DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ ASEAN PatentScope

ກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ  ASEAN PatentScope

ໃນລະຫວ່າງວັນທີ 27-31 ມີນາ 2023, ທີ່ໂຮງແຮມ ເລີ ທາດຫຼວງ ດຣໍ, ນະຄອນຫຼວງວຽງຈັນ ມີກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ ASEAN PatentScope, ຈັດໂດຍ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍໄດ້ຮັບການສະໜັບສະໜູນຈາກ ສໍານັກງານສິດທິບັດແຫ່ງປະເທດ ຍີ່ປຸ່ນ (JPO). ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດ ກອງປະຊຸມໃນຄັ້ງນີ້ ໂດຍທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວ ໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ Shiho NAGANO ຫົວໜ້າພະແນກ ນະໂຍບາຍແຜນການຂໍ້ມູນສິດທິບັດ JPO, ທ່ານ Dr. Juneho JANG ຜູ້ຈັດການອາວຸໂສລະດັບພາກພື້ນ, ພະແນກປັບປຸງລະບົບສໍານັກງານຊັບສິນທາງປັນຍາ WIPO.

ໃນກອງປະຊຸມຄັ້ງນີ້ ມີທ່ານ ນາງ Thitapha WATTANAPRUTTIPAISAN, ຫົວໜ້າອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ທ່ານ Daniel CHENG ຫົວໜ້າຂະແໜງພັດທະນາ, ພະແນກປັບປຸງລະບົບສໍານັກງານຊັບສິນທາງປັນຍາ WIPO, ທ່ານ Kyaw ZAW ຜູ້ຈັດການອາວຸໂສໂຄງການ, ພະແນກປັບປຸງລະບົບສໍານັກງານຊັບສິນທາງປັນຍາ WIPO ພ້ອມດ້ວຍ ຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອທົບທວນການຍົກລະດັບ ລະບົບ ແລະ ການບໍລິການ ທີ່ພັດທະນາໂດຍ WIPO, ເພື່ອສ້າງຄວາມອາດສາມາດ ແລະ ທັກສະດ້ານວິຊາການ ກ່ຽວກັບການປັບປຸງລະບົບຂອງສໍານັກງານຊັບສິນທາງປັນຍາ ແລະ ລະບົບອື່ນທີ່ກ່ຽວຂ້ອງ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສໍານັກງານທີ່ເຂົ້າຮ່ວມ ໃນການພັດທະນາການບໍລິການແບບອອນລາຍ; ເພີ່ມທະວີຄວາມເຂົ້າໃຈໃນການຍົກລະດັບຂອງ WIPO ເພື່ອໃຫ້ການສະໜັບສະໜູນ ການປະຕິບັດວຽກງານ ແລະ ການບໍລິການ ໃຫ້ດີຂຶ້ນກວ່າເກົ່າ; ເພື່ອແບ່ງປັນຄວາມຮູ້ ແລະ ທົບທວນຄຸນສົມບັດ ຂອງຜະລິດຕະພັນໃໝ່ທີ່ WIPO ໄດ້ພັດທະນາ ເພື່ອໃຫ້ໄດ້ຮັບການສະໜັບສະໜູນຈາກຜູ້ນໍາໃຊ້ລະບົບ – ເນັ້ນໃສ່ການບໍລິການອອນລາຍ ໂດຍສະເພາະ, ລະບົບການເຜີຍແຜ່ ແລະ ລະບົບການຍື່ນຄໍາຮ້ອງ ທີ່ WIPO ໄດ້ພັດທະນາ; ຊຸກຍູ້ແຜນພັດທະນາແຫ່ງຊາດ ເພື່ອຮັບປະກັນການແລກປ່ຽນຂໍ້ມູນ ແລະ ຮູບແບບການບໍລິການໃນອະນາຄົດ ໃຫ້ມີຄວາມໝັ້ນຄົງໃນການເກັບກຳຂໍ້ມູນສິດທິບັດ ຢູ່ໃນຖານຂໍ້ມູນ ASEAN PatentScope.

ຊຶ່ງກອງປະຊຸມໃນຄັ້ງນີ້ ແມ່ນໜຶ່ງໃນການຮ່ວມມືລະຫວ່າງ ອາຊຽນ – WIPO, ໂດຍສະເພາະ ແຜນດໍາເນີນງານດ້ານຊັບສິນທາງປັນຍາຂອງອາຊຽນ ສະບັບປີ 2016-2025. WIPO ເປັນຄູ່ຮ່ວມພັດທະນາຫຼັກ ທາງດ້ານຊັບສິນທາງປັນຍາຂອງອາຊຽນ ທີ່ຊ່ວຍບັນດາສໍານັກງານຊັບສິນທາງປັນຍາອາຊຽນ ໃນດ້ານການຍົກລະດັບຄວາມອາດສາມາດທາງດ້ານ IT ແລະ ລະບົບການດໍາເນີນງານຕ່າງໆ. ສໍາລັບ ສປປ ລາວ, WIPO ໄດ້ຊ່ວຍປັບປຸງ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ແຜນຍຸດທະສາດ, ການເຂົ້າຮ່ວມສົນທິສັນຍາສາກົນ ແລະ ການດຳເນີນງານກ່ຽວກັບໂຄງການຕ່າງໆ ເຊັ່ນ: ລະບົບການຮັບຄໍາຮ້ອງອອນລາຍ (E-filing), ລະບົບການຄຸ້ມຄອງຊັບສິນທາງປັນຍາ (IPAS) ແລະ ອື່ນໆ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ຈາກນັກວິທະຍາກອນ ໃນຫົວຂໍ້ຕ່າງໆ ເຊັ່ນ: ການຍົກລະດັບລະບົບການຄຸ້ມຄອງຊັບສິນທາງປັນຍາຂອງ WIPO ໃນຂົງເຂດພາກພື້ນອາຊີ ແລະ ປາຊີຟິກ; ການປະກອບສ່ວນຊຸກຍູ້ຂອງສໍານັກງານສິດທິບັດຍີ່ປຸ່ນ ກ່ຽວກັບການໃຫ້ບໍລິການອອນໄລນ໌; ການນໍາສະເໜີລະບົບ WIPO IPAS Cloud; ຂັ້ນຕອນ ແລະ ຂະບວນການຍ້າຍຂໍ້ມູນໄປສູ່ WIPO IPAS Cloud; ການຍື່ນຄໍາຮ້ອງຂໍຈົດທະບຽນຜ່ານ WIPO IPAS Cloud; WIPO IPAS Cloud ຊ່ວຍໃນການເຊື່ອມໂຍງ ກັບລະບົບຖານຂໍ້ມູນຊັບສິນທາງປັນຍາທົ່ວໂລກ; ກໍລະນີສຶກສາ ຂອງການຍ້າຍຂໍ້ມູນສູ່ WIPO IPAS Cloud Office Suite; ການຕັ້ງຄ່າຂອງ WIPO IPAS Cloud; ສາທິດການນໍາໃຊ້ ແລະ ການດໍາເນີນງານຂອງລະບົບ WIPO IPAS Cloud; ການແນະນໍາ ແລະ ສາທິດການນໍາໃຊ້ລະບົບ WIPO Digital Access Service; ການເຜີຍແຜ່ຂໍ້ມູນຄໍາຮ້ອງ ແລະ ການຈົດທະບຽນ WIPO Publish Cloud Service.

ພ້ອມດຽວກັນນັ້ນ ໃນກອງປະຊຸມ ຍັງໄດ້ມີການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການ ໃນການພັດທະນາລະບົບ ແລະ ການໃຫ້ບໍລິການຂອງ ASEAN IP Database ແລະ ໂຄງການປັບປຸງຄຸນນະພາບຂອງຂໍ້ມູນ ASEAN PatentScope Data Quality Manual and National Data Quality ເພື່ອເຮັດໃຫ້ການພັດທະນາລະບົບ ແລະ ການໃຫ້ບໍລິການ ມີການພັດທະໜາຢ່າງຕໍ່ເນື່ອງ, ເພື່ອຮັບປະກັນການໃຫ້ບໍລິການ ທີ່ມີຄວາມສະດວກວ່ອງໄວ ສາມາດກວດສອບໄດ້ ແລະ ເພື່ອຮັບປະກັນຂໍ້ມູນໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈັນຍິ່ງຂຶ້ນ.

ຂ່າວ ແລະ ພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ  ASEAN PatentScope ກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ  ASEAN PatentScope ກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ  ASEAN PatentScope ກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ  ASEAN PatentScope