໃຫ້ແກ່ ພວຕ ແຂວງ ບໍລິຄໍາໄຊ ເພື່ອນຳໃຊ້ ເຂົ້າໃນວຽກງານຂອງພະແນກ. ຊຶ່ງຂຶ້ນຮັບໂດຍທ່ານ ຫົວໜ້າ ພວຕ ແຂວງ ບໍລິຄຳໄຊ.