DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System)

ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System)

ໃນຕອນ​ເຊົ້າຂອງວັນທີ 18 ມີ​ຖຸ​ນາ 2020 ທີ່ຫ້ອງປະຊຸມ ​ຊັ້ນ 4 ຂອງ​ກະ​ຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ຈັດກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System) ໃຫ້​ແກ່ພະນັກງານ​ພາຍ​ໃນ​ກົມ​ຊັບ​ສິນ​ທາງ​ປັນ​ຍາ. ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 24 ທ່ານ ຜູ້ເຂົ້າຮ່ວມ​ໄດ້​​ຮັບ​ຟັງ​ການບັນຍາຍຈາກວິທະຍາກອນ ໃນຫົວຂໍ້ຕ່າງໆ ເຊັ່ນ: ສະ​ເໜີ​ບັນ​ຫາ​ປະ​ຈຸ​ບັນ ຫຼື ວຽກ​ຄົງ​ຄ້າງ​ທີ່​ມີ​ຢູ່​ໃນ​ລະ​ບົບ IPAS, ສະ​ເໜີ​ຂັ້ນ​ຕອນ​ການ​ນຳ​ໃຊ້​ລະ​ບົບຕາມ ແຜນວາດຂັ້ນຕອນຂອງການປະຕິບັດວຽກງານ ໃນລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ (Workflow) ຂອງ ​ສິດ​ທິ​ບັດ​, ແບບ​ອຸດ​ສາ​ຫະ​ກຳ ແລະ ເຄື່ອງ​ໝາຍ​ການ​ຄ້າ. ພ້ອມທັງປຶກ​ສາ​ຫາ​ລື ເຖິງ​ບັນ​ຫາ ແລະ ວິ​ທີ​ແກ້​ໄຂຂອງ​ຜູ້​ນຳ​ໃຊ້​ລະ​ບົບ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ມາ​ຄະ ຈັນ​ທະ​ລາ, ຮອງຫົວ​ໜ້າກົມ​ຊັບ​ສິນ​ທາງ​ປັນ​ຍາ.

ໂອກາດນີ້, ທ່ານ ມາ​ຄະ ຈັນ​ທະ​ລາ, ຮອງຫົວໜ້າ​​ກົມ​ຊັບ​ສິນ​ທາງ​ປັນ​ຍາ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ຊື່ງໄດ້ເນັ້ນໜັກໃຫ້ພະນັກງານແຕ່ລະພະແນກເອົາໃຈໃສ່ໃນການຝຶກອົບຮົມໃນຄັ້ງນີ້ ເພື່ອນຳເອົາວຽກ​ຄວາມຮູ້ດັ່ງກ່າວ ປະກອບສ່ວນເຂົ້າໃນການພັດທະນາ ວຽກ​ງານ, ສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ໃນ​ການ​ນຳ​ໃຊ້​ລະ​ບົບ IPAS (Industrial Property Administrator System) ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ ເຂົ້າໃນການປະຕິບັດວຽກງານຕົວຈິງ ເພື່ອກະກຽມຮອງຮັບການຈົດທະບຽນທາງອອນລາຍ.

ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System) ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System) ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System) ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System) ກອງປະຊຸມວິຊາການຖອດຖອນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການນໍາໃຊ້ ລະບົບບໍລິຫານຈັດການຊັບສິນອຸດສາຫະກໍາ IPAS (Industrial Property Administrator System)