ໃນລະຫວ່າງວັນທີ 24-25 ພຶດສະພາ 2022 ຜ່ານມາ, ທີ່ໂຮງແຮມຈໍາປາສັກ ແກຣນ, ນະຄອນປາກເຊ, ແຂວງຈໍາປາສັກ, ກົມຊັບສິນທາງປັນຍາ ຮ່ວມກັບ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນຈາກ “ໂຄງການ ສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍຕໍ່ທຸລະກິດລາວ”, ໄດ້ຈັດຝຶກອົບຮົມຂັ້ນພື້ນຖານ ກ່ຽວກັບຊັບສິນທາງປັນຍາ ສຳລັບພາກລັດ ແລະ ພາກທຸລະກິດ ໃນຂະແໜງ ຫັດຖະກຳ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອະພິວັດ ສົມບູນຂັນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ.
ໃນການຝຶກອົບຮົມຄັ້ງນີ້ ມີ ທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ມີທ່ານ ນາງ ພັນມະນີ ຄໍາພິລາວົງ, ຮອງຫົວໜ້າໂຄງການ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ, ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ, ຕາງໜ້າກຸ່ມການຜະລິດຫັດຖະກໍາ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ຄວາມຮູ້ພື້ນຖານ ກ່ຽວກັບຊັບສິນທາງປັນຍາ ໃຫ້ແກ່ ບຸກຄະລາກອນພາກລັດ, ກຸ່ມຜະລິດຫັດຖະກໍາ ແລະ ນັກທຸລະກິດ ໃນຂະແໜງ ຫັດຖະກຳ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບົດບາດ, ຄວາມສຳຄັນ ແລະ ການສ້າງມູນຄ່າເພີ່ມ ໃຫ້ແກ່ ຜະລິດຕະພັນຫັດຖະກຳ ຜ່ານການຈົດທະບຽນຊັບສິນທາງປັນຍາ.
ໃນໂອກາດນີ້ ທ່ານ ສັນຕິສຸກ ພູນສະຫວັດ, ໄດ້ໃຫ້ກຽດກ່າວເປີດການຝຶກອົບຮົມຄັ້ງນີ້ ວ່າ: ການຝຶກອົບຮົມຂັ້ນພື້ນຖານ ກ່ຽວກັບຊັບສິນທາງປັນຍາ ໂດຍເນັ້ນໜັກໃສ່ຂະແໜງຫັດຖະກຳ ຊຶ່ງຫຼາຍທ່ານອາດຈະຊາບດີແລ້ວວ່າ ການພັດທະນາອຸດສາຫະກຳ ແລະ ຫັດຖະກຳ ຢູ່ ສປປ ລາວ ແມ່ນມີທ່າຂະຫຍາຍຕົວເທື່ອລະກ້າວ, ໃນປີ 2020 ທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກຳ ທັງໝົດເກືອບ 28.000 ແຫ່ງ (27.997) ໃນຈຳນວນດັ່ງກ່າວ ຢູ່ແຂວງຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ແມ່ນມີຈຳນວນຫຼາຍກວ່າໝູ່ຕາມລຳດັບ ແລະ ມູນຄ່າຂອງລາຍການຜະລິດຕະພັນ 50 ລາຍການ ກໍມີຈຳນວນເພີ່ມຂຶ້ນໃນໄລຍະຜ່ານມາ. ເພື່ອເຮັດໃຫ້ມູນຄ່າສາມາດເພີ່ມຂຶ້ນ ແລະ ໄດ້ຮັບການປົກປ້ອງສິນຄ້າດັ່ງກ່າວນັ້ນ ການນຳໃຊ້ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນທຸລະກິດນັ້ນ ຈຶ່ງເປັນບັນຫາທີ່ສຳຄັນ ທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງຍິ່ງ ຈາກນະໂຍບາຍໜຶ່ງເມືອງໜຶ່ງຜະລິດຕະພັນ, ໃນຕໍ່ໜ້ານີ້ ທາງກົມຊັບສິນທາງປັນຍາ ແມ່ນຈະເນັ້ນໃສ່ການສ້າງເຄື່ອງໝາຍ ຫຼື ການສ້າງຍີຫໍ້ ໂດຍສະເພາະ ການຜັນຂະຫຍາຍຈາກໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ ເພື່ອເຮັດໃຫ້ຊັບສິນທາງປັນຍາ ເປັນຕົວຊ່ວຍເຂົ້າໃນການຂັບເຄື່ອນທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງຫັດຖະກໍາ, ສ້າງມູນຄ່າເພີ່ມຂອງສິນຄ້າ ລວມທັງການສ້າງເຄື່ອງໝາຍການຄ້າຂອງຕົນເອງ, ການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງເປັນປັດໄຈທີ່ສຳຄັນທີ່ກໍໃຫ້ເກີດມີການລົງທຶນ ແລະ ກິດຈະກໍາທາງການຄ້າ ຈາກຕ່າງປະເທດອີກດ້ວຍ.
ທ່ານ ອະພິວັດ ສົມບູນຂັນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ, ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມດັ່ງກ່າວ ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ເອົາໃຈໃສ່ ໃນການສ້າງສໍາພັນເສດຖະກິດພາຍໃນ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ກັບບັນດາແຂວງ ແລະ ເມືອງ, ລະຫວ່າງ ຫົວໜ່ວຍກຸ່ມການຜະລິດຫັດຖະກໍາ ແລະ ຕະຫຼາດຈໍາໜ່າຍ, ການສົ່ງເສີມການຜະລິດສິນຄ້າພູມປັນຍາທ້ອງຖີ່ນ ແລະ ສິນຄ້າທີ່ມີທ່າແຮງ ໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ໄດ້ຮັບກາໝາຍ ODOP ແຫ່ງຊາດ, ສົ່ງເສີມການເຂົ້າເຖີງແຫຼ່ງທຶນຂອງຫົວໜ່ວຍ SMEs, ຊຸກຍູ້ຢ່າງແຂງແຮງ ການຈັດຕັ້ງປະຕິບັດແຜນວຽກຕາມ 4 ຈຸດສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ, ຜັນຂະຫຍາຍວາລະຂອງແຂວງ (ຕາມເນື້ອໃນວາລະແຫ່ງຊາດ). ໃນທົ່ວແຂວງຈໍາປາສັກມີກຸ່ມຫັດຖະກໍາ ຈໍານວນ 15 ກຸ່ມ, ລວມມີ 56 ຜະລິດຕະພັນ, ຈໍານວນແຮງງານທັງໝົດ 350 ຄົນ, ຍິງ 137 ຄົນ, ໂຮງຊ່າງຫັດຖະກຳແບບຄອບຄົວ ມີຈໍານວນ 1.714 ຄອບຄົວ, ລວມມີ 112 ແຮງມ້າ, ຈໍານວນແຮງງານທັງໝົດ 2.993 ຄົນ, ຍິງ 2.125 ຄົນ.
ປະຈຸບັນຫົວໜ່ວຍການຜະລິດຫັດຖະກໍາ ທີ່ຕິດພັນກັບການສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ທີ່ໄດ້ຮັບກາໝາຍສິນຄ້າ ODOP ແຫ່ງຊາດ ລວມມີ 14 ຫົວໜ່ວຍ, ປະກອບມີ 53 ຜະລິດຕະພັນ. ໂດຍສ່ວນໃຫຍ່ ແມ່ນຍັງບໍ່ທັນໄດ້ມີການປົກປ້ອງຊັບສິນທາງປັນຍາ ສະນັ້ນ, ຈຶ່ງເປັນບັນຫາສຳຄັນທີ່ສຸດ, ທີ່ຈະຕ້ອງໄດ້ເອົາໃຈໃສ່ເປັນຢ່າງຍິ່ງຂອງກົມຊັບສິນທາງປັນຍາ ໃນການຜັນຂະຍາຍຈາກໜື່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ.
ທ່ານ ຍັງໄດ້ກ່າວຕື່ມວ່າ: ການຈັດຝືກອົບຮົມໃນຄັ້ງນີ້ ຈະຊ່ວຍໃຫ້ບັນດາພະນັກງານລັດ, ຄູອາຈານ ແລະ ຫົວໜ່ວຍທຸລະກິດຂະແໜງຫັດຖະກໍາ ໄດ້ເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການພັດທະນາສິນຄ້າ ພູມປັນຍາທ້ອງຖີ່ນ ແລະ ເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການຈົດທະບຽນຊັບສິນອຸດສາຫະກໍາ, ການແຈ້ງຂໍ້ມູນລິຂິສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ເປັນເອກະລັກສະເພາະ ແລະ ສາມາດສ້າງໃຫ້ກາຍເປັນທ່າແຮງທາງດ້ານເສດຖະກິດ ທີ່ມີຄວາມໝັ້ນຄົງ ຍືນຍົງສືບຕໍ່ໄປ.
ນອກຈາກນີ້, ໃນການຝືກອົບຮົມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີ ໃນຫົວຂໍ້ຕ່າງໆ ເຊັ່ນ: ຄວາມສໍາຄັນຂອງຊັບສິນທາງປັນຍາ ສໍາລັບທຸລະກິດໃນຂະແໜງຫັດຖະກໍາ; ແຜນສົ່ງເສີມ ແລະ ພັດທະນາວຽກງານຫັດຖະກໍາ ປະຈໍາປີ 2021-2025; ວິທິການສ້າງເຄື່ອງໝາຍການຄ້າໃຫ້ບັນດາສິນຄ້າ ຫຼື ຜະລິດຕະພັນ ຫັດຖະກໍາ; ວຽກງານຖິ່ນກໍາເນີດ ແລະ ວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ. ພ້ອມທັງໄດ້ຮັບຟັງການສົນທະນາຈາກນັກວິທະຍາ ກອນ, ໃນຫົວຂໍ້: ບົດບາດຊັບສິນທາງປັນຍາຕໍ່ການດຳເນີນທຸລະກິດໃນຂະແໜງຫັດຖະກຳໃນ ສປປ ລາວ, ບົດຮຽນການນຳໃຊ້, ຄຸນປະໂຫຍດ ແລະ ການສ້າງມູນຄ່າຈາກການຈົດທະບຽນຊັບສິນທາງປັນຍາ ແລະ ບັນຫາອື່ນໆ ທີ່ຕິດພັນກັບວຽກຊັບສິນທາງປັນຍາ ແລະ ຕອນທ້າຍມີການຖາມ-ຕອບ ເພື່ອແລກປ່ຽນຄວາມຮູ້ກ່ຽວກັບວຽກງານຊັບສິນທາງປັນຍາໃຫ້ເລິກເຊິ່ງຂຶ້ນຕື່ມ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ