DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກຊປ-ມຊ ຮ່ວມສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາ

ກຊປ-ມຊ ຮ່ວມສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາກົມຊັບສິນທາງປັນຍາ (ກຊປ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ເຜີຍແຜ່ວຽກງານຊັບສິນທາງປັນຍາ ໃຫ້ແກ່ຄູອາຈານໃນມະຫາວິທະຍາໄລແຫ່ງຊາດ ໃນວັນທີ 06 ມີນາ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ນ ສົມຈັນ ບຸນພັນມີ​ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານປອ. ນ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ.

ການຈັດກອງປະຊຸມຄັ້ງນີ້ ກໍເພື່ອເສີມສ້າງຄວາມເຂົ້າໃຈໃນວຽກງານຊັບສິນທາງປັນຍາ ໂດຍສະເພາະ ວຽກງານຄົ້ນຄວ້າ ໃນມະຫາວິທະຍາໄລແຫ່ງຊາດ ທີ່ຕິດພັນກັບຊັບສິນທາງປັນຍາ ແກ່ບັນດາອາຈານ ຜູ້ຊົງຄຸນວຸດທິ ຊຶ່ງໄດ້ສົນທະນາແລກປ່ຽນ ເຖິງການພັດທະນາວຽກງານຊັບສິນທາງປັນຍາໃນ ສປປ ລາວ, ວຽກງານສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ຕໍ່ກອງປະຊຸມຄັ້ງນີ້ ຫົວໜ້າກົມຊັບສິນທາງປັນຍາ ໃຫ້ຮູ້ວ່າ : ຊັບສິນທາງປັນຍາ ແມ່ນມີບົດບາດສຳຄັນຢ່າງຍິ່ງ ຕໍ່ກັບການສຶກສາ, ການຄົ້ນຄວ້າ ແລະ ວິໄຈ, ທັງເປັນການປົກປ້ອງສິດຊັບສິນທາງປັນຍາຕໍ່ກັບຜົນງານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ໃນມະຫາວິທະຍາໄລ, ການນໍາໃຊ້ຂໍ້ມູນການປະດິດສ້າງ ຫຼື ສິ່ງປະດິດຮັບໃຊ້ໃນການສຶກສາ, ການຄົ້ນຄວ້າ ແລະ ວິໄຈ ຊຶ່ງຈະເປັນຜົນດີ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ໃນອານາຄົດ ໂດຍສະເພາະ ໃນມະຫາວິທະຍາໄລ ທີ່ເປັນແຫຼ່ງຜະລິດບຸກຄະລາກອນທີ່ມີຄຸນນະພາບ. ພ້ອມກັນນັ້ນ ປະທານກອງປະຊຸມ ຍັງມີຄວາມຄາດຫວັງວ່າ ກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃນຄັ້ງນີ້ ຈະເປັນບາດກ້າວສຳຄັນ ຂອງການເສີມສ້າງຄວາມເຂົ້າໃຈຮ່ວມກັນ ໃນວຽກງານຊັບສິນທາງປັນຍາ ແລະ ສາມາດນຳໃຊ້ໃນ ແວດວົງຂອງການສຶກສາຫຼາຍຍິ່ງຂຶ້ນ ທັງໃນດ້ານຂອງອາຈານ ແລະ ນັກສຶກສາ ໃນມະຫາວິທະຍາໄລ.

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຫຼາຍກວ່າ 30 ທ່ານ.

ກຊປ-ມຊ ຮ່ວມສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາ ກຊປ-ມຊ ຮ່ວມສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາ ກຊປ-ມຊ ຮ່ວມສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາ ກຊປ-ມຊ ຮ່ວມສ້າງຄວາມເຂົ້າໃຈວຽກງານຊັບສິນທາງປັນຍາ