DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາ

ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາ

ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອຳນາດການປົກຄອງ ແຂວງຈຳປາສັກ ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ຂຶ້ນໃນຕອນເຊົ້າຂອງວັນທີ 25 ເມສາ 2019 ທີ່ຫ້ອງປະຊຸມຫຼັກ 4 ທີ່ນະຄອນ ປາກເຊ, ແຂວງຈຳປາສັກ ໂດຍການໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມສຳມະນາຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການ ກ່ຽວກັບ ການຮັບຄຳຮ້ອງ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ເຮັດໃຫ້ພະນັກງານວິຊາການຂັ້ນທ້ອງຖິ່ນ ແລະ ຜູ້ປະກອບການ ໄດ້ເຂົ້າໃຈ ແລະ ຮັບຮູ້ເຖິງຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ເພື່ອນຳໃຊ້ ແລະ ປົກປ້ອງພູມປັນຍາໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດເຂົ້າໃນການສ້າງມູນຄ່າເພີ່ມ ຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້ພ້ອມທັງເປັນການເຮັດໃຫ້ຜູ້ປະກອບການໃນທ້ອງຖິ່ນ ສະດວກແກ່ການເຂົ້າເຖິງວຽກງານຊັບສິນທາງປັນຍາອີກດ້ວຍ.

ໂອກາດນີ້, ທ່ານ ຮອງລັດຖະມົນຕີ ກວຕ ໄດ້ມີຄຳເຫັນວ່າ:

ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນຕໍ່ກັບການພັດທະນາ-ສັງຄົມ ແລະ ວັດທະນະທຳ, ເປັນກໍາລັງແຮງ ແລະ ພາຫະນະບຸກທະລຸ ທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຍືນຍົງ ແລະ ຕາມທິດສີຂຽວ ຊຶ່ງປັດຈຸບັນ, ການສື່ສານ, ຄົມມະນາຄົມຂົນສົ່ງ ແມ່ນມີຄວາມກ້າວໜ້າ ແລະ ທັນສະໄໝກວ່າແຕ່ກ່ອນ ມີການນຳໃຊ້ນະວັດນະກຳທີ່ທັນສະໄໝ, ມີຄວາມສະດວກແລະ ວ່ອງໄວ ຊຶ່ງສິ່ງອໍານວຍຄວາມສະດວກສະບາຍທີ່ກ່າວມານີ້ ລ້ວນແລ້ວແຕ່ເປັນຊັບສິນທາງປັນຍາ ທີ່ບົ່ງບອກເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ;  ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ນຳໃຊ້ວິໄສທັດ ແລະ ຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີ 6 ແຜນງານໃຫຍ່ ເພື່ອເຮັດໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການຜະລິດ ກາຍເປັນກຳລັງຂັບເຄື່ອນຂອງການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແລະ ກອງປະຊຸມ ເຜີຍແຜ່ວຽກງານຊັບສິນທາງປັນຍາໃນມື້ນີ້ ກໍເປັນ 1 ໃນ 6 ແຜນງານໃຫຍ່ ຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນການເຜີຍແຜ່ໂຄສະນາ ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈ ໂດຍຮັບຮູ້ກ່ຽວກັບ ການປົກປ້ອງ ແລະ ນຳໃຊ້ຊັບສິນທາງປັນຍາ ໃນທົ່ວສັງຄົມ, ກອງປະຊຸມຄັ້ງນີ້ ຍັງຈະເປັນການປະກອບສ່ວນເຮັດໃຫ້ຄວາມຮູ້ກ່ຽວກັບວຽກງານຊັບສິນທາງປັນຍາ ສາມາດນຳມາໝູນໃຊ້ເຂົ້າໃນການດຳເນີນວຽກງານແລະທຸລະກິດຕົວຈິງຂອງຕົນກໍຄືຂອງປະເທດເຮົາ.

ພາຍໃນກອງປະຊຸມ, ໄດ້ຮັບຟັງ ແລະ ແລກປ່ຽນປະສົບການຈາກ ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ ໃນນັ້ນ ປະກອບມີ ການພັດທະນາວຽກງານຊັບສິນທາງປັນຍາ ໂດຍສະເພາະ ວຽກງານສິດທິບັດ, ແບບອຸດສາຫະ ກຳ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ, ການສ້າງສະພາບແວດລ້ອມທາງດ້ານຊັບສິນທາງປັນຍາກ່ຽວກັບການສ້າງຍີ່ຫໍ້ ແລະ ການອອກແບບເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນທຸລະກິດ, ຜົນສຳເລັດຂອງການຈົດທະບຽນຖິ່ນກຳເນີດ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຊັບສິນທາງປັນຍາ ຈາກກົມຊັບສິນທາງປັນຍາ, ແລະ ປະສົບການທີ່ນຳໃຊ້ຊັບສິນທາງປັນຍາ ຂອງບໍລິສັດແຊມເປນ ແລະ ບໍລິສັດຕີລະກີແອນກິບບິນລາວ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກວຕ, ທ່ານ ສີຟອງ ແກ້ວເຮືອງມະນີ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຈຳປາສັກ, ຄະນະຜູ້ຕາງໜ້າຈາກ ອົງການຊັບສິນທາງປັນຍາໂລກ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງບັນດາແຂວງທີ່ກ່ຽວຂ້ອງ, ບັນດາຜູ້ຕາງໜ້າຈາກພະແນກອ້ອມຂ້າງແຂວງ, ຜູ້ປະກອບການ ແລະ ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ.

ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາ ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາ ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາ ກວຕ ຮ່ວມ ແຂວງຈຳປາສັກ ເຜີຍແຜ່ວຽກງານຊັບສິນທາງປັນຍາ