DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ

ສ້າງຄວາມເຂົ້າໃຈ ການແຂ່ງຂັນສິ່ງປະດິດໃນທາງທຸລະກິດ

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ທີ່ຫ້ອງປະຊຸມຊັ້ນ 1 ກະຊວງ ອຄ ໃນວັນທີ 28 ພະຈິກ 2022, ໂດຍການເປັນປະທານຂອງທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າ ກົມຊັບສິນທາງປັນຍາ ກະຊວງ ອຄ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ມາາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ບຸນລໍ້າ ວົງສຸດທິ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມີບັນດາຜູ້ຕາງໜ້າຈາກກົມ ກະຊວງ ອຄ, ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ຫ້ອງການເມືອງ ອຸດສາຫະກຳ ແລະ ການຄ້າ ໃນ 9 ເມືອງ ທົ່ວນະຄອນຫຼວງວຽງຈັນ, ຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ພະນັກງານກົມຊັບສິນທາງປັນຍາ ແລະ ບັນດາຜູ້ປະກອບການ ເຂົ້າຮ່ວມ 100 ທ່ານ.

ໃນໂອກາດນີ້ ທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມ ທ່ານ ກ່າວວ່າ: ໃນກອງປະຊຸມຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ແລະ ເພື່ອເປັນການເປີດກວ້າງໃຫ້ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ສາມາດເຂົ້າໃຈຕື່ມ ກ່ຽວກັບ ວຽກງານຊັບສິນທາງປັນຍາ ໂດຍສະເພາະ ການສ້າງເຄື່ອງໝາຍການຄ້າ ຊຶ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການ ຂອງບັນດາຜູ້ປະກອບການ ໄດ້ມີຊື່ສຽງ ແລະ ເປັນທີຮັບຮູ້ໃນທົ່ວສັງຄົມ.

ທ່ານ ກ່າວຕື່ມອີກວ່າ: ສະພາບເງື່ອນໄຂແຫ່ງການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ແມ່ນມີຄວາມຮຽກຮ້ອງຕ້ອງການໃຫ້ມີການສ້າງເສດຖະກິດ ໃຫ້ມີປະສິດທິຜົນ ແລະ ມີຄວາມອາດສາມາດໃນດ້ານການແຂ່ງຂັນ ຊຶ່ງຊັບສິນທາງປັນຍາ ກໍແມ່ນເຄື່ອງມືອັນໜຶ່ງທີ່ສໍາຄັນ ໃນການສ້າງເສດຖະກິດດັ່ງກ່າວ, ໃນໄລຍະຜ່ານມາ ຢູ່ ສປປ ລາວ ເຮົາ ກໍມີການພັດທະນາໄປເທື່ອລະກ້າວ ເມື່ອປີ 2020 ນະຄອນຫຼວງວຽງຈັນ ມີຈຳນວນໂຮງງານອຸດສາຫະກຳ ທີ່ຫຼາຍກວ່າໝູ່, ຜະລິດຕະພັນ ກໍມີຈຳນວນເພີ່ມຂຶ້ນຕາມລຳດັບ ແຕ່ການປົກປ້ອງສິດ ຫຼື ຜະລິດຕະພັນຂອງຕົນເອງທີ່ສ້າງຂຶ້ນນັ້ນ ເປັນເລື່ອງທີ່ສຳຄັນ; ເພື່ອເຮັດໃຫ້ມູນຄ່າສາມາດເພີ່ມຂຶ້ນ  ແລະ ໄດ້ຮັບການປົກປ້ອງສິນຄ້າຂອງເຮົານັ້ນ ການນຳໃຊ້ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນທຸລະກິດ ຈຶ່ງເປັນບັນຫາທີ່ສຳຄັນທີ່ຕ້ອງໄດ້ຮັບຄວາມຮັບເອົາໃຈໃສ່ເປັນຢ່າງຍິ່ງ; ຈາກນະໂຍບາຍໜຶ່ງເມືອງໜຶ່ງຜະລິດຕະພັນ ໃນຕໍ່ໜ້ານີ້ ທາງກົມຊັບສິນທາງປັນຍາ ຈະເນັ້ນໃສ່ວຽກງານ ໂດຍສະເພາະ ການຜັນຂະຫຍາຍຈາກໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ ເພື່ອເຮັດໃຫ້ຊັບສິນທາງປັນຍາເປັນຕົວຊ່ວຍເຂົ້າໃນການຂັບເຄື່ອນທຸລະກິດຂອງ ຜູ້ຜະລິດສິນຄ້າ ແລະ ຜູ້ປະກອບການ ສາມາດແຂ່ງຂັນໃນພາກພື້ນ ແລະ ສາກົນໄດ້.

ໃນຫຼາຍປັດໄຈ ຂອງການເລີ່ມເຮັດທຸລະກິດຂະໜາດນ້ອຍ ຫຼື ກາງ ການຄຳນຶງເຖິງຊັບສິນທາງປັນຍາຂອງຕົນ, ການສ້າງມູນຄ່າເພີ່ມ ລວມທັງການສ້າງເຄື່ອງໝາຍການຄ້າຂອງຕົນນັ້ນ, ປັດຈຸບັນຖືວ່າ ຍັງຢູ່ໃນລະດັບທີ່ໜ້ອຍຫຼາຍ, ການນຳໃຊ້ຊັບສິນທາງປັນຍາ ຄືກຸນແຈສຳຄັນຂອງການຂັບເຄື່ອນດັ່ງກ່າວ, ຍິ່່ງໄປກວ່ານັ້ນ, ການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າ ຈາກຕ່າງປະເທດອີກດ້ວຍ.

ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນຂອງ ກົມຊັບສິນທາງປັນຍາ ໃນຫົວຂໍ້ຕ່າງໆ ເຊັ່ນ: ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ຕໍ່ຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ  ແລະ ເຄື່ອງໝາຍລວມໝູ່ ເພື່ອສ້າງໃຫ້ເປັນຍີ່ຫໍ້ສິນຄ້າຂອງລາວ; ຍຸດທະສາດໃນການສ້າງ ແລະ ຈົດທະບຽນເຄື່ອງໝາຍການຄ້າ; ການນຳໃຊ້ເຄື່ອງໝາຍລວມໝູ່ ຂອງວິສາຫະກິດ ແລະ  SMEs ແລະ ການແນະນຳຂັ້ນຕອນ ແລະ ການປະກອບເອກະສານຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ. ພ້ອມນັ້ນ ໃນກອງປະຊຸມດັ່ງກ່າວ ມີການສົນທະນາ ຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນ ແລະ ປະສົບການຈາກນັກວິທະຍາກອນ ເພື່ອຈະຊ່ວຍເຮັດໃຫ້ຜູ້ປະກອບການສາມາດເຂົ້າໃຈໄດ້ເຖິງບັນດາປະເພດຂອງຊັບສິນທາງປັນຍາ, ຊ່ວຍໃຫ້ຜູ້ປະກອບການ ເຂົ້າໃຈເຖິງຜົນປະໂຫຍດຈາກການນຳໃຊ້ຊັບສິນທາງປັນຍາ ໃນທຸລະກິດຂອງຕົນ ໂດຍສະເພາະ ຕິດພັນກັບຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ແລະ ສິນຄ້າຫັດຖະກໍາ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ກອງປະຊຸມເຜີຍແຜ່ໂຄງການ ນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ